ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ລິມິເຕັດ ລົງ​ທຶນ​ໃສ່​ຄົນ​ຮຸ່ນ​ໃໝ່ ໃນ​ເມືອງວິ​ລະ​ບູ​ລີ

ກັນຍາ 27, 2022

22 ກັນຍາ 2022 – ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ລິມິເຕັດ (LXML) ໄດ້ຮ່ວມກັບຫ້ອງການສຶກສາ ເມືອງວິລະບູລີ ຈັດພິທີ ມອບ-ຮັບ 3 ຫ້ອງຮຽນ ແລະ  2 ຫ້ອງນ້ຳ ມູນ​ຄ່າ US$36.950 ໃຫ້​ແກ່ ໂຮງຮຽນ ມ.ສ ພູຄຳ, ບ້ານ ບຸ່ງຄຳ, ເມືອງ ວິລະບູລີ, ແຂວງສະຫວັນນະເຂດ ເຊິ່ງ​ເປັນ​ທີ່​ຕັ້ງ​ຂອງ ໂຄງ​ການ​ຂຸດ​ຄົ້ນ​-ຜະ​ລິດ​ຄຳ-ທອງ ເຊ​ໂປນ. ໃຫ້ກຽດເປັນປະທານພິທີ ໂດຍ ທ່ານ ຮອງເຈົ້າເມືອງວິລະບູລີ, ທ່ານ ບຸນເນືອງ ຈັນຫອມ, ຜູ້​ຕາງ​ໜ້າ LXML, ບັນດາແຂກຖືກເຊີນ, ຄູອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມ.

ໃນ​ວັນ​ດຽວ​ກັນ​ນີ້, ຫ້ອງການຖະແຫຼ່ງຂ່າວ ແລະ ວັດທະນະທຳເມືອງວິລະບູລີ ແລະ LXML ກໍ​ໄດ້ຈັດພິທີປິດ ໂຄງການສົ່ງເສີມນັກຮຽນຝຶກອົບຮົມສິນລະປະດົນຕີພື້ນເມືອງ ໂດຍ​ການ​ໃຫ້​ກຽດ​ເຂົ້າ​ຮ່ວມ​ຂອງ ຂອງ ທ່ານ ເຈົ້າເມືອງວິລະບູລີ ທ່ານ ວາລີຍະ ສີຈັນທອງທິບ. LXML ໄດ້​ສະ​ໜັບ​ສະ​ໜູນ​ທຶນ ແລະ ເຄື່ອງ​ດົນ​ຕີ​ໃຫ້​ແກ່​ນັກ​ຮຽນ​ຢູ່​ເມືອງວິ​ລະ​ຍູ​ລີ ໄດ້ຮຽນສິນ​ລະ​ປະ​ດົນ​ຕີ​ພື້ນ​ເມືອງ​ ເພື່ອ​ອະ​ນຸ​ລັກ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ອັນ​ລ້ຳ​ຄ່າ​ນີ້​ໄວ້.​ ມາ​ຮອດ​ປັດ​ຈຸ​ບັນ, LXML ໄດ້​ສະ​ໜັບ​ສະ​ໜູນ​ທຶນ US$10.000 ເຂົ້າ​ໃສ່​ ໂຄງ​ການ​ນີ້, ເຊິ່ງ​ໄດ້​ສ້າງ​ໂອ​ກາດ​ໃຫ້​ແກ່ນັກ​ດົນ​ຕີ​ໜຸ່ມ​ນ້ອຍ​ຄົນ​ລາວ 30 ນ້ອງ​ນັກ​ຮຽນ.

ກອງ​ທຶນ​ພັດ​ທະ​ນາ​ຊຸມ​ຊົນ​ຂອງ LXML ໄດ້​ສະ​ໜອງ​ທຶນ US$750,000 ຕໍ່ປີ ເພື່ອ​ສະ​ໜັບ​ສະ​ໜູນຊຸມຊົນ ອ້ອມຂ້າງ ບໍ່ຄຳ-ທອງ ເຊໂປນ ໂດຍສຸມໃສ່ 3 ເສົ່າຫຼັກທີ່ສຳຄັນຄື: ການຮັບປະກັນດ້ານ​ສະ​ບຽງ​ອາ​ຫານ ແລະ ການ​ຜະ​ລິດ​ກະ​ສິ​ກຳ​ເປັນ​ສິນ​ຄ້າ (30% ຂອງກ​ອງ​ທຶນ); ການ​ສຶກ​ສາ, ທຶນ​ການ​ສືກ​ສາ​ໃຫ້​ແກ່​ນັກ​ຮຽນ​ເກັ່ງ ແລະ ນະ​ໂຍ​ບາຍ​ຕໍ່​ນັກ​ຮຽນ​ດ້ອຍ​ໂອ​ກາດ (25%); ແລະ ການສົ່ງ​ເສີມ​​ສຸກ​ຂະ​ພາບພື້ນ​ຖານ​ໃຫ້​ແກ່​ຊຸມ​ຊົນ (20%).  ສ່ວນ​ທຶນ​ທີ່​ເຫຼືອແມ່ນຈະຖືກຈັດ​ສັນເຂົ້າ​ໃສ່​ໂຄງ​ການ​ພັດ​ທະ​ນາ​ອື່ນໆ ໂດຍ​ອີງ​ຕາມ​ການ​ປຶກ​ສາ​ຫາ​ລື​ກັບ ຊຸ​ມ​ຊົນ​ທ້ອງ​ຖິ່ນ ລວມໄປ​ເຖິງກອງ​ທຶນ​​ບັນ​ເທົາ​ໄພ​ພິ​ບັດ ຈຳ​ນວນ US$25.000 ຕໍ່​ປີ ເຊິ່ງ ຜ່ານ​ມາ​ແມ່ນ​ໄດ້​ນຳ​ໃຊ້​ໃນ​ໄລ​ຍະ​ເກີດ ການ​ແຜ່​ລະ​ບາດ​ພະ​ຍາດ​ໂຄວິດ-19 ແລະ ໄພ​ນ້ຳ​ຖ້ວມ​ຕ່າງໆ.

ມາ​ຮອດ​ປັດ​ຈຸ​ບັນ, LXML ໄດ້​ລົງ​ທຶນ US$11 ລ້ານ ໃນ​ເມືອງວິ​ລະ​ບູ​ລີ​ຜ່ານ​ກອງ​ທຶນ​ພັດ​ທະ​ນາ​ຊຸມ​ຊົນ ແລະ ໂຄງ​ການ​ພັດ​ທະ​ນາ​ຊຸມ​ຊົນ​ອື່ນໆ ອັນ​ໄດ້ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ຊຸມ​ຊົນ​ ແລະ ຄອບ​ຄົວ​ຂອງ​ເຂົາ​ເຈົ້າ ກວ່າ 40 000 ຄົນ ຜ່ານ​ການ​ກໍ່​ສ້າງ​ໂຄງ​ລ່າງ​ພື້ນ​ຖານ​ສຳ​ຄັນ ກໍ​ຄື​ການ​ສະ​ໜັບ​ສະ​ໜູນ ແລະ ການ​ບໍ​ລິ​ການ​ຕ່າງໆ. ຫຼາຍ​ທົດ​ສະ​ວັດ​ກ່ອນ​ນ້າ​ນີ້, ເມືອງວິ​ລະ​ບູ​ລີ ຖືກ​ຈັດ​ເປັນ​ເມືອງ​ທີ່ “ທຸກ​ຍາກ​ທີ່​ສຸດ”, ແຕ່​ຍ້ອນ​ການ​ມີ​ວຽກ​ເຮັດ​ງານ​ທຳ, ການ​ຄ້າ, ແລະ ການ​ພັດ​ທະ​ນາ​ຊຸມ​ຊົນ, ເມືອງ​ດັ່ງ​ກ່າວ​ກໍ​ໄດ້​ກາຍ​ເປັນ​ເມືອງ​ທີ່​ຟົດ​ຟຶ້ນ ແລະ ມີ​ການ​ຂະ​ຫຍາຍ​ໂຕ.

 

ພິທີມອບ-ຮັບ ໂຄງການກໍ່ສ້າງຫ້ອງຮຽນ ແລະ ຫ້ອງນ້ຳໃຫ້ແກ່ ໂຮງຮຽນ ມສ ພູຄຳ, ບ້ານບຸ່ງຄຳ, ເມືອງວິລະບູລີ, ແຂວງສະຫວັນນະເຂດ ໃນວັນທີ 22 ກັນຍາ 2022
ນ້ອງນັກຮຽນ ຫຼິ້ນດົນຕີພື້ນເມືອງທີ່ຕົນໄດ້ຝຶກຝົນ ໃນວາລະ ປິດໂຄງການ.