ບໍ​ລິ​ສັດ ລ້ານ​ຊ້າງ ມິ​ເນ​ໂຣນ​ສ໌ ລິ​ມິ​ເຕັດ ມອບ US$5.84 ລ້ານ ຄ່າພາ​ສີ​ຊັບ​ພະ​ຍາ​ກອນ​ແຮ່​ທາດ ສຳ​ລັບ​ໄຕ​ມາດ​ທີ 1 ປີ 2022 ​ໃຫ້​ລັດ​ຖະ​ບານ​ລາວ

ມິຖຸນາ 01, 2022

1 ມິ​ຖຸ​ນາ 2022 ທີ່​ຫ້ອງ​ປະ​ຊຸມ​ ຂອງ​ກົມ​ຄຸ້ມ​ຄອງ​ຊັບ​ສິນ​ແຫ່ງ​ລັດ, ກະ​ຊວງ​ການ​ເງິນ ໄດ້​ມີ​ການມອ​ບ​ພາ​ສີ​ຊັບ​ພະ​ຍາ​ກອນ​ແຮ່​ທາດ ໂດຍທ່ານ ສະ​ໝານ ອະ​ເນ​ກາ – ຜູ້​ອຳ​ນວຍ​ການ​ໃຫ​ຍ່ ບໍ​ລິ​ສັດ ລ້ານ​ຊ້າງ ມິ​ເນ​ໂຣນ​ສ໌ ລິ​ມິ​ເຕັດ ບໍ່​ຄຳ-ທອງ​ເຊ​ໂປນ (ລ​ຊມ​ລ) ຈຳ​ນວນ​ US$5.846.693,20 ​ທີ່​ໄດ້ຈາກການ​ຜະ​ລິດ-ຈຳ  ​ໜ່າຍ​ໂລ​ຫະ​ຄຳ ແລະ ທອງ ຂອງ​ໂຄງ​ການ​ຂຸດ​​ຄົ້ນບໍ່​ຄໍາ-ທອງ ເຊ​ໂປນ ໃນໄຕມາດ​ທີ 1 ​ຂອງ​ປີ 2022 ຊຶ່ງ​ຮັບ​ໂດຍທ່ານ ພຸດ​ທະ​ສິນ ເຮືອງ​ທະ​ວົງ – ຫົວ​ໜ້າ​ກົມຄຸ້ມ​ຄອງ​ຊັບ​ສິນແຫ່ງລັດ, ກະ​ຊວງ​ການ​ເງິນ (ຂວາ) ໂດຍ​ການ​ເຂົ້າ​ຮ່ວມ​ຂອງທ່ານ ວົງ​ພະ​ສິດ ສີ​ລາ​ວົງ – ຫົວ​ໜ້າ​ພະ​ແນກ​ຄຸ້ມ​ຄອງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ,  ທ່ານ​ນາງ ມີ​ນາ​ລັດ ພັດ​ມະ​ນີ​ຈັນ ຈາກ​ໜ່ວຍ​ງານ​ຄຸ້ມຄ​ອງ​ຊັບ​ພະ​ຍາ​ກອນ, ກະ​ຊວງ​ການ​ເງິນ. ຝ່າຍ​ບໍ​ລິ​ສັດ​ລວມ​ມີ: ທ່ານ​ ຈັນ​ທອນ​ ເນົາ​ວະ​ລາດ – ຮອງ​ອຳ​ນວຍ​ການ ແລະ ທ່ານ​ນາງ ວິ​ໄລ​ລັກ ວົງ​ພິດ – ຮອງ​ຫົວ​ໜ້າດ້ານການ​ເງິນ ບໍ​ລິ​ສັດ ລ​ຊມ​ລ.

​ຜ່ານ​ມາ, ໃນ​​ປີ 2021, ​ລ​ຊມ​ລ ໄດ້​ມອບລາຍ​ຮັບໂດຍ​ກົງ​ຈາກ​ການ​ເສຍ​ພາ​ສີ, ອາ​ກອນ, ແລ​ະ ຄ່າ​ຊັກ​ອື່ນໆ​ທີ່​ກ່ຽວ​ຂ້ອງ ໃຫ້​ແກ່​ລັດ​ຖະ​ບານ ສ​ປ​ປ ລາວ ເປັ​ນ​ຈຳ​ນວນທັງ​ໝົດ​ ກວ່າ US$40.84 ລ້ານ.

ນັບຕັ້ງແຕ່​ເລີ່ມ​ມີການ​ຂຸດ​ຄົ້ນ-ປຸງ​ແຕ່ງ-​ຜະ​ລິດ​ຄຳ-ທອງ ຕັ້ງ​ແຕ່​​ປີ 2003 ເປັນ​ຕົ້ນ​ມາ, ບໍ​ລິ​ສັດ ລ​ຊມ​ລ ໄດ້​ປະ​ກອບ​ສ່ວນພັນ​ທະ​ ທີ່​ເປັນ​ລາຍ​ຮັບ​ໂດຍ​ກົງໃຫ້ແກ່​ລັດ​ຖະ​ບານ​ ແຫ່ງ ສ​ປ​ປ ລາວ ​ເປັນ​ເງິນ​ທັງໝົດ ຫຼາຍກວ່າ US$1,6 ຕື້ ໃນ​ນັ້ນ ມີຄ່າ​​ຊັບ​ພະ​ຍາ​ກອນ​ແຮ່​ທາດ ຫຼາຍກ່​ວາ ​US$ 389 ລ້ານ. ນອກ​ຈາກນັ້ນ ບໍ​ລິ​ສັດ​ກໍ່​ຍັງ​ໄດ້​ລົງ​ທຶນ​ຕື່ມອີກ ຫຼາຍ​ຮ້ອຍ​ລ້ານ​ໂດ​ລາ​ ສະ​ຫະ​ລັດ ໃສ່​ໃນ​ການ​ປະ​ກອບ​ສ່ວນ​ທາງ​ອ້ອມ ເຊັ່ນ: ​ການ​ຝຶກ​ອົມ​ຮົມ​ສີ​ມື​ແຮງ​ງານ, ​ການສະ​ໜັບ​ສະ​ໜູນ​ກຸ່ມ​ທຸ​ລະ​ກິດ​ທ້ອງ​ຖິ່ນ ແລະ ການ​ພັດ​ທະ​ນາ​ຊຸມ​ຊົນ​ເຈົ້າ​ພາບ.

ໃນ​ໄຕ​ມາດ​ທີ 1 ປີ 2022 ນີ້, ບໍ່​ຄຳ​-ທອງ​ເຊ​ໂປນ ສາ​ມາດ​ຜະ​ລິດ​ຄຳ​ໄດ້ 1,783 ກິ​ໂລ ແລະ ທອງ 2,426 ໂຕນ.

ທ່ານ ສະ​ໝານ ອະ​ເນ​ກາ ​ໄດ້ກ່າວ​ວ່າ: “ບໍ​ລິ​ສັດ ລ​ຊມ​ລ ມີ​ຄວາມ​ພາກ​ພູມ​ໃຈ​ໃນ​ການ​ເປັນ​ຄູ່​ຮ່ວມ​ງານ​ທີ່​ດີກັບ​ກົມ​ຄຸ້ມ​ຄອງຊັບ​ສິນແຫ່ງ​ລັດ ແລະ ໄດ້​ປະ​ກອບ​ສ່ວນ​ທາງ​ດ້ານ​ການ​ເງິນ​ທີ່​ສຳ​ຄັນ ໃສ່ໃນການ​ພັດ​ທະ​ນາ​ເສດ​ຖະ​ກິດສັງ​ຄົມ ​​ໃນ ສ​ປ​ປ ລາວ ດ້ວຍ​ການ​ຈ່າຍພາ​ສີ​ຊັບ​ພະ​ຍາ​ກອນ​ແຮ່​ທາດ, ອາ​ກອນ​ກຳ​ໄລ, ເງິນ​ປັນ​ຜົນ, ອາ​ກອນ​ເງິນ​ເດືອນພະ​ນັກ​ງານ, ກອງ​ທຶນ​ພັດ​ທະ​ນາ​ຊຸມ​ຊົນ, ​ກອງ​ທຶນ​ຊຸກ​ຍູ້​ຄອບ​ຄົວ​ຜູ້​ດ້ອຍ​ໂອ​ກາດ, ເງິນ​ສະ​ສົມ​ເພື່ອ​ພື້ນ​ຟູ​ສິ່ງ​ແວດ​ລ້ອມ, ຄ່າ​​ສຳ​ປະ​ທານ, ການ​ປະ​ກອບ​ສ່ວນ​ຊ່ວຍ​ເຫຼືອ​ສັງ​ຄົມ ແລະ ພັນ​ທະອາ​ກອນ​ອື່ນໆ”. ທ່ານ​​ສະ​ໝານ ​ຍັງໄດ້ກ່າວ​ຕື່ມ​ອີກວ່າ “ບໍ​ລິ​ສັດ ຂໍ​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​​ຂະ​ແໜງ​ການລັດ​ຖະ​ບານ ສ​ປ​ປ ລາວ ໃນ​ການ​ສະ​ໜັບ​ສະ​ໜູນ​ໂຄງ​ການຂຸດ​ຄົ້ນ​ບໍ່​ຄຳ-ທອງ ​ເຊ​ໂປນ ໂດຍ​ການຄົ້ນ​ຄວ້າ​ພິ​ຈາ​ລະ​ນາໃນ​ການ​ອະ​ນຸ​ມັດ, ແລະ ​ອອກ​ໃບ​ອະ​ນຸ​ຍາດ​ທີ່​ກ່ຽວ​ຂ້ອງ​ໃນ​ດ້ານຕ່າງໆ ໂດຍ​ສອດ​ຄ່ອງ​ຕາມ​ສັນ​ຍາ”

ໃນກາງ​ເດືອນ​​ຜ່ານ​ມາ, ບໍ​ລິ​ສັດ ລ​ຊມ​ລ ໄດ້​ເປີດອຸມົງ​ ເພື່ອ​ສຳຫຼວດບໍ່​ແຮ່​ໃຕ້​ດິນ​ທີ່​ທັນ​ສະ​ໄໝ​ແຫ່ງ​ທໍ​າ​ອິດ​​ໃນ ​ສ​ປ​ປ ລາວ. ໂຄງ​ການ​ສຳຫຼວດ-ຂຸດ​ຄົ້ນ​ບໍ່​ແຮ່​ໃຕ້​ດິນນີ້ ​ຈະ​ເປັນ​ໂຄງ​ການ​ທີ່ເປັນເສດ​ຖະ​ກິດ​ທີ່​ດີກວ່າ ສຳ​ລັບ​ການ​ຂຸດ​ຄົ້ນ​ເອົາ​ສິນ​ແຮ່​ທີ່​ຢູ່​ເລິກ​ລົງ​ໄປ ຊຶ່ງ​​ຈະມີ​ຜົນ​ກະ​ທົບ​ຕໍ່​ກັບ​​ສິ່ງ​ແວດ​ລ້ອມ ແລະ ສັງ​ຄົມ ​ທີ່​ໜ້ອຍກວ່າ ເມື່ອທຽບ​ໃສ່​ການ​ຂຸດ​ແຮ່ແບບບໍ່​ເປີດ​ໜ້າ​ດິນ. ກາ​ນ​ພັດ​ທະ​ນາ​ການ​ຂຸດ​ຄົ້ນບໍ່​ແຮ່​ໃຕ້​ດິນໃໝ່​ນີ້ ຈະສາ​ມາດ​ຕໍ່​ອາ​ຍຸ​ການ​ຂຸດ​ຄົ້ນ​ບໍ່​ຄຳ​ຕື່ມຈາກ​ນີ້​ໄປ​ອີກ 7 ປີ ແລະ ຈະ​ນຳ​ໃຊ້​ອຸ​ປະ​ກອນ-ກົນ​ຈັກ​ ພ້ອມ​ເຕັກ​ນິກທີ່​ທັນ​ສະ​ໄໝ, ໄດ້​ຕາມ​ມາດ​ຕະ​ຖານ​ສາ​ກົນ​ທາງດ້ານ​ຄວາມ​ປອດ​ໄພ​ໃນ​ການ​ເຮັດ​ວຽກ​ຂອງ​ພະ​ນັກ​ງານ. ບໍ​ລິ​ສັດ ຄາດ​ວ່າ: ​ການ​ຂຸດ​ຄົ້ນ​ບໍ່ແຮ່​ໃຕ້​ດິນໃໝ່​ນີ້ ​ຈະ​ເລີ່ມຂຸດ​ຄົ້ນ​ ແລະ ຜະ​ລິ​ດ ​ໃນ​​ກາງ​ປີ 2023 ທີ່​ຈະ​ມາ​ເຖິງ​ນີ້.

ພາຍຫຼັງ​ການມອບ​ຄ່າ​ພາ​ສີ​ຊັບ​ພະ​ຍາ​ກອນ​ແຮ່​ທາ​ດ ແລ້ວ, ຜູ້​ຕາງ​ໜ້າ​ຂອງ ລ​ຊມ​ລ ​ກໍ່ໄດ້​ເຂົ້າ​ຢ້ຽມ​ຄຳ​ນັບພະ​ນະ​ທ່ານ ບຸນ​ໂຈມ ອຸ​ບົນ​ປະ​ເສີດ – ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ ເພື່ອຮັບ​ຟັງບັນ​ດາ​ນະ​ໂຍ​ບາຍ​ຕ່າງໆ ເພື່ອ​ໃຫ້​ລັດ ແລະ ການ​ດຳ​ເນີນ​ທຸ​ລະ​ກິດ​ຂອງ​ບໍ​ລິ​ສັດ​ໃຫ້​ເກີດ​ປະ​ໂຫຍດ​ສູງ​ສຸດ. ອີກ​ປະ​ເດັນໜຶ່ງ ທີ່ມີ​ຄວາມ​ສຳ​ຄັນ​ຍິ່ງ ກໍ່​ຄື: ​ການ​ຊື້-ຂາຍ​ຜົນ​ຜະ​ລິດ​ແຮ່​ທາດ ແລະ ການ​ຊຳ​ລະ​ຄ່າ​ບໍ​ລິ​ການ​ຂອງ​ບໍ​ລິ​ສັດ ໂດຍ​​ໃຫ້​​ມີ​ການປະ​ຕິ​ບັດ​ຜ່ານ​ທະ​ນາ​ຄານ​ທຸ​ລະ​ກິດ ​ຢູ່​ພາຍ​ໃນ ສ​ປ​ປ ລາວ ນຳ​ອີກ​ດ້ວຍ.


LXML representatives paid a courtesy call on the Minister of Finance, H.E Mr Bounchom Oubonpaserth/ຜູ້ຕາງໜ້າຂອງ ລຊມລ ໄດ້ເຂົ້າຢ້ຽມຄຳນັບພະນະທ່ານ ບຸນໂຈມ ອຸບົນປະເສີດ – ລັດຖະມົນຕີກະຊວງການເງິນ.