ບໍ​ລິ​ສັດ ຊື​ເຟິງ ຈີຫຼົງ ຂຸດ​ຄົ້ນ​ຄຳ ໄດ້​ລົງ​ນາມ​ໃນ​ສັນ​ຍາຮ່ວມ​ມື​ກັບລັດ​ວິ​ສາ​ຫະ​ກິດ ​ພັດ​ທະ​ນາແຮ່​ທາດລາວ

ກໍລະກົດ 12, 2022

12 ​ກໍ​ລະ​ກົດ 2022

​​ນະ​ຄອນຫຼວງວຽງ​ຈັນ, ສ​ປ​ປ ລາວ – ໃນ​ວັນ​ທີ 11 ກໍ​ລະ​ກົດ 2022, ບໍ​ລິ​ສັດ​ ຊື​ເຟິງ ຈີຫຼົງ ຂຸດ​ຄົ້ນ​ຄຳ ໄດ້​ລົງ​ນາມ​​ໃນສັນ​ຍາ​ການ​ຮ່ວມ​ມື​ກັບ ລັດ​ວິ​ສາ​ຫະ​ກິດ ພັດ​ທະ​ນາ​ແຮ່​ທາດລາວ (ພ​ຮ​ລ) ເປັນ​ຄັ້ງ​ປະ​ຫວັດ​ສາດ. ສັນ​ຍາ​ດັ່ງ​ກ່າວ​ຈະ​ຊ່ວຍ​ໃຫ້​​ທຸກໆ​ຝ່າຍ​ສຸມ​ໃສ່​ການ​ສຳຫຼວດ ແລະ ພັດ​ທະ​ນາ​ແຫຼ່ງ​ແຮ່​ຕ່າງໆ ​ເພື່ອ​​ກາຍ​ເປັນ​ໂຄງ​ການ​ຂະ​ໜາດ​ໃຫຍ່​ໃນ​ອະ​ນາ​ຄົດ ຢູ່​ໃນ ສ​ປ​ປ ລາວ.

ທ່ານ ພໍ ແຮ​ຣິ​ສ, ປະ​ທານ​ກິ​ຕິ​ມະ​ສັກ​ຂອງ ບໍ​ລິ​ສັດ​ຊື​ເຟິງ ຂຸດ​ຄົ້ນ​ຄຳ ແລະ ຜູ້​ຈັດ​ການ​ໃຫຍ່​ຂອງ ບໍ​ລິ​ສັດ​ ລ້ານ​ຊ້າງ ມິ​ເນ​ໂຣນ​ສ໌ ລິ​ມິ​ເຕັດ (ລ​ຊ​ມ​ລ) ໄດ້​ກ່າວ​ວ່າ: “ສັນ​ຍາ​ສະ​ບັບ​ນີ້ ຍົກ​ໃຫ້​ເຫັນ​ຄວາມ​ໝາຍ​ໝັ້ນ​ທີ່​ມີ​ມາ​ຍາວ​ນານ​ຂອງບໍ​ລິ​ສັດ ຊື​ເຟິງ ໃນ​ການ​ເຕີບ​ໂຕ ແລະ ການ​ພັດ​ທະ​ນາ​ຂະ​ແໜງ​ການ​ບໍ່​ແຮ່ ຢູ່​ໃນ ສ​ປ​ປ ລາວ.”

“ຄະ​ນະ​ຂອງພວກ​ເຮົາ​ພວມ​ເຮັດ​ວຽກ​ຮ່ວມ​ມື​ກັບ​ລັດ​ຖະ​ບານ​ລາວ​ເພື່ອ​ພັດ​ທະ​ນາ​ອີກຫຼາຍໆ​ໂຄງ​ການ​ທີ່​ຈະ​ປະ​ສົບ​ຜົນ​ສຳ​ເລັດ ໃຫ້​ຄື​ກັນ​ກັບໂຄງ​ການ​ຄຳ-ທອງ ​ເຊ​ໂປນ. ບໍ​ລິ​ສັດ ຊື​ເຟິງ ແລະ ​ລັດ​ວິ​ສາ​ຫະ​ກິດ​ພັດ​ທະ​ນາ​ແຮ່​ທາດ​ລາວ ຈະ​ດຳ​ເນີນ​ການ​ສຳຫຼວດ​ ເພື່ອ​ລິ​ເລີ່ມ​ໂຄງ​ການ​ບໍ່​ແຮ່​ລະ​ດັບ​ໂລກ ເພື່ອ​ສ້າງ​ຜົນ​ປະ​ໂຫຍດ​ຮ່ວມ​ກັນຂອງຜູ້​ມີ​ສ່ວນ​ຮ່ວມ ໂດຍ​ສະ​ເພາ​ະແມ່ນປະ​ຊາ​ຊົນ​ລາວ.”

“​ໂດຍຮ່ວມ​ກັບ​ລັດ​ວິ​ສາ​ຫະ​ກິດ​ພັດ​ທະ​ນາ​ແຮ່​ທາດ​ລາວ ແລະ ລັດ​ຖະ​ບານ​ລາວ, ຄະ​ນະ​ພວກ​ເຮົາ​ພວມ​ສ້າງ​ພື້ນ​ຖານ​ອັນ​ເຂັ້ມ​ແຂງ ​ເພື່ອ​ຂະ​ຫຍາຍ​ການ​ລົງ​ທຶນ​ຢ່າງ​ມະ​ຫາ​ສານ​ໃນ ສ​ປ​ປ ລາວ ຂອງບໍ​ລິ​ສັດ ຊື​ເຟິງ. ບໍ​ລິ​ສັດ ຈະ​ຮັກ​ສາ​ມາດ​ຕະ​ຖານ​ສາ​ກົນທີ່​ເປັນ​ທີ່​ຮູ້​ຈັກ​ຢ່າງກວ້າງ​ຂວາງ ໂດຍ​ສ​ະ​ເພາະ ໃນ​ດ້ານ​ຄວາມ​ປອດ​ໄພ, ສິ່ງ​ແວດ​ລ້ອມ, ການ​ພັດ​ທະ​ນາ​ຊຸມ​ຊົນ ແລະ ການ​​ກໍ່​ສ້າງ​ພະ​ນັກ​ງານ​​ລາວ.”

ທ່ານ ບຸນ​ຍົງ ສີ​ດາ​ວົງ, ຜູ້​ອຳ​ນວຍ​ການ​ໃຫຍ່ ລັດ​ວິ​ສາ​ຫະ​ກິດ​ພັດ​ທະ​ນາ​ແຮ່​ທາດ​ລາວ ໄດ້​ກ່າວ​ວ່າ: “ສັນ​ຍາສະ​ບັບ​ນີ້ ຊຸກ​ຍູ້​ໃຫ້​ມີ​ການ​ສຳຫຼວດ​ເຂດ​ທີ່​ມີ​ທ່າ​ແຮງດ້ານ​ແຮ່​ທາດ ກ່ອນ​ທີ່​ຈະ​ເຂົ້າ​ສູ່​ສັນ​​ຍາ​ສຳ​ປະ​ທານ.”

​​ລັດ​ວິ​ສາ​ຫະ​ກິດ​ພັດ​ທະ​ນາ​ແຮ່​ທາດ​ລາວ ມີ​ຄວາມ​ເຊື່ອ​ໝັ້ນ​ ໃນດ້ານ​ຄວາມ​ຊຳ​ນິ​ຊຳ​ນານ ແລະ ຄວາມ​ພ້ອ​ມຂອງ ບໍ​ລິ​ສັດ ຊື​ເຟິງ ​ທີ່ຈະ​ນຳ​ສູ່​ຜົນ​ສຳ​ເລັດ ເຊິ່ງເຫັນ​ໄດ້​ຈາກຜົນ​ງານ​ດ້ານ​ການ​ດຳ​ເນີນ​ໂຄງ​ການ​ຂຸດ​ຄົ້ນ ແລະ ປຸງ​ແຕ່ງ​ຄຳ-ທອງ​ ເຊ​ໂປນ. ສະ​ນັ້ນ​, ການ​ຊອກ​ຫາ​ເຂດ​ທີ່​ມີ​ທ່າ​ແຮງ​ດ້ານ​ແຮ່​ທາດ ເປັນ​ສິ່ງ​ສຳ​ຄັນ​ຕັດ​ສິນ ໃນ​ນັ້ນ: ການ​ສະ​ໜັບ​ສະ​ໜູນຈາກ​ລັດ​ຖະ​ບານ, ​ຂະ​ແໜງ​ການ​ກ່ຽວ​ຂ້ອງ ແລະ ຊຸມ​ຊົນ​ທ້ອງ​ຖິ່ນ ແມ່ນ​ມີ​ຄວາມ​ຈຳ​ເປັນ ໃຫ້​ແກ່ການ​ພັດ​ທະ​ນາ​ຂະ​ແໜງ​ບໍ່​ແຮ່​ ໃນ ສ​ປ​ປ ລາວ.”

​ລ​ຊມ​ລ ແລະ ລັດ​ຖະ​ບານ​ລາວ​ໄດ້​ມີ​ສາຍ​ພົວ​ພັນ​ທີ່​ດີ ແລະ ປະ​ສົບ​ຜົນ​ສຳ​ເລັດ​ມາຫຼາຍກວ່າ 30 ປີ. ບໍ່​ຄຳ​-ທອງ ​ເຊ​ໂປນ ມີ​ຄວາມ​ພາກ​ພູມ​ໃຈ​ທີ່​ໄດ້​ຮັກ​ສາ​ມາດ​ຕະ​ຖານ​ສາ​ກົນ​ສູງ​ທີ່​ສຸດ ແລະ ສາ​ມາດ​ຮັກ​ສາ​ມາດ​ຕະ​ຖານ A+ ​ຊຶ່ງ​ອອກ​ໃຫ້ໂດຍກະ​ຊວງ​ພະ​ລັງ​ງານ ແລະ ບໍ່​ແຮ່​ ຢ່າງ​ສະ​ເໝີ​ມາ ແລະ ເປັນ​ທີ່​ຍອມ​ຮັບ​ວ່າ ໄດ້​ເປັນ​ແບບ​ຢ່າງ​ສຳ​ລັບ​ບໍ​ລິ​ສັດ​ບໍ່​ແຮ່​ອື່ນໆ ຢູ່​ໃນ ສ​ປ​ປ ລາວ.

​ປະ​ຈຸ​ບັນ​ນີ້, ບໍ​ລິ​ສັດ​ ຊື​ເຟິງ ຈີຫຼົງ​ຂຸດ​ຄົ້ນ​​ຄຳ ໄດ້ຖື​ຫຸ້ນ 90 ສ່ວນ​ຮ້ອຍ​ໃນ ບໍ​ລິ​ສັດ ລ້ານ​ຊ້າງ ມິ​ເນ​ໂຣນ​ສ໌ ລິ​ມິ​ເຕັດ ເຊິ່ງ​ເປັນ​ເຈົ້າ​ຂອງ ແລະ ດຳ​ເນີນ​ໂຄງ​ການ​ຄຳ-ທອງ​ ເຊ​ໂປນ ຢູ່ ແຂວງ​ສະ​ຫວັນ​ນະ​ເຂດ.

ນັບ​ແຕ່​ເລີ່ມ​ດຳ​ເນີນ​ງານ​ໃນ​ປາຍ​ປີ 2003 ເປັນ​ຕົ້ນ​ມາ, ບໍ​ລິ​ສັດ ລ​ຊມ​ລ ໄດ້​ຜະ​ລິດ​ແຜ່ນ​ທອງຫຼາຍກວ່າ​ 1,1 ລ້ານ ​ໂຕນ ແລະ ແທ່ງ​ຄຳ​ກວ່າ 1,5 ລ້ານ ​ອອນ​ສ໌ ພ້ອມ​ທັງ​ໄດ້​ປະ​ກອບ​ສ່ວນ​ຫຼາຍກວ່າ US$1,6 ຕື້ ໃຫ້ເປັນ​ລາຍ​ຮັບ​ໂດຍ​ກົງ​ໃຫ້​ແກ່​ລັດ​ຖະ​ບານ​ລາວ​ ໂດຍຜ່ານ​ການ​ຊຳ​ລະ​ພາ​ສີ-​ອາ​ກອນ, ຄ່າ​ຊັບ​ພະ​ຍາ​ກອນ​ແຮ່​ທາດ ແລະ ເງິນ​ປັນ​ຜົນ. ນອກ​ຈາກ​ນັ້ນ ບໍ​ລິ​ສັດ ກໍ​ໄດ້​ສ້າງ​ຜົນ​ປະ​ໂຫຍດ​ທາງ​ອ້ອມຫຼາຍ​ຮ້ອຍ​ລ້ານ​ໂດ​ລາ​ ສະ​ຫະ​ລັດ ເຂົ້າ​ໃນ​ການ​ສ້າງວຽກ​ເຮັດ​ງານ​ທຳ, ການ​ຝຶກ​ອົບ​ຮົມ, ການ​ພັດ​ທະ​ນາ​ຊຸມ​ຊົນ ແລະ ການ​ສົ່ງ​ເສີມທຸ​ລະ​ກິດ​ທ້ອງ​ຖິ່ນ.

‘ບໍ່​ແຮ່​ໃຕ້​ດິນ​ດິ​ສ​ໂຄ​ເວີ​ຣີ-​ດິບ​ສ໌’ ເຊິ່ງ​ຈະ​ເປັນ​ບໍ່​ແຮ່​ໃຕ້​ດິນ​ທີ່​ທັນ​ສະ​ໄໝ​ແຫ່ງ​ທຳ​ອິດ​ໃນ ສ​ປ​ປ ລາວ ແມ່ນ​ພວມ​ດຳ​ເນີນ​ການ​ກໍ່​ສ້າງ ຊຶ່ງ​ຄາດ​ວ່າ ຈະ​ສາ​ມາດ​ຍືດອາ​ຍຸ​ການ​ຂອງ​ບໍ່​ຄຳ-ທອງ​ ເຊ​ໂປນ ​ອອກ​ໄປ​ອີກຢ່າງ​ຕ່ຳ 10 ປີ ໄປ​ເຖິງ​ປີ 2033. ໂຄງ​ການ​ຂຸດ​ຄົ້ນ​ບໍ່​ແຮ່ ຈະປະ​ກອບ​ສ່ວນ​ໃນການ​ສ້າງວຽກ​ເຮັດ​ງານ​ທຳ, ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ ແລະ ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ໃນ​ຊຸ​ມ​ຊົນ​ເຈົ້າ​ພາບ.

ໃນ​ປີ 2021, ໂຄງ​ການ​ຄຳ-ທອງ​ ເຊ​ໂປນ ໄດ້​ຜະ​ລິດ​ທອງຫຼາຍກວ່າ 5.341 ໂຕນ ແລະ ແທ່ງ​ຄຳ​ກວ່າ 192.988 ອອນ​ສ໌. ໃນ​ປີ 2022, ຄາດ​ວ່າ​ຈະ​ສາ​ມາດ​ຜະ​ລິດ​ແທ່ງ​ຄຳ​ໄດ້ 224.000 ອອນ​ສ໌ (7 ໂຕນ) ແລະ ແຜ່ນ​ທອງ 8.000 ໂຕນ.

ທ່ານ ບຸນຍົງ ສີດາວົງ, ຜູ້ອຳນວຍການ ພຮລ (ທີ 2 ຈາກຊ້າຍ) ແລະ ທ່ານ ພໍ ແຮຣິສ໌, ປະທານກິຕິມະສັກບໍລິສັດຊືເຟິງ ແລະ ຜູ້ຈັດການໃຫຍ່ບໍລິສັດ ລຊມລ (ທີ 3 ຈາກຊາຍ) ໄດ້ລົງນາມສັນຍາ ພາຍໄຕ້ການເປັນສັກຂີພະຍານຂອງ ທ່ານ ອຳພົນ ສຸດທິພົນ, ຮອງອຳນວຍການ ພຮລ (ທີ 1 ຈາກຊ້າຍ) ແລະ ທ່ານ ສະໝານ ອະເນກາ, ຜູ້ອຳນວຍການໃຫຍ່ ບໍລິສັດ ລຊມລ (ທີ 1 ຈາກຂວາ) ຢູ່ ໂຮງແຮມ ຄຣາວ ພຼາຊາ, ນະຄອນຫຼວງວຽງຈັນ, ສປປ ລາວ ໃນວັນທີ 11 ກໍລະກົດ 2022.