ບໍ​ລິ​ສັດ ລ້ານ​ຊ້າງ ມິ​ເນ​ໂຣນ​ສ໌ ລິ​ມິ​ເຕັດ ຂຸດ​ຄົ້ນ​ບໍ່​ແຮ່ ແລະ ເປັນ​ແບບ​ຢ່າງ​ທີ່​ເປັນ​ເລີດ​ໃນ​ການ​ດຳ​ເນີນ​ງານ ແລະ ສິ່ງ​ແວດ​ລ້ອມ​ໃນ ສ​ປ​ປ ລາວ

ມິຖຸນາ 15, 2022

15 ມິ​ຖຸ​ນາ 2021

ໂດຍ: ພໍ​ ແຮ​ຣິ​ສ໌, ອຳ​ນວຍ​ການ & ປະ​ທານ​ກິ​ຕິ​ມະ​ສັກ​ຂອງ ບ​ສ. ຊື​ເຟິງ​ຂຸດ​ຄົ້ນ​ຄຳ, ຜູ້​ຈັດ​ການ​ໃຫຍ່ ລ້ານ​ຊ້າ​ງ ມິ​ເນ​ໂຣນ​ສ໌ ລິ​ມິ​ເຕັດ

​ໃນ​ຂະ​ນະ​ທີ່​ປະ​ຊາ​ຄົມ​ສາ​ກົນ​ສະ​ເຫຼີມ​ສະຫຼອງວັນ​ສິ່ງ​ແວດ​ລ້ອມ​ໂລກ, ວາ​ລະ​ນີ​ກໍ​ເປັນ​ນິ​ມິດ​ໝາຍ​ສຳ​ຄັນເພື່ອ​ຍົກ​ໃຫ້​ເຫັນ ຄວາມ​ໝາຍ​ໝັ້ນ ແລະ ຜົນ​ງານ​ໃນ​ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ​ຂອງ ບໍ​ລິ​ສັດ ຊື​ເຟິງ ລ້ານ​ຊ້າງ ມິ​ເນ​ໂຣນ​ສ໌ ລິ​ມິ​ເຕັດ (ລ​ຊມ​ລ) ບໍ່​ຄຳ-ທອງ​ເຊ​ໂປນ. ທີ່ ລ​ຊມ​ລ, ຍາມ​ໃດ ພວກ​ເຮົາ​ກໍສູ້ຊົນຫລຸດຜ່ອນຮ່ອງຮອຍຂອງຜົນກະທົບຕໍ່ສິ່ງແວດລ້ອມ ​ແລະ ປະຕິບັດຕາມລະ​ບຽບ​ການ ກໍ​ຄື ມາດ​ຕະ​ຖານ​ພາຍ​ໃນ ແລະ ສາກົນ. ບໍ​ລິ​ສັດ​ຂອງ​ພວກ​ເຮົາ ກໍ​ໄດ້​ຮັບ​ຄຳ​ກ່າວ​ຂານ​ຍ້ອງ​ຍໍວ່າ ເປັນ​ບໍ​ລິ​ສັດ​ແບບ​ຢ່າງພາກ​ປະ​ຕິ​ບັດ​ທີ່​ດີ​ທີ່​ສຸດ ໃນ​ການ​ພັດ​ທະ​ນາ​ຊຸມ​ຊົນ ແລະ ຄວາມ​ຍືນ​ຍົງ ໃນ ສ​ປ​ປ ລາວ.

ລ​ຊມ​ລ ໄດ້ເປັນໜຶ່ງ ໃນບໍລິສັດທຳອິດໃນ ສປປ ລາວ ແລະ ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ທີ່ໄດ້ຮັບໃບຢັ້ງຢືນ ISO 14001 ສຳ​ລັບ​ລະ​ບົບ​ການ​ຄຸ້ມ​ຄອງ​ສິ່ງ​ແວດ​ລ້ອມ. ນັບຕັ້ງແຕ່ເລີ່ມດຳເນີນງານໃນປີ 2002, ລ​ຊມ​ລ ໄດ້ດຳເນີນການປະເມີນຜົນກະທົບ ແລະ ການ​ສຶກ​ສາ​ຂໍ້​ມູນ​ພື້ນ​ຖານຫຼາຍ​ຄັ້ງ ເພື່ອຮັບປະກັນໃຫ້ ວຽກງານການຂຸດຄົ້ນບໍ່ແຮ່ສອດຄ່ອງກັບລະບຽບກົດໝາຍ​ຕ່າງໆ. ພວກ​ເຮົາ​ຕິດ​ຕາມ​ຜົນ​ກະ​ທົບ​ຕໍ່​ຊຸມ​ຊົນ​ທ້ອງ​ຖິ່ນ ແລະ ສິ່ງ​ແວດ​ລ້ອມ​ຢ່າງ​ເປັນ​ປະ​ຈຳ.

ການຕິດຕາມຄຸນນະພາບນ້ຳ

ຈາກ​ຄວາມ​ໝາ​ຍ​ໝັ້ນ ສູ່​ການ​ປະ​ຕິ​ບັດ​ຕົວ​ຈິງ

ບໍລິສັດ ລ​ຊມ​ລ ໝາຍ​ໝັ້ນ​ຫລຸດ​ຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມຈາກ​ ການ​ດຳ​ເນີນ​ງານ​ດ້ວຍ​ການ​ຕິດ​ຕາມ​ນ້ຳ ແລະ ການ​ຄຸ້ມ​ຄອງ​ສິ່ງ​ເສດ​ເຫຼືອ, ດຳ​ເນີນ​ກິດ​ຈະ​ກຳ​ຟື້ນ​ຟູ​ຢ່າງ​ຕໍ່​ເນື່ອງ​ເປັນ​ກ້າວໆ ແລະ ການ​ກະ​ກຽມ​ເພື່ອ​ການ​ປິດ​ບໍ່ ໂດຍ​ປຶກ​ສາ​ຫາ​ລື​ກັບ​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ໃນ​ທຸກ​ຂັ້ນ.

ນັບຕັ້ງແຕ່ເລີ່ມມີການດຳເນີນງານ, ລ​ຊມ​ລ ໄດ້ລົງທຶນປະມານ US$20 ລ້ານ ເຂົ້າໃນການຄຸ້ມຄອງ ແລະ ຟື້ນຟູສິ່ງແວດລ້ອມ. ບໍລິສັດ ໄດ້ຮ່ວມມື ແລະ ສະ​ໜັບ​ສະ​ໜູນຊຸມຊົນທ້ອງ​ຖິ່ນໃນ​ການປຸກລະດົມ-ປູກຈິດສຳນຶກໃຫ້ແກ່ຊຸມຊົນອ້ອມຂ້າງບໍ່ຄຳ-ທອງ ເຊໂປນ ແລະ ແກ້​ໄຂ​ຂໍ້​ກັງ​ວົນ​ຂອງ​ຊຸມ​ຊົນ​ຢ່າງ​ທັນ​ການ. ລ​ຊມ​ລ ໄດ້ສະ​ໜອງ​ປະ​ມານ US$1 ລ້ານເຂົ້າໃນການສ້າງສະໜາມເກັບມ້ຽນສິ່ງເສດເຫຼືອແຫ່ງທຳອິດຂອງເມືອງວິລະບູລີ. ພວກ​ເຮົາເກັບຕົວຢ່າງນ້ຳ ຈຳນວນ 750 ຕົວຢ່າງຕໍ່ເດືອນ (ຕັ້ງ​ແຕ່ 2003 ເປັນ​ຕົ້ນ​ມາ, ເກັບ​ໄດ້ 173.000 ຕົວ​ຢ່າງ) ເພື່ອຮັບປະກັນຄຸນນະພາບນ້ຳໃຫ້ແກ່ຊຸມຊົນ.

ຕັ້ງ​ແຕ່​ປີ 2008 ເປັນ​ຕົ້ນ​ມາ, ລ​ຊມ​ລ ໄດ້ດຳເນີນກິດຈະກຳຟື້ນ​ຟູໃນເນື້ອທີ່ 452 ເຮັກຕາ. ບໍ​ລິ​ສັດ​ ລ​ຊມ​ລ ມີ​ຄວາມ​ໝາຍ​ໝັ້ນ ສົ່ງ​ຄືນ​ເນື້ອ​ທີ່​ດິນ​ໃຫ້​ຢູ່​ໃນ​ສະ​ພາບ​ທີ່​ສາ​ມາດ​ສະ​ໜັບ​ສະ​ໜູນ​ຄວາມ​ປອດ​ໄພ​ຂອງ​ປະ​ຊາ​ຊົນ ແລະ ປົກ​ປັກ​ຮັກ​ສາ​ຊັບ​ພະ​ຍາ​ກອນ​ຜ່ານ​ການປູກ​ພືດ​ທົດ​ແທນ​ຢ່າງ​ຍືນ​ຍົງ. ລ​ຊມ​ລ ນຳ​ໃຊ້​ວັດ​ຖຸ ທ້ອງຖິ່ນ​ຈາກ ທຸ​ລະ​ກິດ​ທ້ອງ​ຖິ່ນ ເຂົ້າ​ໃນ​ການ​ຟື້ນ​ຟູ​ເນື້ອ​ທີ່​ດິນ (ປະ​ມານ US$100.000 ຕໍ່​ປີ) ໂດຍ​ສະ​ໜອງ​ໂອ​ກາດໃຫ້​ແກ່​ທຸ​ລະ​ກິດ​ທ້ອງ​ຖິ່ນ ແລະ ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່ ຊຸ​ມ​ຊົນ. ທີມງານບູລະນະຟື້ນຟູ ຂອງ ບໍລິສັດ LXML ໄດ້ປູກຕົ້ນໄມ້ຫຼາຍກວ່າ 450.000 ຕົ້ນ ໂດຍການນຳໃຊ້ພັນຕົ້ນໄມ້ທ້ອງຖິ່ນ

ກິດຈະກຳຟື້ນຟູ – ປູກະແຕະໄມ້ໄຜ່ດັກຕະກອນ

ການ​ອະ​ນຸ​ລັກ ຊີ​ວະ​ນາໆ​ພັນ

ສ​ປ​ປ ລາວ ມີ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ, ປ່າ​ໄມ້ ແລະ ຊີ​ວະ​ນາໆ​ພັນ​ທີ່​ອຸ​ດົມ​ສົມ​ບູນ. ແຜນ​ງານ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ ແລະ ຊີ​ວະ​ນາໆ​ພັນ​ຂອງ ລ​ຊມ​ລ ສະ​ໜັບ​ສະ​ໜູນ​ຊຸມ​ຊົນ​ທ້ອງ​ຖິ່ນ ແລະ ປົກ​ປັກ​ຮັກ​ສາ​ຊັບ​ພະ​ຍາ​ກອນ​ເຫຼົ່າ​ນີ້​ເພື່ອ​ຄົນ​ຮຸ່ນຫຼັງ.

ບໍລິສັດ LXML ໄດ້ອຸ​ປະ​ຖຳ​ໂຄງ​ການ​ຈຳ​ໜຶ່ງ​ໜຶ່ງ​ກັບອົງການ WCS, IUCN, ແລະ ຄູ່ຮ່ວມພັດທະນາອື່ນໆ. ບໍ​ລິ​ສັດ​ໄດ້ ພ້ອມທັງໄດ້ລົງທຶນປະມານ US$1 ລ້ານ ເຂົ້າໃນແຜນງານອະນຸລັກຊີວະນາໆພັນ ແນໃສ່ການອະນຸລັກສັດປ່າທີ່ໃກ້ຈະສູນພັນ ຢູ່ເຂດອ້ອມຂ້າງບໍ່ຄຳ-ທອງເຊໂປນ ເພື່ອອະນຸລັກສາຍ​ພັນສັດ-ພືດທີ່ມີຄຸນຄ່າດ້ານຊີວະນາໆພັນສູງ ຂອງ ສປປ ລາວ ແລະ ພາກພື້ນ ລວມທັງໂຄງການອະນຸລັກແຂ້ນ້ຳຈືດ, ເຊິ່ງ​ເປັນ​ການ​ຮ່ວມ​ມື​ກັບ​ເມືອງ​ຈຳ​ພອນ ແລະ ອົງ​ການ IUCN ແນ​ໃສ່​ປົກ​ປັກ​ຮັກ​ສາແຂ້ Siamese ທີ່​ຢູ່​ໃນ​ລາຍ​ຊື່​ສັດ​ທີ່​ໃກ້​ຈະ​ສູນ​ພັນ​ຂອງ IUCN. ນອກ​ຈາກ​ນັ້ນ, ບໍ​ລິ​ສັດ​ຍັງ​ໄດ້​ລົງ​ທຶນ​ໃສ່​ແຜນ​ງານ​ເພື່ອ​ຕິດ​ຕາມ​ການ​ເຄື່ອນ​ຍ້າຍ ແລະ ພຶດ​ທິ​ກຳ​ຂອງ​ຊ້າງ​ທີ່​ຢູ່​ອ້ອມ​ຂ້າງ​ບໍ່.

​ໃນ​ປີ 2009, ອີກໂຄງ​ການ​ໜຶ່ງ​ຂອງ ລ​ຊມ​ລ ​ໄດ້​ນຳ​ໄປ​ສູ່​ການ​ຄົ້ນ​ພົບນົກ​ນ້ອຍ ‘​ໜ້າ​ແປນ’ ໂຕ​ທຳ​ອິດ​ຂອງ​ຂົງ​ເຂດ​ອາ​ຊີ. ໂຄງ​ການ​​ນີ້ ໄດ້​ນຳ​ໄປ​ສູ່​ການ​ຄົ້ນ​ຄວ້າ​ທ່າ​ແຮງ​ບົ່ມ​ຊ້ອນ​ດ້ານ​ຊີ​ວະ​ນາໆ​ພັນ​ທີ່​ພົ້ນ​ເດັ່​ນ​ຢູ່ ແຂວງ​ສະ​ຫວັນ​ນະ​ເຂດ ໂດຍ​ການ​ຮ່ວມ​ມື​ຂອງ​ນັກ​ວິ​ທະ​ຍາ​ສາດ​ຈາກ ສ​ປ​ປ ລາວ, ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ ແລະ ອົງ​ການ WCS.

ໃນ​ປີ 2015, ລ​ຊມ​ລ ໄດ້​ສະ​ໜັບ​ສະ​ໜູນ​ການ​ສຳຫຼວດ​ຊີ​ວະ​ນາໆ​ພັນເຈຍ​ຢູ່​ໃກ້​ບໍ່​ຄຳ-ທອງ​ ເຊ​ໂປນ. ຜົນ​ການ​ສຳຫຼວດ​ໄດ້​ເປັນ​ຂໍ້​ມູນ​ພື້ນ​ຖານ​ໃນ​ການ​ປະ​ເມີນ​ຜົນ​ກະ​ທົບ​ກ່ຽວ​ຂ້ອງ​ກັງ​ໂຄງ​ການ​ທີ່​ອາດ​ເປັນ​ໄປ​ໄດ້​ຕໍ່ ລະ​ບົບ​ນິ​ເວດ, ໄດ້​ລະ​ບຸ​ບັນ​ຫາ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ອະ​ນຸ​ລັກ ແລະ ມາດ​ຕະ​ການ​ຫລຸດ​ຜ່ອນ​ຜົນ​ກະ​ທົບ​ຕ່າງໆ. ການ​ສຳຫຼວດ​ຄັ້ງ​ນີ້​ໄດ້​ສຳ​ໄປ​ສູ່​ການ ຈັບ ແລະ ປ່ອຍໂຕ​ເຈຍ 180 ໂຕ ກວມ​ເອົາ 30% ຂອງ ສາຍ​ພັນ​ເຈຍ​ທີ່​ບັນ​ທຶກ​ໄວ້​ໃນ ສ​ປ​ປ ລາວ.

ກິດຈະກຳຟື້ນຟູ – ການປູກໄມ້ທົດແທນ ຢູ່ ກອງຫີນເສດແຫ່ງໜຶ່ງໃນ ບໍ່ຄຳ-ທອງ ເຊໂປນ

ການ​ຮ່ວມ​ມື ເພື່ອ​ການ​ພັດ​ທະ​ນາ

ບໍລິສັດ LXML ໄດ້ເຮັດວຽກຢ່າງໃກ້ຊິດກັບພາກລັດຖະ​ບານ ນັບແຕ່ຂັ້ນທ້ອງຖິ່ນ ຈົນຮອດຂັ້ນສູນກາງ ເພື່ອຮັບປະກັນ​ຄວາມ​ສອດ​ຄ່ອງ​ລະ​ບຽບ​ກົດ​ໝາຍ ແລະ ການ​ສ້າງ​ຂີດ​ຄວາມ​ອາດ​ສາ​ມາດ​ໃນ​ການ​ຄຸ້​ມ​ຄອງ​ສິ່​ງ​ແວດ​ລ້ອມ.

ໃນປີ 2018 ນີ້, ບໍລິສັດ ລ​ຊມ​ລ ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ ຮ່ວມກັບກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກ່ຽວກັບ ການສະໜັບສະໜູນເພື່ອສ້າງຄວາມເຂັ້ມແຂງ ແລະ ສ້າງ ໜ່ວຍງານຄຸ້ມຄອງສິ່ງແວດລ້ອມ ຂອງກະຊວງປະຈຳໂຄງການຂຸດຄົ້ນຄຳ-ທອງ ຢູ່ເມືອງວິລະບູລີ. ການຮ່ວມມືໃນຄັ້ງນີ້ ແມ່ນແນໃສ່ການສ້າງຄວາມເຂັ້ມແຂງໃຫ້ແກ່ກະຊວງກ່ຽວຂ້ອງໃນການຄຸ້ມຄອງສິ່ງແວດລ້ອມ ໃນຂະແໜງການຊັບພະຍາກອນທຳມະຊາດ.

ຜົນ​ປະ​ໂຫຍດ​ຂອງ​ຊຸມ​ຊົນ

ຄ້າຍຄືແຫ່ງອື່ນໆໃນໂລກ, ທີ່ ສປປ ລາວ ກໍມີຄວາມສ່ຽງທີ່ຈະໄດ້ຮັບຜົນກະທົບຈາກ ສະພາບປ່ຽນແປງຂອງດິນຟ້າອາກາດ ເຊັ່ນ: ການເກີດມີໄພນ້ຳຖ້ວມ. ເມືອງວິລະບູລີ ກໍໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກໄພນ້ຳຖ້ວມໃນປີ 2010 ແລະ 2011 ເຊິ່ງໃນນັ້ນ 30% ຂອງໝູ່ບ້ານທັງໝົດ ໄດ້ຖືກຜົນກະທົບ ແລະ ໄດ້ມີໄຮ່ນາ-ຮົ້ວສວນໄດ້ຮັບຜົນເສຍຫາຍ. ໃນຊຸມປີຜ່ານໆມາ, ບໍລິສັດ ລ​ຊມ​ລ ໄດ້ໃຫ້ການຊ່ວຍເຫຼືອ ບໍ່ວ່າຈະເປັນເງິນ, ເຄື່ອງຂອງ ແລະ ອາຫານ ໃຫ້ແກ່ຜູ້ປະສົບໄພນ້ຳຖ້ວນໃນເມືອງວິລະບູລີ, ແຂວງສະຫວັນນະເຂດ ແລະ ເຂດອື່ນໆ ໃນ ສປປ ລາວ ນັບເປັນມູນຄ່າປະມານ US$500.000.

ກິດຈະກຳປູກຕົ້ນໄມ້ກັບຊຸມຊົນ

ການປູກຈິດສຳນຶກ ກ່ຽວກັບ ສິ່ງແວດລ້ອມ

ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ​ແມ່ນ​ພື້ນ​ຖານ​ສຳ​ຄັນ​ໃນ​ການ​ດຳ​ເນີນ​ທຸ​ລະ​ກິດ​ຂອ​ງ​ພວກ​ເຮົາ. ບໍລິສັດ ລ​ຊມ​ລ ຍາມໃດກໍຊຸກຍູ້ສົ່ງເສີມໃຫ້ພະນັກງານຂອງຕົນ ໄດ້ມີສ່ວນຮ່ວມໃນການປົກປັກຮັກສາສິ່ງແວດລ້ອມໃນແຕ່ລະວັນເປັນ​ຕົ້ນການເກັບສິ່ງເສດເຫຼືອ-ກັບມາໃຊ້ຄືນໄໝ່ ​ເຊັ່ນ ຂວດປຼາສຕິກ, ຖົງຢາງປຼາສຕິກ, ເຈ້ຍ ແລະ ເສດອາຫານ.

ທີ່​ບໍ່​ຄຳ-ທອງ​ ເຊ​ໂປນ ແມ່ນ​ມີ​ການ​ສະ​ເຫຼີມ​ສະຫຼອງວັນ​ສິ່ງ​ແວດ​ລ້ອມ​ໂລກ​ ໃນ​ທຸກໆ​ປີ. ພວກ​ເຮົາ​ສ້າງ​ແຮງ​ບັນ​ດາ​ໃຈ​ໃຫ້​ແກ່​ພະ​ນັກ​ງານ ແລະ ຊຸມ​ຊົນ ເພື່ອ​ປູກ​ຈິດ​ສຳ​ນຶກ​ກ່ຽວ​ກັບ ບັນ​ຫາ​ດ້ານ​ສິ່ງ​ແວດ​ລ້ອມ​ຜ່ານ ໂຄງ​ການ​ອະ​ນຸ​ລັກ​ມໍ​ຣະ​ກົດ​ທາງ​ດ້ານ​ວັດ​ທະ​ນະ​ທຳ, ສິ​ລະ​ປະ, ການ​ເດີນ​ແບບ, ແລະ ງານ​ວາງ​ສະ​ແດງ​ຕ່າງໆ. ໃນ​ປີ​ນີ້, ລ​ຊມ​ລ ໄດ້​ປູກ​ຕົ້ນ​ໄມ້​ກວ່າ 9.000 ຕົ້ນ​ຢູ່​ອ້ອມ​ຂ້າງ​ບໍ່​ຄຳ-ທອງ ເຊ​ໂປນ ເຊິ່ງ​ເປັນ​ສ່ວນ​ໜຶ່ງ​ຂອງ​ແຜນ​ງານ​ຟື້ນ​ຟູ​ສິ່ງ​ແວດ​ລ້ອມ​ຂອງ​ພວກ​ເຮົາ, ການ​ປູກ​ຕົ້ນ​ໄມ​ຕາມ​ເມືອງວິ​ລະ​ບູ​ລີ ແລະ ໂຮງ​ຮຽນ​ຢູ່ ແຂວງ​ສະ​ຫວັນ​ນະ​ເຂດ ເນື່ອ​ໃນ​ໂອ​ກາດ​ວັນ​ປູກ​ຕົ້ນ​ໄມ້​ແຫ່ງ​ຊາດກ

ໃນ​ໂອ​ກາດ ວັນ​ສິ່ງ​ແວດ​ລ້ອມ​ໂລກ​ນີ້ດ ພວກ​ເຮົາ​ຈົ່ງ​ມາ​ທົບ​ທວນ​ເບິ່ງວ່າ: ພວກ​ເຮົາ​ຈະ​ສາ​ມາດ​ຮັກ​ສາ #ໂລກ​ພຽງ​ໜຶ່ງ​ດຽວ ທີ່​ພວກ​ເຮົາ​ອາ​ໄສ​ຢູ່​ແນວ​ໃດ. ມັນ​ມີ​ຄວາມ​ສຳ​ຄັນ​ຍິ່ງ ທີ່ ທຸ​ລະ​ກິດ​ຕ້ອງ​ຮ່ວມ​ມື​ກັບ ຜູ້​ມີ​ສ່ວນ​ຮ່ວມ​ທຸກ​ພາກ​ສ່ວນ ໂດຍ​ສະ​ເພາະ ຊຸມ​ຊົນ​ທ້ອງ​ຖິ່ນ ກ່ຽວ​ກັບ ການ​ເປັນ​ຜູ້​ນຳ​ດ້ານ​ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແດວ​ລ້ອມ ເພື່ອ​ໃຫ້​ພວກ​ເຮົາ​ຫລຸດ​ຜ່ອນ​ຮ່ອຍ​ຮອຍ​ຜົນ​ກະ​ທົບ​ຕໍ່​ສິ່ງ​ແວດ​ລ້ອມ.