ລ້ານ​ຊ້າງ ມິ​ເນ​ໂຣນ​ສ໌ ລິ​ມິ​ເຕັດ ບໍ່​ຄຳ-ທອງ​ເຊ​ໂປນ ຍ້ອງ​ຍໍ​ພະ​ນັກ​ງານ 228 ທ່ານ ທີ່​ເຮັດ​ວຽກ​ມາ​ຍາວ​ນານ ກັບ​ບໍ​ລິ​ສັດ

ພະຈິກ 30, 2021

ໃນ​ຫວ່າງ​ບໍ່​ດົນ​ມາ​ນີ້, ບໍ​ລິ​ສັດ ລ້ານ​ຊ້າງ ມິ​ເນ​ໂຣນ​ສ໌ ລິ​ມິ​ເຕັດ (LXML) ບໍ່​ຄຳ-ທອງ​ເຊ​ໂປນ ໄດ້​ສະ​ເຫຼີມ​ສະຫຼອງ​ພະ​ນັກ​ງານ 228 ທ່ານ​ທີ່​ໄດ້​ເຮັດ​ວຽກ​ກັບ​ບໍ​ລິ​ສັດ​ມາ​ໄດ້​​ຍາວ​ນານ​ແຕ່ 5 ເຖິງ 20 ປີ. LXML ຈັດ​ພິ​ທີ​ມອບ​ໃບ​ຍ້ອງ​ຍໍ​ທຸກໆ​ປີ​ກົ​ງ​ກັບ ວັນ​ສະ​ເຫຼີມ​ສະຫຼອງວັນ​ສະ​ຖາ​ປະ​ນາ ສ​ປ​ປ ລາວ ຢູ່ ພາກ​ສະ​ໜາມ​ເຊ​ໂປນ ເພື່ອ ຮັບ​ຮູ້ ແລະ ຍ້ອງ​ຍໍ​ການ​ປະ​ກອບ​ສ່ວນ​ຂອງ​ພະ​ນັກ​ງານ​ຕໍ່​ຜົນ​ສຳ​ເລັດ​ຂອງ ໂຄງ​ການ​ຂຸດ​ຄົ້ນ-ຜະ​ລິດ​ຄຳ-ທອງ​ເຊ​ໂປນ.

ປີ​ນີ້​ຄົບ​ຮອບ 28 ປີ​ຕັ້ງ​ແຕ່​ການ​ຕໍ່​ຕັ້ງ ບໍ​ລິ​ສັດ LXML ບໍ່​ຄຳ-ທອງ​ເຊ​ໂປນ ແລະ ເກືອບ 20 ປີ​ຕັ້ງ​ແຕ່​ເລີ່ມ​ການ​ດຳ​ເນີນ​ງານ ຂຸດ​ຄົ້ນ-ຜະ​ລິດ​ຄຳ-ທອງ​ເຊ​ໂປນ. ມີ​ພະ​ນັກ​ງານ ແລະ ຜູ້​ຮັບ​ເໝົາ 5.000 ຄົນ​ທີ່​ໄດ້​ປະ​ກອບ​ສ່ວນ​ຕໍ່​ການ​ເຕີບ​ໂຕ​ຂອງ ບໍ​ລິ​ສັດ LXML ບໍ່​ຄຳ-ທອງ​ເຊ​ໂປນ, ໄດ້​ຮຽນ​ຮູ້​ຝຶກ​ຝົນ​ສີ​ມື​ທັກ​ສະ​ວິ​ຊາ​ຊີບ ແລະ ສ້າງ​ຊີ​ວິດ​ການ​ເປັນ​ຢູ່​ທີ່​ດີ​ຂຶ້ນ.

94 ສ່ວນ​ຮ້ອຍ​ຂອງ​ພະ​ນັກ​ງານ LXML ແມ່ນ​ຄົນ​ລາວ, 75 ສ່ວນ​ຮ້ອຍ​ແມ່ນ​ຊຸມ​ຊົນ​ທ້ອງ​ຖິ່ນ ແລະ ຫຼາຍກວ່າ 20 ສ່ວນ​ຮ້ອຍ​ແມ່ນ​ແມ່​ຍິງ. ໃນ​ສອງ-ສາມ​ທົດ​ສະ​ຫວັດ​ຜ່ານ​ມາ, LXML ໄດ້​ລົງ​ທຶນຫຼາຍລ້ານ​ໂດ​ລາ​ສະ​ຫະ​ລັດ​ເຂົ້າ​ໃສ່​ການ​ພັດ​ທະ​ນາ​ຊັບ​ພະ​ຍາ​ກອນ​ມະ​ນຸດ ລວມ​ທັງ ທຶນ​ການ​ສຶກ​ສາ, ການ​ລົງ​ຝຶກ​ງານ​ກັບ​ບໍ​ລິ​ສັດ ແລະ ການ​ຝຶກ​ອົບ​ຮົມ​ຕົວ​ຈິງ​ເວ​ລາ​ເຮັດ​ວຽກ. LXML ສືບ​ຕໍ່​ສະ​ໜັບ​ສະ​ໜູນ​ຄວາມ​ກ້າວ​ໜ້າ​ໃນ​ອາ​ຊີບ​ການ​ງານ ແລະ ຄວາມ​ມຸ່ງ​ໝັ້ນ​ຂອງ​ພະ​ນັກ​ງານ ກໍ​ຄື​ເພື່ອ​ສ້າງ​ວິ​ຊາ​ການ​ມື​ອາ​ຊີບຄົນ​ລາວ ເພື່ອ​ຜົນ​ປະ​ໂຫຍດ​ຂອງ ສ​ປ​ປ ລາວ.

ນັບ​ແຕ່​ເລີ່ມ​ດຳ​ເນີນ​ງານ, LXML ບໍ່​ຄຳ-ທອງ​ເຊ​ໂປນ​ໄດ້​ປະ​ກອບ​ສ່ວນຫຼາຍກວ່າ US$1.5 ຕື້​ເປັນ​ລາຍ​ຮັບ​ໂດຍ​ກົງ​​ໃຫ້​ແກ່ ລັດ​ຖະ​ບານ​ລາວ ຜ່ານ​ການ​ຈ່າຍ​ພາ​ສີ​ອາ​ກອນ ແລະ ຄ່າ​ຊັບ​ພະ​ຍາ​ກອນ​ແຮ່​ທາດ. ນອກ​ນັ້ນ ກໍ​ໄດ້​ປະ​ກອບ​ສ່ວນ​ຜົນ​ປະ​ໂຫຍດ​ທາງ​ອ້ອມ ຜ່ານ​ການ​ພັດ​ທະ​ນາ​ຊຸມ​ຊົນ, ສ້າງວຽກ​ເຮັດ​ງານ​ທຳ ແລະ ການ​ຝຶກ​ອົບ​ຮົມ​-ສ້າງ​ສີ​ມື​ແຮງ​ງານ​ໃຫ້​ແກ່​ຄົນ​ລາວ.

ທ່ານ ພໍ ແຮ​ຣິ​ສ, ຜູ້​ຈັດ​ການ​ໃຫຍ່ LXML ໄດ້​ກ່າວ​ຕໍ່​ຜູ້​ໄດ້​ຮັບ​ໃບ​ຍ້ອງ​ຍໍ-ລາງວັນ​ໃນ​ປີ​ນີ້​ວ່າ: “ທັກ​ສະ ແລະ ປະ​ສົບ​ການ​ທີ່​ພະ​ນັກ​ງານ​ເກັບ​ກ່ຽວ​ໄດ້​ໃນ​ຊຸມ​ປີ​ຜ່ານ​ມາ​ແມ່ນ​ມີ​ຄຸນ​ຄ່າ​ຍິ່ງ. ທັກ​ສະ​ເຫຼົ່າ​ນີ້​ຈະ​ເປັນ ຊັບ​ສິນ-ມໍ​ລະ​ດົກ​ຕິດ​ໂຕ ພະ​ນັກ​ງານ​ທຸກ​ຄົນ​ບໍ່​ວ່າ​ພວກ​ເຂົາ​ຈະ​ໄປ​ເຮັດ​ວຽກ​ຢູ່​ແຫ່ງ​ໃດ​ໃນ ສ​ປ​ປ ລາວ ກໍ​ຕາມ.”

ທ່ານ ພໍ ແຮ​ຣິ​ສ ຍັງ​ໄດ້​ກ່າວ​ຕື່ມ​ວ່າ: “ພະ​ນັກ​ງານ​ເປັນ​ຊັບ​ສິນ​ອັນ​ດັບ​ໜຶ່ງ​ຂອງ​ພວກ​ເຮົາ ແລະ ພວກ​ເຂົາ​ເປັນ​ຜູ້​ດຳ​ເນີນ​ຜົນ​ການ​ຜະ​ລິດ​ຢ່າງ​ປອດ​ໄພ ໂດຍ​ປະ​ຕິ​ບັດ​ຄຸນ​ທາດ​ຂອງ​ບໍ​ລິ​ສັດ​ໃນ​ແຕ່​ລະ​ວັນ. ໃນ​ສອ​ງ​ປີ​ຜ່ານມາ, ພະ​ນັກ​ງານ​ຂອ​ງ​ພວກ​ເຮົາ​ໄດ້​ພົບ​ພໍ້​ຄວາມ​ທ້າ​ທາຍຫຼາຍ​ສົມ​ຄວນ​ຈາກການ​ລະ​ບາດ​ຂອງ​ພະ​ຍາດ COVID-19, ເຮັດ​ໃຫ້​ພວກ​ເຂົາ​ຢູ່​ຫ່າງ​ຈາກ​ຄອບ​ຄົວ ແລະ ຕ້ອງ​ຈຳ​ກັດ​ບໍ​ລິ​ເວນ ກໍ​ຄື ເຮັດ​ວຽກ​ຜຽນ​ທີ່​ຍາວ​ຂຶ້ນ. ຂ້າ​ພະ​ເຈົ້າ​ມີ​ຄວາມ​ພາກ​ພູມ​ໃຈ​ຢ່າງ​ສູງ ແລະ ຂອບ​ໃຈ​ພະ​ນັກ​ງານ ແລະ ຜູ້​ຮັບ​ເໝົາ​ຂອງ​ພວກ​ເຮົາ 5.000 ກວ່າ​ຄົນ ທີ່​ໄດ້​ປະ​ກອບ​ສ່ວນ​ຕໍ່​ຜົນ​ສຳ​ເລັດ​ຂອງ ບໍ​ລິ​ສັດ.”

ໃນ​ປີ​ນີ້, ພິ​ທີ​ມອບ​ໃບ​ຍ້ອງ​ຍໍ​ການ​ເຮັດ​ວຽກ​ມາ​ຍາວ​ນານ ແມ່ນ​ໄດ້ ຈັດ​ໃນ​ຂະ​ໜາດ​ນ້ອຍ​ລົງ ເພື່ອ​ປະ​ຕິ​ບັດ​ສອດ​ຄ່ອງ​ກັບ ມາດ​ຕະ​ການ​ປ້ອງ​ກັນ​ການ​ລະ​ບາດ​ຂອງ​ພະ​ຍາດ COVID-19, ເປັນ​ພິ​ທີ​ມອບ​ໃນ​ວົງ​ແຄບ​ໂດຍ​ຜູ້​ຈັດ​ການ​ແຕ່​ລະ​ພະ​ແນກ ເພື່ອຫຼີກ​ເວັ້ນ ການ​ເຕົ້າ​ໂຮມຄົນ​ຈຳ​ນວນຫຼາຍ.

LXML ໄດ້​ສະ​ໜອງ​ປະ​ມານ US$500,000 ​ໃຫ້​ແກ່ ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຂັ້ນ​ສູນ​ກາງ, ແຂວງ ແລະ ເມືອງ ເພື່ອ​ສະ​ໜັບ​ສະ​ໜູນ​ວຽກ​ງານ​ຮັບ​ມື​ການ​ລະ​ຍາດ​ພະ​ຍາດ COVID-19 ຂອງ​ລັດ​ຖະ​ບານ​ລາວ ລວມ​ທັງ ການກວດ​ເຊື້ອ ແລະ ອຸ​ປະ​ກອນ​ການ​ແພດ, ການ​ກໍ່​ສ້າງ​ສະ​ຖານ​ທີ່​ຈຳ​ກັດ​ບໍ​ລິ​ເວນ ແລະ ສຸ​ຂະ​ອະ​ນາ​ໄມ-ສຸ​ຂະ​ພິ​ບານ.