ບໍ​ລິ​ສັດ ຊື​ເຟິງ ລ້ານ​ຊ້າງ ມີ​ເນ​ໂຣນ​ສ໌ ລິ​ມິ​ເຕັດ ລາຍ​ງານ​ຄວາມ​ຄືບ​ໜ້າ​ກ່ຽວ​ກັບ ບໍ່​ຄຳ-ທອງ​ເຊ​ໂປນ ໃຫ້​ແກ່ ລັດ​ຖະ​ບານ​ລາວ ແລະ ຜູ້​ມີ​ສ່ວນ​ຮ່ວມ​ຈາກ​ຊຸມ​ຊົນ ໃນ​ກອງ​ປະ​ຊຸມ​ຫົກ​ເດືອນ​ທ້າຍ​ປີ ຄັ້ງ​ທີ 28

ສິງຫາ 11, 2021

​ໃນ​ວັນ​ທີ 10 ສິງ​ຫາ 2021, ບໍ​ລິ​ສັດ ຊື​ເຟິງ ລ້ານ​ຊ້າງ ມີ​ເນ​ໂຣນ​ສ໌ ລິ​ມິ​ເຕັດ (ລ​ຊມ​ລ) ໄດ້​ລາຍ​ງານ​ກ່ຽວ​ກັບ​ຄວາມ​ຄືບ​ໜ້າ ແລະ ອະ​ນາ​ຄົດ​ຂອງ ບໍ່​ຄໍ​າ-ທອງ​ເຊ​ໂປນ ໃຫ້​ແກ່ ຜູ້​ຕາງ​ໜ້າ 60 ທ່ານ ຈາກ ພາກ​ລັດ​ຖະ​ບານ​ ແລະ ຊຸມ​ຊົນ​. ຜູ້​ຈັດການ​ໃຫຍ່ ລ​ຊມ​ລ ທ່ານ ພໍ ແຮ​ຣິ​ສ ໄດ້​ລາຍ​ງານ​ກ່ຽວ​ກັບ​ແຜນ​ການ​ຍືດ​ອາ​ຍຸ​ບໍ່​ແຮ່​ເຊ​ໂປນ ດ້ວຍ​ການ​ເລັ່ງ​ຂະ​ຫຍາ​ຍ​ວຽກ​ງານ​ສຳຫຼວດ ແລະ ລົງ​ທຶນ​ມະ​ຫາ​ສານ​ໃສ່​ໂຮງ​ງານ ແລະ ອຸ​ປະ​ກອນ​ໃໝ່ໆ.

ໂດຍ​ການ​ເປັນ​ປະ​ທານ​ຮ່ວມຂອງ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ພະ​ລັງ​ງານ ແລະ ບໍ່​ແຮ່ ທ່ານ ທອງ​ພັດ ອິນ​ທະ​ວົງ ແລະ ​ຮອງ​ເຈົ້າ​ແຂວງ​ສະ​ຫວັນ​ນະ​ເຂດ ທ່ານ ວຽງ​ທະ​ວີ​ສອນ ເທບ​ພະ​ຈັນ, ກອງ​ປະ​ຊຸມ​ຄັ້ງ​ນີ້ ມີ​ການ​ເຂົ້າ​ຮ່ວມ​ຈາກ​ຂະ​ແໜງ​ການ​ພາກ​ລັດ​​ທີ່​ກ່ຽວ​ຂ້ອງ ລວມ​ທັງ ກະ​ຊວງ​ພະ​ລັງ​ງານ ແລະ ບໍ່​ແຮ່, ກະ​ຊວງ​ແຜນ​ການ​ ແລະ ການ​ລົງ​ທຶນ, ກະ​ຊວງ​ການ​ເງິນ, ກະ​ຊວງ​ແຮງ​ງານ ແລະ ສະ​ຫວັດ​ດີການ​ສັງ​ຄົມ ພ້ອມ​ຜູ້​ຕາງ​ໜ້າ​ຈາກ​ຊຸມ​ຊົນ ແລະ ອົງ​ການ​ຂັ້ນ​ຮາກ​ຖານ. ບໍ​ລິ​ສັດ ລ​ຊມ​ລ ຈັດ​ກອງ​ປະ​ຊຸມ​ກັບ​ຜູ້​ມີ​ສ່ວນ​ຮ່ວມ​ເປັນ​ປະ​ຈຳ ແຕ່ ກໍ​ໄດ້​ຖືກ​ໂຈະ​ຊົ່ວ​ຄາວ​ຍ້ອນ ມາດ​ຕະ​ການ​ຈຳ​ກັດ​ການ​ລະ​ບາດ​ພະ​ຍາດ COVID-19.

ຜູ້​ເຂົ້າ​ຮ່ວມກອງ​ປະ​ຊຸມ ໄດ້​ປຶກ​ສາ​ຫາ​ລື​ກ່ຽວ​ກັບ ຜົນ​ການ​ປະ​ຕິ​ບັດ​ງານ​ດ້ານ​ຄວາມ​ປອດ​ໄພ ແລະ ສິ່ງ​ແວດ​ລ້ອມ, ສິ່ງ​ທ້າ​ທາຍ​ໃນ​ການ​ປະ​ຕິ​ບັດ​ງານ​ໃນ​ໄລ​ຍະ​ວິ​ກິດ​ການ COVID-19, ຜົນ​ປະ​ໂຫຍດ​ດ້ານ​ເສດ​ຖະ​ກິດ ໃຫ້​ແກ່ ສ​ປ​ປ ລາວ, ໂຄງ​ລ່າງ​ພື້ນ​ຖານ, ປະ​ເດັນ​ກ່ຽວ​ກັບ​ແຮງ​ງານ, ແຜນ​ການ​ປິດ​ບໍ່ ແລະ ການ​ພັດ​ທະ​ນາ​ຊຸມ​ຊົນ.  ​ຍ້ອນ​ການ​ສະໜັບ​ສະ​ໜູນ​ຈາກ ພະ​ແນກ​ສາ​ທາ​ລະ​ນະ​ສຸກ​ແຂວງ​ສະ​ຫວັນ​ນະ​ເຂດ, ລ​ຊມ​ລ ​ຈຶ່ງສາ​ມາດ ສັກ​ວັກ​ຊີນ​ຄົບ​ໂດ​ສ​ໃຫ້​ແກ່​ພະ​ນັກ​ງານຂອງ​ບໍ​ລິ​ສັດ 82% ແລະ 95% ແມ່ນ​ໄດ້​ຮັບ​ທັງ​ໜຶ່ງ​ໂດ​ສ.     ລ​ຊມ​ລ ໄດ້​ວາງ​ມາດ​ຕະ​ການ​ປ້ອງ​ກັນ​ຢ່າງ​ເຂັ້ມ​ງວດ ລວມ​ທັງ ການ​ກັກ​ບໍ​ລິ​ເວນ ແລະ ການກວດ​ຫາ​ເຊື້ອໃຫ້​ແກ່​ພະ​ນັກ​ງານ ເປັນ​ຕົ້ນ, ພ້ອມ​ທັງ ເລັ່ງ​ໃສ່​ສັກ​ວັກ​ຊີນ​ໃຫ້​ແກ່​ພະ​ນັກ​ງານ ແລະ ຜູ້​ຮັບ​ເໝົາ​ທຸ​ກ​ຄົນ ເພື່ອ​ປ້ອງ​ກັນ​ການ​ແຜ່​ລະ​ບາດ​ຂອງ​ເຊື້ອ​ພະ​ຍາດ COVID-19 ແລະ ປົກ​ປ້ອງ​ພະ​ນັງ​ການ, ຄອບ​ຄົວ ແລະ ຊຸມ​ຊົນ.

ທ່ານ ພໍ ແຮ​ຣິ​ສ, ຜູ້​ຈັດ​ການ​ໃຫຍ່ ລ​ຊມ​ລ ໄດ້​ກ່າວ​ວ່າ​: “ໂຄງ​ການ​ຂຸດ​ຄົ້ນ-ຜະ​ລິດ​ຄຳ-ທອງ​ເຊ​ໂປນ ໄດ້​ປະເຊີນ​ຄວາມ​ທ້າ​ທາຍຫຼາຍ​ປະ​ການ, ແຕ່​ພວກ​ເຮົາ​ໝັ້ນ​ໃຈ​ວ່າ ຈະ​ສາ​ມາດ​ຜ່ານ​ຜ່າ​ໄດ້ ດ້ວຍ​ການ​ສະ​ໜັບ​ສະ​ໜູນ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ຜູ້​ມີ​ສ່ວນ​ຮ່ວມ.”

ຕັ້ງ​ແຕ່​ເລີ່ມ​ດຳ​ເນີນ​ງານ​ໃນ​ປີ 2003, ບໍ​ລິ​ສັດ ລ​ຊມ​ລ ໄດ້​ປະ​ກອບ​ສ່ວນ US$1.5 ຕື້ ເປັນ​ລາຍ​ຮັບ​ໂດຍ​ກົງ​ໃຫ້​ແກ່​ລັດ​ຖະ​ບານ​ລາວ ຜ່ານ​ການ​ຈ່າຍ​ພາ​ສີ​ອາ​ກອນ, ຄ່າ​ຊັບ​ພະ​ຍາ​ກອນ​ແຮ່​ທາດ ແລະ ເງິນ​ປັນ​ຜົນ. ນອກ​ຈາກນັ້ນ ຍັງ​ໄດ້​ປະ​ກອບ​ສ່ວນ​ຜົນ​ປະ​ໂຫຍດ​ທາງ​ອ້ອມຫຼາຍ​ຮ້ອຍ​ລ້ານ​ໂດ​ລາ​ສະ​ຫະ​ລັດ ຜ່ານ​ກາ​ນ​ຈັດ​ຊື້​ສິນ​ຄ້າ-ການ​ບໍ​ລິ​ການ​ທ້ອງ​ຖິ່ນ, ການ​ພັດ​ທະ​ນາ​ທຸ​ລະ​ກິດ ແລະ ຊຸມ​ຊົນ. ລ​ຊມ​ລ ບໍ່​ຄຳ-ທອງ​ເຊ​ໂປນ ໄດ້​ກັບມາ​ສູ່​ຍຸກ​ແຫ່ງ​ການ​ເຕີບ​ໂຕ​ຄືນ​ໃໝ່ ຍ້ອນ​ການ​ລົງ​ທຶນ​ຂອງ ບໍ​ລິ​ສັດ​ ຊື​ເຟິງ ເພື່ອ​ໃຫ້​ບັນ​ລຸຜົນ​ປະ​ໂຫຍດ​ຈາກ ທ່າ​ແຮງ​​ຂອງປະ​ລິ​ມານ​ແຮ່​ຄຳ​ທຳ​ມະ​ຊາດ ແລະ ແຮ່​ອື່ນໆ​ໃນ ສ​ປ​ປ ລາວ.