ລ​ຊມ​ລ ບໍ່​ຄຳ-ທອງ​ເຊ​ໂປນ ສະ​ໜັບ​ສະ​ໜູນ​ການຫຼອມ ແລະ ​ງານ​ພຸດ​ທະພິ​ເສກ​ສົມ​ໂພດ ພ​ຣະ​ພຸດ​ທະ​ຮູບ ພ​ຣະ​​ໃຫຍ່​ອົງ​ຕື້ ອຸດ​ຕະ​ມະ​ໂຊກ ຢູ່ ແຂວງ​ສະ​ຫວັນ​ນະ​ເຂດ

ກຸມພາ 10, 2021

ໃນ​ອາ​ທິດ​ຜ່ານ​ມາ, ບໍ​ລິ​ສັດ​ ລ້ານ​ຊ້າງ ມິ​ເນ​ໂຣນ​ສ໌ ລິ​ມິ​ເຕັດ (ລ​ຊມ​ລ) ບໍ່​ຄຳ-ທອງ​ເຊ​ໂປນ ໄດ້​ເປັນ​ເຈົ້າ​ພາບ​ເຈົ້າ​ສັດ​ທາ​ສ້າງ ແລະ ຈັດ​ງານ​ພຸດ​ທະ​ພິ​ເສກ​ສົມ​ໂພດ ​ພ​ຣະ​ພຸດ​ທະ​ຮູບ​ພ​ຣະ​ໃຫຍ່​ອົງ​ຕື້ ອຸດ​ຕະ​ມະ​ໂຊກ ຢູ່ ເມືອງວິ​ລະ​ບູ​ລີ, ແຂວງ​ສະ​ຫວັນ​ນະ​ເຂດ ເຊິ່ງ​ເປັນ​ທີ່​ຕັ້ງ​ຂອງ ບໍ່​ຄຳ-ທອງ​ເຊ​ໂປນ.

ກອງ​ທຶນ​ພັດ​ທະ​ນາ​ຊຸມ​ຊົນ​ຂອງ ລ​ຊມ​ລ ໄດ້​ສະ​ໜັບ​ສະ​ໜູນ​ການ​ສ້າງ ພ​ຣະ​ພຸດ​ທະ​ຮູບ​ພ​ຣະ​ໃຫຍ່​ອົງ​ຕື້ (ຂະ​ໜາດ​ໜ້າ​ຕັກ 3ມ ສູງ 4,20ມ ຫຼອມ​ດ້ວຍ​ທອງ​ສຳ​ລິດ ແລະ ຮູບຫຼໍ່​ພ​ຣະ​ຄູ​ຂີ້​ຫອມ (ພ​ຣະ​ບໍ​ລິ​ວານ) ຈຳ​ນວນ 5 ອົງ ຫຼອມ​ດ້ວຍ​ທອງ​ເຫຼືອງ ລວມ​ມູນ​ຄ່າ​ທັງ​ໝົດ 1.125.000.000 ກີບ (US$103,000).

ພ​ຣະ​ພຸດ​ທະ​ຮູບ​ແມ່ນ​ໄດ້​ເດີນ​ທາງ​ມາ​ເຖິງ ແຂວງ​ສະ​ຫວັນ​ນະ​ເຂດ ຢ່າງ​ປອດ​ໄພ ໃນ​ອາ​ທິດ​ຜ່ານ​ມາ ເພື່ອ​ມາ​ຈັດ​ງານທາງ​ພຸດ​ທະ​ພິ​ເສກ​ສົມ​ໂພດ ຕາມ​ຮີດ​ຄອງ​ປະ​ເພ​ນີ​ທາງພຸດທະ​ສາດ​ສະ​ໜາ​ຂອງ​ລາວ​.

ນອກ​ຈາກ​ນັ້ນ ກໍ​ຍັງ​ມີ​ເຈົ້າ​ສັດ​ທາ​ສ່ວນ​ບຸກ​ຄົນຮ່ວມ​ເປັນ​ເຈົ້າ​ພາບ​ປະ​ກອບ​ສ່ວນ​ເປັນ​ມູນ​ຄ່າ​ລວມ 270.000.000 ກີບ (US$25.000) ໃນ​ການຫຼອມ ຮູບຫຼໍ່​ພ​ຣະ​ຄູ​ຂີ້​ຫອມ​ອີກ 6 ອົງ ລວມ​ທັງ: ຜູ້​ອຳ​ນວຍ​ການ​ໃຫຍ່ ລ​ຊມ​ລ ທ່ານ ສະ​ໝານ ອະ​ເນ​ກາ, ປະ​ທານບໍ​ລິ​ສັດ​ຄູນ​ໄຊ​ພັດ​ທະ​ນາ ທ່ານ ເຄນ​ຄຳ ສີ​ລາ​ຊາ, ​ອະ​ດີດ​ປະ​ທານ ສະ​ພາ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳແຫ່ງ​ຊາດ (ສ​ຄອ​ຊ) ທ່ານ ສີ​ສະ​ຫວາດ ທິ​ລາ​ວົງ, ສ​ຄອ​ຊ ຕາງ​ໜ້າ​ໂດຍ ຮອງ​ປະ​ທານ ສ​ຄອ​ຊ ທ່ານ ດາວວອນ ພະ​ຈັນ​ທະ​ວົງ, ຄະນະບໍລິຫານພ້ອມດ້ວຍພະນັກງານຂອງ ສ​ຄອ​ຊ, ປະ​ທານ ບໍ​ລິ​ສັດ ວີ​ດີ​ຊີ ທ່ານ ບຸນ​ລອງ ໄຊ​ໂກ​ສີ ແລະ ​ປະ​ທານ ບໍ​ລິ​ສັດ ເວດ​ທະ​ສິນ​ກໍ່​ສ້າງ​ຄົບ​ວົງ​ຈອນ​ຈຳ​ກັດ​ຜູ້​ດຽວ ທ່ານ ເວດ​ທະ​ສິນ ສອນ​ເພັດ.

ເມືອງ ວິ​ລະ​ບູ​ລີ ໄດ້​ຈັດ​ງານ​ທາງພຸດທະ​ສາດ​ສະ​ໜາ​ເປັນ​ເວ​ລາ 5 ວັນ ນັບ​ແຕ່​ວັນ​ທີ 1 ຫາ 5 ກຸມ​ພາ 2022 ລວມ​ທັງ ພິ​ທີ​ສົມ​ໂພດ​ພ​ຣະ​ພຸດ​ທະ​ຮູບ​ ແລະ ຕັກ​ບາດ​ຖວາຍ​ສັງ​ຄະ​ທານ​ແດ່​ພະ​ສົງ​ສຳ​ມະ​ເນນ 109 ອົງ. ມີຫຼາຍ​ພັນ​ຄົນ​ຈາກ​ຊຸມ​ຊົນ​ທ້ອງ​ຖິ່ນ ແລະ ເມືອງ​ອື່ນໆ​ເຂົ້າ​ຮ່ວມ​ງານ​ດັ່ງ​ກ່າວ.

ເຈົ້າ​ໜ້າ​ທີ່​ພາກ​ລັດທີ່​ເຂົ້າ​ຮ່ວມ​ ພິ​ທີ​ໃນ​ວັນ​ທີ 3 ກຸມ​ພາ 2022 ລວມ​ມີ ທ່ານ​ນາງ ສວນ​ສະ​ຫວັນ ວິ​ຍາ​ເກດ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ຖະ​ແຫຼງ​ຂ່າວ, ວັດ​ທະ​ນະ​ທຳ ແລະ ທ່ອງ​ທ່ຽວ; ທ່ານ ສັນ​ຕິ​ພາບ ພົມ​ວິ​ຫານ, ເຈົ້າ​ແຂ​ວງໆ​ສະ​ຫວັນ​ນະ​ເຂດ; ທ່ານ​ນາງ ຫຼິງ​ທອງ ແສງ​ຕາ​ວັນ, ຮອງ​ເຈົ້າ​ແຂວງໆ​ສະ​ຫວັນ​ນະ​ເຂດ; ທ່ານ ຄຳ​ຜຸຍ ສີ​ບຸນ​ເຮືອນ, ເຈົ້າ​ເມືອງໆ​ວິ​ລະ​ບູ​ລີ; ທ່ານ ບົວ​ສອນ ມະ​ຫາ​ວົງ, ອາ​ດີດ​ເຈົ້າ​ເມືອງໆ​ວິ​ລະ​ບູ​ລີ, ຫົວ​ໜ້າ​ຂະ​ແໜງ​ການ​ຂັ້ນແຂວງ ແລະ ເມືອງ; ຫົວ​ໜ້າ​ແນວ​ໂຮມ​ທ້ອງ​ຖິ່ນ ແລະ ພາກ​ສ່ວນ​ອື່ນໆ.

ທ່ານ ສະ​ໝານ ອະ​ເນ​ກາ, ຜູ້​ອຳ​ນວຍ​ການ​ໃຫຍ່​ຂອງ ລ​ຊມ​ລ ໄດ້​ກ່າວ​ວ່າ: “ພວກ​ເຮົາ​ມີ​ຄວາມ​ພາກ​ພູມ​ໃຈ​ເປັນ​ຢ່າງ​ຍິ່ງ​ທີ່​ໄດ້​ປະ​ກອບ​ສ່ວນ​ໃສ່​ການຫຼອມ ແລະ ສົມ​ໂພດ​ພ​ຣະ​ພຸດ​ທະ​ຮູບ​ພະ​ໃຫຍ່​ອົງ​ຕື້. ການ​ປະ​ກອບ​ສ່ວນ​ນີ້ ສະ​ແດງ​ເຖິງ​​ຄວາມ​ເຄົາ​ລົບນັບ​ຖື​ທີ່​ມີ​ມາ​ຢ່າງ​ຍາວ​ນານ​ຂອງ ລ​ຊມ​ລ ຕໍ່ ຮີດ​ຄອງ​ປະ​ເພ​ນີ ແລະ ວັດ​ທະ​ນະ​ທຳ​ລາວ ກໍ​ຄື ຄວາມໝາຍ​ໝັ້ນ​ຂອງ​ບໍ​ລິ​ສັດ​ໃນ​ການ​ສົ່ງ​ເສີມ ການ​ພັ​ດ​ທະ​ນາ​ຊຸມ​ຊົນ​ທ້ອງ​ຖິ່ນ.”

​ໃນ​ສອງ-ສາມ​ທົດ​ສະ​ຫວັດ​ຜ່ານ​ມາ, ລ​ຊມ​ລ ໄດ້​ບໍ​ລິ​ຈາກ​ໂລ​ຫະ​ທອງ ແລະ ທຶນ​ຢ່າງ​ເປັນ​ປະ​ຈຳ ເຂົ້າ​ໃນການ​ສ້າງ​ຮູບຫຼໍ່ເປັນ​ອະ​ນຸ​ສອນ​ທີ່​ສຳ​ຄັນ​ໃນ ສ​ປ​ປ ລາວ ເປັນ​ຕົ້ນ ຮູ​ບຫຼໍ່​ພ​ຣະ​ພູດ​ທະ​ຮູບ​ທີ່​ສຳ​ຄັນ​ຢູ່​ແຂວງ ສະ​ຫວັນ​ນະ​ເຂດ, ຫົວ​ພັນ, ບໍ​ລິ​ຄຳ​ໄຊ, ໄຊ​ຍະ​ບູ​ລີ, ອັດ​ຕະ​ປື ແລະ ບັນ​ດາ​ບ້ານ​ຢູ່​ອ້ອມ​ຂ້າງ​ບໍ່​ຄຳ-ທອງ​ເຊ​ໂປນ ກໍ​ຄື ການ​ສ້າງ ຍອດ​ຊໍ່​ຟ້າ​ຂອງ​ຫໍຫຼັກ​ເມືອງ ນ​ະ​ຄອນຫຼວງວຽງ​ຈັນ, ເຄື່ອງ​ໝາຍ​ກາ​ຊາດ​ຂອງ​ສະ​ພາ​ແຫ່ງ​ຊາດ ແລະ ສຳ​ນັກ​ງານ​ປະ​ທານ​ປະ​ເທດ.

ມີຫຼາຍ​ຄົນ​ທີ່​ອາດ​ແປກ​ໃຈ ເມື່ອ​ຮູ້​ວ່າ ລ​ຊມ​ລ ໄດ້ ບໍ​ລິ​ຈາກ​ທອງ ຈາກ​ບໍ່​ຄຳ​-ທອງ​ເຊ​ໂປນ ເຂົ້າ​ໃນ​ການ​ສ້າງ​ຮູບຫຼໍ່​ຈຳ​ລອງ​ອົງ​ສົມ​ເດັດ​ພ​ຣະ​ເຈົ້າ​ອາ​ນຸ​ວົງ​ ຢູ່ ນະ​ຄອນຫຼວງວຽງ​ຈັນ ທີ່​ພວກ​ເຮົາ​ເຫັນ​ໃນ​ທຸກ​ມື້​ເວ​ລາ​ກາຍ​ໄປ​ກາຍ​ມາ​ຢູ່​ແຄມ​ຂອງ.