ປະ​ທານ ສະ​ພາ​ແຫ່ງ​ຊາດ ​ປອ ໄຊ​ສົມ​ພອນ ພົມ​ວິ​ຫານ ຮ່ວມ​ພິ​ທີ​ອັນ​ເຊີນ​ຮູບຫຼໍ່​ເຄິ່ງ​ຄີງ ປະ​ທານ ໄກ​ສອນ ພົມ​ວິ​ຫານ ຂຶ້ນປະ​ດິດ​ສະ​ຖານ​ທີ່ ອະ​ນຸ​ສອນ​ສະ​ຖານ​ຂອງ​ເມືອງ ວິ​ລະ​ບູ​ລີ ແຂວງ​ສະ​ຫວັນ​ນ​ະເຂດ

ມິຖຸນາ 15, 2021

15 ມິ​ຖຸ​ນາ 2021ປະ​ທານ ສະ​ພາ​ແຫ່ງ​ຊາດ ພະ​ນະ​ທ່ານ ປອ ໄຊ​ສົມ​ພອນ ພົມ​ວິ​ຫານ ໄດ້​ເຂົ້າ​ຮ່ວມ​ພິ​ທີ​ອັນ​ເຊີນ​ຮູບຫຼໍ່​ເຄິ່ງ​ຄີງ​ປະ​ທານ ໄກ​ສອນ ພົມ​ວິ​​ຫານ ທັງ​ເປັນ​ວິ​ລະ​ບູ​ລຸດ​ຂອງ​ຊາດ ກໍ​ຄື ປວງ​ຊົນ​ລາວ ຂຶ້ນປະ​ດິດ​ສະ​ຖານ ທີ່​ອະ​ນຸ​ສອນ​ສະ​ຖານ​ຂອງທ່ານປະທານ ທີ່ເມືອງ ວິ​ລະ​ບູ​ລີແຂວງ​ສະ​ຫວັນ​ນະ​ເຂດ.

ປອ ໄຊ​ສົມພອນ ພົມ​ວິ​ຫານ ພ້ອມ​ຂະ​ນະ​ລວມ​ທັງ ເຈົ້າ​ແຂວງໆ​ສະ​ຫວັນ​ນະ​ເຂດ ທ່ານ ສັນ​ຕິ​ພາບ ພົມ​ວິ​ຫານຍັງ​ໄດ້​ລົງ​ຢ້ຽມ​ຢາມ​ໂຄງ​ການ​ຄຳທອງ​ເຊ​ໂປນ ຂອງ ບໍ​ລິ​ສັດ ລ້ານ​ຊ້າງ ມິ​ເນ​ໂຣນ​ສ໌ ລິ​ມິ​ເຕັດ (LXML) ເພື່ອ​ຢ້ຽມ​ຊົມ​ການ​ຜະ​ລິດ ແລະ ຮັບ​ຟັງ​ການ​ລາຍ​ງານ​ກ່ຽວ​ກັບ ຜົນ​ສຳ​ເລັດ​ດ້ານ​ວຽກ​ງານ​ສິ່ງ​ແວດ​ລ້ອມຄວາມ​ປອດ​ໄພ ແລະ ການ​ພັດ​ທະ​ນາ​ຊຸມ​ຊົນ​ຂອງ​ບໍ​ລິ​ສັດ. LXML ເປັນ​ວິ​ສາ​ຫະ​ກິດ​ແບບ​ຢ່າງໃນ   ສ​ປ​ປ ລາວ ແລະ ໄດ້ຮັບ​ລາງວັນ​ຍ້ອງ​ຍໍ​ລະ​ດັ​ບ​ດີ​ເລີດ (A+) ​ຢ່າງສະ​ເໝີ​ມາ ເຊິ່ງມອບ​ໂດຍ ກະ​ຊວງ​ພະ​ລັງ​ງານ ແລະ ບໍ່​ແຮ່ ໃນດ້ານການ​ປະ​ຕິ​ບັດ​ໄດ້ ຕາມ​ມາດ​ຕະ​ຖານ​ສາ​ກົນ​ດ້ານ​ການ​ຂຸດ​ຄົ້ນ​ບໍ່​ແຮ່ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມການ​ພັດ​ທ​ະ​ນາ​ຊຸມ​ຊົນ ແລະ ມາດ​ຕະ​ຖານ​ດ້ານ​ຄວາມ​ປອດ​ໄພໃນການດຳເນີນໂຄງການ. 

​ອະນູສອນສະຖານຮູບຫຼໍ່​ເຄິ່ງ​ຄີງ​ປະ​ທານ ໄກ​ສອນ ພົມ​ວິ​ຫານ ແມ່ນ​ໄດ້ຮັບການກໍ່ສ້າງຈາກກອງ​ທຶນ​ພັດ​ທະ​ນາ​ຊຸມ​ຊົນ​ ທີ່​ສະ​ໜັບ​ສະ​ໜູນໂດຍ ບໍລິສັດ LXML. ນອກ​ຈາກ​ນີ້​ແລ້ວ​ ໃນຜ່ານມາ ບໍລິສັດຍັງ​ໄດ້​ກໍ່​ສ້າງຫໍ​ວັດ​ທະ​ນະ​ທຳ​ເມືອງວິ​ລະ​ບູ​ລີ ເພື່ອ​ຊຸກ​ຍູ້​ການ​ທ່ອງ​ທ່ຽວ​ໃນ​ພາກ​ພື້ນ ນຳອີກດ້ວຍ.

 ທ່ານ ສະ​ໝານ ອະ​ເນ​ກາອຳ​ນວຍ​ການ​ໃຫຍ່ LXML ໄດ້​ກ່າວ​ວ່າ: ບໍ່ວ່າຍາມໃດກໍຕາມ ບໍລິສັດ LXML ​ແມ່ນຍັງສືບຕໍ່​ສະ​ໜັບ​ສະ​ໜູນ​ການ​ພັດ​ທະ​ນາ​ບຸກຄະລາກອນ ແລະ ຊຸມ​ຊົນ​ເຈົ້າ​ພາບບໍລິສັດມີ​ຄວາມ​ພາກ​ພູມ​ໃຈ​ທີ່​ໄດ້​​ປະ​ກອບ​ສ່ວນ​ສ້າງ​ຮູບຫຼໍ່​ເຄິ່ງ​ຄີງ ກໍ​ຄື ອະ​ນຸ​ສາ​ວະ​ລີ ປະດິດສະຖານໄວ້ໃນໃກາງ​ເມືອງວິ​ລະ​ບູ​ລີແຂວງ​ສະ​ຫວັນ​ນະ​ເຂດ ທີ່​ເປັນ​ແຂວງຖິ່ນກຳເນີດ​ຂອງພະນະທ່ານ ໄກສອນ ພົມວິຫານຜູ້​ກໍ່​ຕັ້ງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ແລະ ສ​ປ​ປ ລາວ ເພື່ອເປັນ​ກຽດອັນສູງສົ່ງໃຫ້​ແກ່ພະນະທ່ານ.”

ພິ​ທີທີ່ເປັນນິ​ມິດ​ໝາຍ​ສຳ​ຄັນ​ຄັ້ງ​ນີ້ ແມ່ນ​ໄດ້​ຈັດ​ຂຶ້ນ​ທີ່ອະ​ນຸ​ສອນ​ສະ​ຖານ​ ກໍ​ຄື ຫ້ອງ​ການ​ເມືອງວິ​ລະ​ບູ​ລີພາຍ​ໃຕ້​ການ​ນຳ​ພາ​ຂອງ​ການນຳເມືອງວິ​ລະ​ບູ​ລີ ໂດຍ​ສົມ​ທົບ​ກັບບໍລິສັດ LXML, ການ​ກໍ່​ສ້າງ​ເດີ່ນ​ສວນອ້ອມ​ອະ​ນຸ​ສອນສະຖານປະ​ທານ​ ໄກ​ສອນ ພົມ​ວິ​ຫານ ແມ່ນ​ໄດ້​ເລີ່ມ​ຂຶ້ນໃນເດືອນ ກຸມ​ພາ 2021.

ໃນຜ່ານມານັບ​ແຕ່​ປີ 2003, ກອງ​ທຶນ​ພັດ​ທະ​ນາ​ຊຸມ​ຊົນ​ຂອງ LXML ໄດ້​ລົງ​ທຶນ US$10 ລ້ານ ສະ​ໜັບ​ສະ​ໜູນ​ເມືອງວິ​ລະ​ບູ​ລີ ເພື່ອ​ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ ໂດຍ​ສອດ​ຄ່ອງ​ກັບ ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ແຫ່ງ​ຊາດ​ລາວ.

ໃນ​ຖາ​ນະ​ຄູ່​ຮ່ວມ​ພັດ​ທະ​ນາ​ສຳ​ຄັນ​ໃນ ສ​ປ​ປ ລາວ, LXML ມີ​ຄວາມ​ມຸ່ງ​ໝັ້ນເປັນບໍ​ລິ​ສັດ​ຂຸດ​ຄົ້ນ​ບໍ່​ແຮ່​ດີ​ເລີດ ແລະ ສ້າງ​ຄວາມ​ອຸ​ດົມ​ຮັ່ງ​ມີ​ໃຫ້​ແກ່ສັງ​ຄົມ.

 

ພະ​ນະ​ທ່ານ ປອ ໄຊ​ສົມ​ພອນ ພົມ​ວິ​ຫານ, ປະ​ທານ​ສະພາ​ແຫ່ງ​ຊາດ (ທີ 2 ຈາກ​ຂວາ) ໄດ້​ຢ້ຽມ​ຊົມຄວາມ​ຄືບ​ໜ້າ​ຂອງ​ການ​ຜະ​ລິດ​ຄຳ ຂ​ອງໂຄງ​ການ​ຄຳ-ທອງ​ເຊ​ໂປນ ພ້ອມ​ທັງ​ຍົກ​ແທ່ງຄຳ​ຮ່ວມ​ກັບ ທ່ານ ຝູ ເຊຍ​ເຊິນ, ປະ​ທານ ບໍ​ລິ​ສັດ LXML (ທີ 2 ຈາກຊ້າຍ) ໂດຍ​ມີ​ທ່ານ​ ສັນ​ຕິ​ພາບ​ ພົມ​ວິ​ຫານ, ເຈົ້າ​ແຂ​ວງ​ສະ​ຫວັນ​ນະ​ເຂດ (ດ້ານ​ຂວາ) ແລະ ທ່ານ ພໍ ແຮ​ຣີ​ສ, ຜູ້​ຈັດ​ການ​ໃຫຍ່ LXML (ດ້ານ​ຊ້າຍ).

ທ່ານ​ ສັນຕິພາບ​ ພົມວິຫານເຈົ້າແຂວງສະຫວັນນະເຂດ (ທີ 5 ຈາກຂວາ), ທ່ານ ຝູ ເຊຍເຊີນປະທານ ບໍລິສັດ LXML (ທີ 4 ຈາກຂວາ), ທ່ານ ພໍ​ ແຮຣີ ຜູ້ຈັດການໃຫຍ່ ບໍ່ຄຳອງເຊໂປນ (ທີ 6 ຈາກຂວາເຂົ້າຮ່ວມ​ພິ​ທີ​ອັນ​ເຊີນ​ຮູບຫຼໍ່​ເຄິ່ງ​ຄີງ​ປະ​ທານ ໄກ​ສອນ ພົມ​ວິ​​ຫານ ທີ່ເມືອງ ວິ​ລະ​ບູ​ລີແຂວງ​ສະ​ຫວັນ​ນະ​ເຂດ.