LXML ມອບເງິນສະໜັບສະໜູນ 100 ລ້ານກີບ ເຂົ້າໃນງານເທສະການ "ສະຫວັນ ສຸກສັນ ຫັນສາ" ປະຈຳປີ 2026

ກຸມພາ 25, 2026

ໃນຕອນເຊົ້າຂອງວັນທີ 23 ກຸມພາ 2026, ທີ່ຫ້ອງວ່າການປົກຄອງແຂວງສະຫວັນນະເຂດ ບໍລິສັດ ລ້ານຊ້າງ ມິເນໂຣນສ໌ ຈໍາກັດ (LXML) ໄດ້ມອບເງິນອຸປະຖຳ 100,000,000 ກີບ (ໜຶ່ງຮ້ອຍລ້ານກີບ) ເພື່ອສະໜັບສະໜູນການຈັດງານເທສະການ "ສະຫວັນ ສຸກສັນ ຫັນສາ" ປະຈຳປີ 2026 ເຊິ່ງເປັນກິດຈະກຳວັດທະນະທຳທີ່ສຳຄັນຂອງແຂວງ.

ໃຫ້ກຽດຮັບໂດຍ ທ່ານ ທອງໃສ ໄຊຍະວົງຄຳດີ, ຮອງປະທານຄະນະກຳມະການປົກຄອງແຂວງ, ໂດຍມີຮອງຫົວໜ້າຫ້ອງວ່າການປົກຄອງແຂວງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ. ຕາງໜ້າບໍລິສັດ LXML  ມອບໂດຍ ທ່ານ ນາງ ລັດສະນີ ສີສານ, ຫົວໜ້າຫ້ອງການ LXML ປະຈຳແຂວງສະຫວັນນະເຂດ.

ການປະກອບສ່ວນດັ່ງກ່າວ ແມ່ນເພື່ອຮ່ວມເປັນສ່ວນໜຶ່ງໃນການຊຸກຍູ້ກິດຈະກຳການທ່ອງທ່ຽວ ແລະ ການສົ່ງເສີມ, ອະນຸລັກຮັກສາວັດທະນະທຳ ຮີດຄອງປະເພນີອັນດີງາມຂອງທ້ອງຖິ່ນໃຫ້ມີຄວາມຍືນຍົງ. ງານເທສະການ "ສະຫວັນ ສຸກສັນ ຫັນສາ" ຖືເປັນງານບຸນປະຈຳປີທີ່ສ້າງຄວາມເບີກບານມ່ວນຊື່ນ ແລະ ດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາຢ້ຽມຢາມແຂວງສະຫວັນນະເຂດນັບມື້ນັບຫຼາຍຂຶ້ນ.

ໃນໂອກາດນີ້, ທ່ານ ທອງໃສ ໄຊຍະວົງຄຳດີ ກໍໄດ້ກ່າວສະແດງຄວາມຂອບໃຈ ແລະ ຍ້ອງຍໍຊົມເຊີຍຕໍ່ ບໍລິສັດ LXML ທີ່ໄດ້ໃຫ້ຄວາມສຳຄັນ ແລະ ປະກອບສ່ວນຊ່ວຍເຫຼືອສັງຄົມ ພ້ອມທັງຊຸກຍູ້ວຽກງານພັດທະນາເສດຖະກິດ-ສັງຄົມ ຂອງແຂວງສະຫວັນນະເຂດ ຢ່າງສະເໝີຕົ້ນສະເໝີປາຍ.