ບໍ​ລິ​ສັດ ລ້ານ​ຊ້າງ ມີ​ເນ​ໂຣ​ນ​ສ໌ ລິ​ມິ​ເຕັດ (ລ​ຊມ​ລ) ຮັກ​ສາ​ການ​ຜະ​ລິດ​ທີ່​ເຂັ້ມ​ແຂງ​ໃນ​ເຄິ່ງ​ຕົ້ນ​ປີ 2022

ສິງຫາ 09, 2022

​ໃນ​ເຄິ່ງ​ຕົ້ນ​ປີ 2022 ມາ​ຮອດ​ທີ 30 ມິ​ຖຸ​ນາ, ບໍ່​ຄຳ-ທອງ​ເຊ​ໂປນ ສາ​ມາດ​ຜະ​ລິດ​ ຄຳ​ໄດ້ 102,468 ອອນ​ສ໌ (2.9 ໂຕນ) ແລະ ແຜ່ນທອງ​ສຳ​ເລັດ​ຮູບໄດ້ 3,933 ໂຕນ, ເພີ່ມ​ຂຶ້ນ 15 ສ່ວນ​ຮ້ອຍ ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ.

ໃນ​ປີ 2021, ບໍ່​ຄຳ​-ທອງເຊ​ໂປນ ສາ​ມາດ​ຜະ​ລິດ​ຄຳ 192,988 ອອນ​ສ໌ (6 ໂຕນ), ແລະ ທອງ​ໄດ້ 5,341 ໂຕນ.

ໃນ​ປີ 2021, ບໍ​ລິ​ສັດ ລ​ຊມ​ລ ປະ​ກອບ​ສ່ວນເປັນ​ລາຍ​ຮັບ​ໂດຍ​ກົງ​ໃຫ້​ແກ່​ລັດ​ຖະ​ບານ ສ​ປ​ປ ລາວ ຈຳ​ນວນ US$40,843,028.09 ຈາກ​ການ​ຈ່າຍ​ພາ​ສີ​ຊັບ​ພະ​ຍາ​ກອນ​ແຮ່​ທາດ, ອາ​ກອນ​ຕ່າງໆ ແລະ ເງິ​ນ​ປັນ​ຜົນ​.

ນັບ​ຕັ້ງ​ແຕ່​ເລີ່ມ​ການ​ຜະ​ລິດ​ໃນ​ປີ 2003, ບໍ່​ຄຳ-ທອງ​ເຊ​ໂປນ ປະ​ກອບ​ສ່ວນ​ເປັນ​ລາຍ​ຮັບ​ໂດຍ​ກົງ​ໃຫ້​ແກ່​ລັດ​ຖະ​ບານ​ລາວກວ່າ US$1.6 ຕື້ ຈາກ​ການ​ຈ່າຍ​ອາ​ກອນ​ຕ່າງໆ, ພາ​ສີ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ເງິນ​ປັນ​ຜົນ, ນອກ​ຈາກນັ້ນ​ຍັງ​ປະ​ກອບ​ສ່ວນຫຼາຍ​ຮ້ອຍ​ລ້ານ​ໂດ​ລາ​ສະ​ຫະ​ລັດ ຈາກ​ການ​ສ້າງວຽກ​ເຮັດ​ງານ​ທຳ, ການ​ຝຶກ​ອົບ​ຮົມ, ການ​ພັດ​ທະ​ນາ​ຊຸມ​ຊົນ ແລະ ທຸ​ລະ​ກິດ​ທ້ອງ​ຖິ່ນ. ບໍ່​ຄຳ-ທອງ​ເຊ​ໂປນ ສ້າງວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ຄົນ​ທ້ອງ​ຖິ່ນຫຼາຍກວ່າ 5000 ຄົນ.

ທ່ານ ຫວາງ ຈ້ຽນ​ຫົວ ປະ​ທານ​ບໍ​ລິ​ສັດ ຊື​ເຟິງ ຂຸດ​ຄົ້ນ​ຄຳ ກ່າວໃນ​ເວ​ລາ​ຢ້ຽມ​ຢາມ​ ສ​ປ​ປ ລາວ ໃນ​ກາງ​ເດືອນ​ກໍ​ລະ​ກົດ ເພື່ອ​ນຳ​ສະ​ເໜີ​ແຜນ​ຂະ​ຫຍາຍ​ຕົວ​ຂອງ​ບໍ​ລິ​ສັດ ​​ວ່າ: “ຂ້າ​ພະ​ເຈົ້າ ມີ​ຄວາມ​ພາກ​ພູມ​ໃຈ​ຕໍ່​ການ​ປະ​ກອບ​ສ່ວນ​ອັນ​ດີ​ເລີດນີ້ ຂອງ ພະ​ນັກ​ງານ ລ​ຊມ​ລ ທັງ​ໝົດ​ ໃນ​ການ​ບັນ​ລຸ​ເປົ້າ​ໝາຍ​ການ​ຜະ​ລິດ. ບໍ​ລິ​ສັດ​ຊື​ເຟິງ ລ​ຊມ​ລ ມີ​ຄວາມ​ພາກ​ພູມ​ໃຈ​ໃນ​ການ​ເປັນ​ຄູ່​ຮ່ວມ​ພັດ​ທະ​ນາ​ໃນ ສ​ປ​ປ​ ລາວ.”

ໃນ​ເວ​ລາ​ທີ່​ພົບ​ປະ​ຢ່າ​ງ​ອົບ​ອຸ່ນ​ກັບ​ ພະ​ນະ​ທ່ານ ປອ ໄຊ​ສົມ​ພອນ ພົມ​ວິ​ຫານ ປະ​ທານ​ສະ​ພາ​ແຫ່ງ​ຊາດ, ພະ​ນະ​ທ່ານ ປອ ສອນ​ໄຊ ສີ​ພັນ​ດອນ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ທ່ານນາງ ​ບຸນ​ຄຳ ວໍ​ລະ​ຈິດ ລັດ​ຖະ​ມົນ​ຕີ​ກະ​ຊວງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລ​ະ ສິ່ງ​ແວດ​ລ້ອມ, ທ່ານ ບຸນ​ໂຈມ ອຸ​ບົນ​ປະ​ເສີດ ລັດ​ຖະ​ມົນ​ຕີ ກະ​ຊວງ​ການ​ເງິນ, ທ່ານ ປອ ດາວ​ວົງ ພອນ​ແກ້ວ ລັດ​ຖະ​ມົນ​ຕີ​ກະ​ຊວງ​ພະ​ລັງ​ງານ ແລະ ບໍ່​ແຮ່, ແລະ ທ່ານ ສັນ​ຕິ​ພາບ ພົມ​ວິ​ຫານ ເຈົ້າ​ແຂວງ​ໆ ສະ​ຫວັນ​ນະ​ເຂດ, ທ່ານ ຫວາງ​ ຈ້ຽນ​ຫົວ​ ໄດ້ຢັ້ງ​ຢືນ​ຄວາມ​ມຸ່ງ​ໝັ້ນ​ຂອງ​ບໍ​ລິ ສັດ ຊື​ເຟິງ ໃນການ​ເພີ່ມ​ທະ​ວີການ​ພົວ​ພັນ ແລະ ລົງ​ທຶນ​ ໃນ​ສ​ປ​ປ ລາວ ເພື່ອ​ພັດ​ທະ​ນາ​ໂຄງ​ການ​ຄຳ, ທອງ ແລະ ແຮ່​ຫາ​ຍາກ,

ທ່ານ​ກ່າວ​ຕື່ມ​ອີກວ່າ: “ທຸກ​ອົງ​ກອນສະ​ແຫວງ​ຫາ​ການ​ພັດ​ທະ​ນາ​ໄລ​ຍະ​ຍາວ ແລະ ສິ່ງນີ້​ ຈະເປັນ​ຜົນ​ສຳ​ເລັດ​ທີ່​ດີ​ທີ່​ສຸດ ຈາກ​ການ​ຮ່ວມ​ມື​ກັບ​ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ ແລະ ທີມ​ງານ​ທີ່​ເຂັ້ມ​ແຂງ ​ທີ່​ມີ​ເປົ້າ​ໝາຍ​ອັນ​ດຽວ​ກັນ. ການ​ລົງ​ທຶນ​ໃນ​ໂຄງ​ການ​ໃໝ່​ຈະ​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ປະ​ຊາ​ຊົນ​ ລັດ​ຖະ​ບານ​ລາວ. ຂ້າ​ພະ​ເຈົ້າ​ມີ​ຄວາມ​ພາກ​ພູມ​ໃຈ​ຕໍ່​ຜົນ​ສຳ​ເລັດ​ຂອງ​ ລ​ຊມ​ລ ໃນ​ການ​ສ້າງວຽກ​ເຮັດ​ງານ​ທຳ, ຝຶກ​ອົບ​ຮົມ, ພັດ​ທະ​ນາ​ຊຸມ​ຊົນ ແລະ ປະ​ກອບ​ສ່ວນ​ສ້າງ​ລາຍ​ຮັບໃຫ້​ແກ່​ລັດ​ຖະ​ບານ​ລາວ.”

ປະ​ຈຸ​ບັນ​ນີ້, ບໍ​ລິ​ສັດ​ ຊື​ເຟິງ ຈີຫຼົງ​ຂຸດ​ຄົ້ນ​​ຄຳ ໄດ້ຖື​ຫຸ້ນ 90 ສ່ວນ​ຮ້ອຍ​ໃນ ບໍ​ລິ​ສັດ ລ້ານ​ຊ້າງ ມິ​ເນ​ໂຣນ​ສ໌ ລິ​ມິ​ເຕັດ ເຊິ່ງ​ເປັນ​ເຈົ້າ​ຂອງ ແລະ ດຳ​ເນີນ​ໂຄງ​ການ​ຄຳ-ທອງ​ ເຊ​ໂປນ ຢູ່ ແຂວງ​ສະ​ຫວັນ​ນະ​ເຂດ.

ໃນ​ເດືອນ​ກໍ​ລະ​ກົດ 2022, ບໍ​ລິ​ສັດ ຊື​ເຟິງ ຂຸດ​ຄົ້ນ​ຄຳ ໄດ້​ເຊັນ​ສັນ​ຍາ​ຮ່ວມ​ມື​ຄັ້ງ​ປະ​ຫວັດ​ສາດ ກັບ ລັດ​ວິ​ສະ​ຫະ​ກິດພັດ​ທະ​ນາ​ແຮ່​ທາດ​ລາວ ໃນ​ການ​ສຳຫຼວດ ແລະ ພັ​ດ​ທະ​ນາ​ຊັບ​ພະ​ຍາ​ກອນແຮ່​ທາດ​ເພີ່ມ​ຕື່ມ ເພື່ອ​ພັດ​ທະ​ນາ​ການ​ຜະ​ລິດ​ຂະ​ໜາດ​ໃຫຍ່​ໃນ​ອະ​ນາ​ຄົດ ​ຢູ່ໃນ​ສ​ປ​ປ ລາວ.

ທ່ານ ພໍ ແຮ​ຣິ​ສ, ຜູ້​ຈັດ​ການ​ໃຫຍ່​ ບໍ່​ຄຳ-ທອ​ງ​ເຊ​ໂປນ​ກ່າວ​ວ່າ: ສັນ​ຍາ​ສະ​ບັບ​ນີ້ ຍົກ​ໃຫ້​ເຫັນ​ຄວາມ​ໝາຍ​ໝັ້ນ​ທີ່​ມີ​ມາ​ຍາວ​ນານ​ຂອງບໍ​ລິ​ສັດ ການ​ພັດ​ທະ​ນາ​ຂະ​ແໜງ​ການ​ບໍ່​ແຮ່ ຢູ່​ໃນ ສ​ປ​ປ ລາວ.”

ໃນ​ເດືອນ​ເມ​ສາ 2022, ລ​ຊມ​ລ ປະ​ກອບ​ສ່ວນ US$5 ໃຫ້​ແກ່​ແຂວງ​ສະ​ຫວັນ​ນະ​ເຂດ ​ໃນ​ການ​ຍົກ​ລະ​ດັບ​ເສັ້ນ​ທາງ​ຂອງ​ລັດ ເລກ 28A, ຊຶ່ງ​ເປັນ​ເສັ້ນ​ທາງຂົນ​ສົ່ງ​ທີ່​ສຳ​ຄັນ​ໃນ​ການຂະ​ຫຍາຍ​ການ​ເຊື່ອມ​ໂຍງຕາ​ເວັນ​ອ​ອກ-ຕາ​ເວັນ​ຕົ​ກ ຂອງ ສ​ປ​ປ ລາວ, ໄທ ແລະ ຫວຽດ​ນາມ. ການ​ລົງ​ທຶນ​ຄັ້ງ​ນີ້​ຈະ​ຊ່ວຍ​ເພີ່ມ​ໂອ​ກາດ​ສຳ​ລັບ​ການ​ຄ້າ ແລະ ການ​ທ່ອງ​ທ່ຽວ​ໃນຂົງ​ເຂດ​ດັ່ງ​ກ່າວ.

ໃນ​ເດືອນ​ພຶດ​ສະ​ພາ 2022, ບໍ​ລິ​ສັດ ລ​ຊມ​ລ ເລີ່ມ​ການກໍ່​ສ້າງ​ອຸງ​ມົງ​ບໍ່​ແຮ່​ໃຕ້​ດິນ​ທີ່​ທັນ​ສະ​ໄໝ​ແຫ່ງ​ທຳ​ອິດ​ຂອງ ສ​ປ​ປ​ລາວ. ຄາດ​ຄະ​ເນ​ປະ​ລິ​ມານ​ສະ​ສົມ​ແຮ່​ປະ​ມານ 9.5 ລ້ານ​ໂຕນ ຊຶ່ງ​ຄາດ​ວ່າ​ຈະ​ສາ​ມາດ​ຜະ​ລິດ​ແຮ່​ເພີ່ມ​ຂຶ້ນ​ຈາກ 400.000 ໂຕນ​ໃນ​ປີ 2023 ຂຶ້ນ​ເປັນ 1,2 ລ້ານ​ໂຕນ​ ຕໍ່​ປີຫຼັງ​ຈາກນັ້ນ. ບໍ່​ໃຕ້​ດິນ​ດີ​ສ​ໂຄ​ເວີ​ຣີ​ດີບ ຈະ​ຍືດ​ອາ​ຍຸ​ການ​ຂອງ​ໂຄງ​ການ​ເຊ​ໂປນ​ ອອກ​ໄປ​ຕື່ມ​ອີກ 7 ປີ ຈົນ​ເຖິງ 2030 ປະ​ກອບ​ສ່ວນໃສ່ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ໃຫ້​ແກ່​ຊຸມ​ຊົນ​ທ້ອງ​ຖິ່ນ.

ທ່ານ ພໍ ແຮ​ຣິ​ສ, ຜູ້​ຈັດ​ການ​ໃຫຍ່​ ບໍ່​ຄຳ-ທອ​ງ​ເຊ​ໂປນ​ກ່າວ​ວ່າ: “ຢູ່​ເຂດເຊ​ໂປນ ມີ​ປະ​ຫວັດ​ສາດ​ການ​ຂຸດ​ຄົ້ນ​ບໍ່​ແຮ່​ມາຫຼາຍ​ພັນ​ປີ. ການ​ພັດ​ທະ​ນາ​ໃໝ່​ນີ້​ຈະ​ນຳ​ໃຊ້​ອຸ​ປະ​ກອນ​ທີ່​ທັນ​ສະ​ໄ​ໝ ແລະ ເຕັກ​ນິກ​ການ​ຂຸດ​ຄົ້ນ​ບໍ່​ແຮ່​ທີ່​ກ້າວ​ໜ້າ ເພື່ອ ຖ່າຍ​ທອດ​ຄວາມ​ຮູ້ ແລະ ທັກ​ສະ​ໃຫ້​ແກ່ ພະ​ນັກ​ງານ ແລະ ຜູ້​ຮັບ​ເໝົາ​ຄົນ​ລາວ ກໍ​ຄື ວິ​ຊາ​ການ​ມື​ອາ​ຊີບ​ດ້ານ​ບໍ່​ແຮ່​ທີ່​ເປັນ​ຄົນ​ລາວ ເພື່ອ​ວາງ​ມາດ​ຕະ​ຖານ​ໃໝ່ໆ​ສຳ​ລັບ ການ​ຂຸດ​ຄົ້ນ​ບໍ່​ແຮ່​ໃຕ້​ດິນ.”

ບໍ່​ຄຳ​-ທອງ ​ເຊ​ໂປນ ທີ່ໄດ້ຮັບ​ການ​ຈັດ​ອັນ​ດັບ ປະ​ເພດ A+ ຢ່າງ​ຕໍ່​ເນື່ອງ ໜຶ່ງ​ດຽວ​ໃນ​ ສ​ປ​ປ ລາວ ​ຊຶ່ງ​ອອກ​ໃຫ້ໂດຍກະ​ຊວງ​ພະ​ລັງ​ງານ ແລະ ບໍ່​ແຮ່​ ສຳ​ລັບຄວາມ​ມຸ່ງ​ໝັ້ນ​ໃນ​ການ​ປະ​ກອບ​ສ່ວນຕໍ່​ການ​ພັດ​ທະ​ນາ​ເສດ​ຖ​ະ​ກິດ ແລະ ສັງ​ຄົມ, ສຸ​ຂະ​ພາບ ແລະ ຄວາມ​ປອດ​ໄພ, ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ ແລະ ຮັກ​ສາ​ມາດ​ຕະ​ຖານ​ການ​ດຳ​ເນີນ​ງານ​ໃນ​ລະ​ດັບ​ສາ​ກົນ.

ບໍ​ລິ​ສັດ ລ​ຊມລ ສືບ​ຕໍ່​ລົງ​ທຶນ​ໃນ​ການ​ຝຶກ​ອົບ​ຮົມ ແລະ ພັດ​ທະ​ນາ. ມາ​ຮ​ອດ​ເດືອນ ມິ​ຖຸ​ນາ 2022, ບໍ​ລິ​ສັດ ລ​ຊມ​ລ ສະ​ໜອງ​ການ​ຝຶກ​ອົບ​ຮົມ​ກວ່​າ 23,000 ຊົ່ວ​ໂມງ​ໃຫ້​ແກ່​ພະ​ນັກ​ງານ​ຄົນ​ລາວ ທັງ​ການ​ຝຶກ​ອົບ​ຮົມ​ພາຍ​ໃນ, ພາຍນອກ ແລະ ໃນ​ໜ້າ​ວຽກ ແລະ ການ​ສຶກ​ສາ​ຢູ່​ຕ່າງ​ປະ​ເທດ. ໃນ​ເຄິ່ງ​ປີ​ຫຼັງ 2022, ບໍ​ລິ​ສັດ ລ​ຊມ​ລ ຈະ​ຈັດ​ຕັ້ງຫຼັກ​ສູດ ໂຄງກາ​ນ​ນັກ​ຮຽນ​ຊ່າງ​ເຕັກ​ນິກ ຊຶ່ງ​ມີ​ເປົ້າ​ໝາຍ​ສຳ​ລັບ​ຄົນ​ທ້ອງ​ຖິ່ນ ແລະ ໂຄງ​ການ​ພັດ​ທະ​ນາ​ຫົວ​ໜ້​າ​ຄຸມ​ງານ ແລະ ຜູ້​ນຳ ເພື່ອ​ຍົກ​ລະ​ດັບ​ທັກ​ສະ​ໃຫ້​ບຸກ​ຄະ​ລາ​ກອນ​ຄົນ​ລາວ.

ຄວາມຫຼາກ​ຫຼາຍ ແລະ ການ​ມີ​ສ່ວນ​ຮ່ວມ ຂອງ​ພະ​ນັກ​ງານ ລ​ຊມ​ລ ຍັງ​ສືບ​ຕໍ່​ເຂັ້ມ​ແຂງ ຊຶ່ງ​ພະ​ນັກ​ງານ​ຍິງ​ກວມ​ເອົາ 24 ສ່ວນ​ຮ້ອຍ ແລະ 95 ສ່ວນ​ຮ້ອຍ​ຂອງ​ພະ​ນັກ​ງານ​ທັງ​ໝົດ ແມ່ນ​ຄົນ​ລາວ (80 ສ່ວນ​ຮ້ອຍ ຈາກ​ທ້ອງ​ຖິ່ນ​ເມືອງວິ​ລະ​ບູ​ລີ ແລະ ແຂວງ​ສະ​ຫວັນ​ນະ​ເຂດ).

ໂອ​ກາດ​ໃນ​ການ​ເຮັດ​ວຽກ​ທີ່​ໂຄງ​ການ​ເຊ​ໂປນ ແມ່ນເຊື່ອມ​ໂຍງ​ກັບ​ບົດ​ບາດ​ດ້ານ​ເຕັກ​ນິກ ທີ່​ກ່ຽວ​ຂ້ອງ​ກັບ​ການ​ສຳຫຼ​ວດ ແລະ ພັດ​ທະ​ນາ ໂຄງ​ການບໍ່​ແຮ່​ໃຕ້​ດິນ ຊຶ່ງ​ມີ​ພະ​ນັກ​ງານ​ຄົນ​ລາວກວ່າ 300 ຄົນ​ໃນ​ປີ 2022.

ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ COVID19 ໄດ້​ກໍ່​ໃຫ້​ເກີດ​ຄວາມ​ທ້​າ​ທາຍ​ສຳ​ຄັນ​ຕໍ່​ສຸ​ຂະ​ພາບ ແລະ ຄວາມ​ປອດ​ໄພ, ກ​ານ​ຂົນ​ສົ່ງ ແລະ ການ​ດຳ​ເນີນ​ງານ. ບໍ​ລິ​ສັດ ລ​ຊມ​ລ ເຮັດ​ວຽກ​ປະ​ສານ​ງານ​ຢ່າງ​ໃກ້​ຊິດ​ກັບ​ເຈົ້າ​ໜ້າ​ທີ່​ສາ​ທາ​ລະ​ນະ​ສຸກ ແລະ ລັດ​ຖະ​ບານ ຂັ້ນ​ທ້ອງ​ຖິ່ນ, ແຂວງ ແລະ ສູນ​ກາ​ງ ເພື່ອ​ຮັບ​ປະ​ກັນ​ການ​ປົກ​ປ້ອງ​ພະ​ນັກ​ງານ ​ແລະ ຊຸມ​ຊົນ. ພາຍ​ໃຕ້​ການ​ຮ່ວມ​ມື​ກັບ​ພະ​ແນກ​ສາ​ທາ​ລະ​ນະ​ສຸກ​ແຂວງ​ສະ​ຫວັນ​ນະ​ເຂດ, ພະ​ນັກ​ງານ ລ​ຊມ​ລ ແລະ ຜູ້​ຮັບ​ເໝົາ ໄດ້​ຮັບ​ການ​ສັກ​ວັກ​ຊີນ​ປ້ອງ​ກັນ COVID-19 ຢ່າງ​ຄົບ​ຖ້ວນ ພ້ອມ​ທັງ​ເຂັມ​ກະ​ຕຸ້ນ. ບໍ​ລິ​ສັດ ລ​ຊມ​ລ ປະ​ກອບ​ສ່ວນ​ປະ​ມານ US$500,000 ໃຫ້​ແກ່​ລັດ​ຖະ​ບານ​ລາວ ໃນ​ການ​ປ້ອງ​ກັນ ແລະ ຮັບ​ມື​ກັບ COVID19 ຊຶ່ງ​ລວມ​ມີ ກ​ານ​ສະ​ໜອງ​ສະ​ຖານ​ທີ່​ຈຳ​ກັດ​ບໍ​ລິ​ເວນ, ເຄື່ອງກວດ​ແບບ PCR ແລະ ອຸ​ປ​ະ​ກອນ​ການ​ແພດ​ອື່ນໆ.

ແຜນ​ງານກອງ​ທຶນ​ພັດ​ທະ​ນາ​ທ້ອງ​ຖິ່ນ ຂອງ ບໍ່​ຄຳ-ທອງ​ເຊ​ໂປນ ແມ່ນ​ສຸມ​ໃສ່​ການ​ຮັບ​ປະ​ກັນ​ສະ​ບຽງ​ອາ​ຫານ, ການ​ສຶກ​ສາ ແລະ ສາ​ທາ​ລະ​ນະ​ສຸກ. ດ້ວຍ​ເປົ້າ​ໝາຍ​ສະ​ໜັບ​ສະ​ໜູນ​ຊຸມ​ຊົນ​ທີ່​ດ້ອຍ​ໂອ​ກາດ ໃນ​ການ​ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່, ການ​ເຂົ້າ​ເຖິງ​ນ້ຳ​ສະ​ອາດ, ສຸ​ຂະ​ອະ​ນາ​ໄມ, ຊົນ​ລະ​ປະ​ທານ ແລະ ໂຄງ​ລ່າງ​ພື້ນ​ຖານ​ອື່ນໆ, ລ​ຊມ​ລ ຍົກ​ລະ​ດັບ​ເມືອງວິ​ລະ​ບູ​ລີ ອອກ​ຈາກ​ເມືອງ​ທີ່​ທຸກ​ຍາກ ແລະ ບັນ​ລຸ​ເປົ້າ​ໝາຍ​ຕົວ​ຊີ້​ວັດ​ໃນ​ການ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກຂອງລັດ​ຖະ​ບານ. ບໍ​ລິ​ສັດໜັບ​ສະ​ໜູນການ​ສ້າງ​ຕັ້ງລະ​ບົບ ການ​ສະ​ໜອງ​​ນ້ຳ​ປະ​ປາໃນ​ເມືອງວິ​ລະ​ບູ​ລີ, ໂຮງ​ໝໍ​ເມືອງ, ສຸກ​ສາ​ລາ, ໂຮງ​ຮຽນ ແລະ ທຶນ​ການ​ສຶກ​ສາ.

ທ່ານ ສະ​ໝານ ອະ​ເນ​ກາ, ຜູ້​ອຳ​ນວຍ​ການ​ໃຫຍ່ ບໍ​ລິ​ສັດ ລ​ຊມ​ລ ກ່າວ​ວ່າ: “ບໍ​ລິ​ສັດ ລ​ຊ​ມ​ລ ສ້າງ​ຊີ​ວິດ​ການ​ເປັນ​ ​ທີ່​ດີ​ຂຶ້ນໃຫ້​ແກ່​ຄົນ​ຮຸ່ນ​ໃໝ່. ມາ​ຮອດ​ປະ​ຈຸ​ບັນ​ນີ້, ບໍ​ລິ​ສັດ ລົງ​ທຶນກວ່າ US$11 ລ້ານ ໃນ​ເມືອງວິ​ລະ​ບູ​ລີ ໂດຍ​ຜ່ານກອງ​ທຶນ​ພັດ​ທະ​ນາ​ທ້ອງ​ຖິ່ນ ແລະ ສ້າງ​ລາຍ​ຮັບ​ໃຫ້​ແກ່​ຊຸມ​ຊົນ ກວ່າ US$49 ລ້ານ​ ໂດຍ​ຜ່ານ​ກຸ່ມ​ທຸ​ລະ​ກິ​ດ​ທ້ອງ​ຖິ່ນ. ລ​ຊມ​ລ ລົງ​ທຶນ​ໃສ່​ຊັບ​ພະ​ຍາ​ກອນ​ຄົນ​ລາວ ເພື່ອ​ພັດ​ທະ​ນາ​ຊີ​ວິດ​ການ​ເປັນ​ຢູ່​ແບບ​ຍືນ​ຍົງ ແລະ ປັບ​ປຸງ​ໂອ​ກາດ​ສຳ​ລັບ​ອະ​ນາ​ຄົນ.”

ພາບມູມສູງຂອງໂຄງການເຊໂປນໃນເວລາກ່ອນຕາເວັນຕົກດິນ