ການຂົນຂວາຍຊຸມຊົນກ່ຽວກັບ ຄວາມປອດໄພໃນບໍ່ແຮ່

ມີນາ 18, 2022

ນັບຕັ້ງແຕ່ເດືອນມັງກອນ 2022 ເປັນຕົ້ນມາ, ທີມງານພົວພັນຊຸມຊົນຂອງພວກເຮົາ ໄດ້ລົງຂົນຂວາຍສະມາຊິກຊຸມຊົນກ່ຽວກັບ ຄວາມສ່ຽງຂອງການເຂົ້າໄປໃນພື້ນທີ່ບໍ່ແຮ່ແບບບໍ່ໄດ້ຮັບອະນຸຍາດ ແລະ ບັນຫາດ້ານຄວາມປອດໄພທີ່ກ່ຽວຂ້ອງ. ການສືບຕໍ່ເຮັດວຽກຢ່າງໃກ້ຊິດ ກັບຫົວໜ້າແນວໂຮມທ້ອງຖິ່ນແມ່ນມີຄວາມສຳຄັນ ໃນການ ເຜີຍແຜ່ ແລະ ກະຈາຍຂໍ້ຄວາມກ່ຽວກັບ ຄວາມອັນຕະລາຍຕໍ່ຄວາມປອດໄພ ແລະ ການເຂົ້າເຖິງ ພື້ນທີ່ຂຸດຄົ້ນບໍ່ແຮ່.

ມາຮອດປັດຈຸບັນ, ທີມງານຂອງພວກເຮົາໄດ້ເຂົ້າເຖິງ 61 ຄົນ ໃນ 5 ບ້ານ, ໂດຍໄດ້ປູກຈິດສຳນຶກກ່ຽວກັບ ຄວາມອັນຕະລາຍຂອງການເຂົ້າພື້ນທີ່ຂຸດຄົ້ນບໍ່ແຮ່ແບບບໍ່ໄດ້ຮັບອະນຸຍາດ ລວມທັງ ຄວາມປອດໄພຕາມເສັ້ນທາງລົດແກ່ແຮ່ ແລະ ຄວາມອັນຕະລາຍອື່ນໆ.

ອີງຕາມມາດຕະການປ້ອງກັນ COVID-19 ຈຶ່ງໄດ້ຈຳກັດຈຳນວນຜູ້ເຂົ້າຮ່ວມ ສະເພາະຄະນະຫ້ອງການບ້ານ ແລະ ເຈົ້າໜ້າທີ່ທ້ອງຖິ່ນ ຜູ້ທີ່ຈະປະກາດເນື້ອໃນຂໍ້ຄວາມຕໍ່ ທາງ ໂທລະໂຄ່ງ ແລະ ປາກຕໍ່ປາກ.

ນອກຈາກຊ່ອງທາງນີ້ແລ້ວ, ທີມງານພົວພັນຊຸມຊົນກໍຍັງຂົນຂວາຍສະມາຊິກຊຸມຊົນກ່ຽວກັບ ປະເດັນສຳຄັນທີ່ຕິດພັນກັບ ການພັດທະນາຊຸມຊົນ ແລະ ໂຄງການຄຳ-ທອງເຊໂປນ.

ທີມງານຂົນຂວາຍຊຸມຊົນຍັງຈະລົງຢ້ຽມຢາມອີກ 5 ບ້ານ ອ້ອມຂ້າງ ບໍ່ຄຳ-ທອງ ເຊໂປນ ໃນອາທິດຕໍ່ໜ້າ ເພື່ອສືບຕໍ່ ເຜີຍແຜ່ຂໍ້ຄວາມກ່ຽວກັບ ຄວາມປອດໄພໃກ້ພື້ນທີ່ຂຸດຄົ້ນບໍ່ແຮ່.

 


ບ້ານປ່າດົງ, 12 ກຸມພາ 2022 | Ban Padong, 12 February 2022