ບໍ​ລິ​ສັດ ລ້ານ​ຊ້າງ ມິ​ເນ​ໂຣນ​ສ໌ ລິ​ມິ​ເຕັດ ຝຶກອົບຮົມ ຊ່າງສີມືແຮງງານລາວ

ສິງຫາ 24, 2022

ໃນວັນທີ 18 ສິງຫາ 2022, ບໍ​ລິ​ສັດ ລ້ານ​ຊ້າງ ມິ​ເນ​ໂຣນ​ສ໌ ລິ​ມິ​ເຕັດ (ລຊມລ) ແລະ ວິທະຍາໄລເຕັກນິກລາວ-ເຢຍລະມັນ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ໂຄງການຝຶກອົບຮົມນັກສຶກສາຊ່າງສີມື ເພື່ອສະໜອງທຶນການສຶກສາດ້ານເຕັກນິກໃຫ້ແກ່ຊຸມຊົນທ້ອງຖິ່ນອ້ອມຂ້າງບໍ່ຄໍາ-ທອງເຊໂປນ ໃນເມືອງວິລະບູລີ.

ນັກສຶກສາຊ່າງສີມື ທີ່ໄດ້ຮັບການຄັດເລືອກສໍາລັບໂຄງການ ຈະໄດ້ຮັບການຝຶກອົບຮົມວິຊາຊີບ ໃນຂະແໜງ ການ ເຕັກໂນໂລຊີລົດຍົນ, ໄຟຟ້າເອເລັກໂຕຣນິກ, ຈັກກົນໂຮງງານ, ກົນຈັກໜັກ ແລະ ໂລຫະກຳວິທະຍາ.

ໂຄງການນີ້ຈະຈັດຕັ້ງປະຕິບັດນັບຕັ້ງແຕ່ປີ 2022 ແລະ ສິ້ນສຸດໃນປີ 2026. ລະຫວ່າງປີ 2015 ແລະ 2018, ນັກສຶກສາຊ່າງສີມີ ຈໍານວນ 18 ຄົນ ໄດ້ສໍາເລັດຫຼັກສູດ 5 ປີ ໃບປະກາສະນີຍະບັດຂັ້ນ III ຂອງປະເທດອົດສະຕຣາລີ ແລະ ເຕັກນິກວິຊາຊີບຊັ້ນສູງຂອງລາວ, ຜູ້ສໍາເລັດຫຼັກສູດໄດ້ຮັບທັກສະທີ່ມີຄຸນຄ່າ ເພື່ອປະກອບສ່ວນໃນການພັດທະນາ ສປປ ລາວ,

ທ່ານ ສະໝານ ອະເນກາ, ຜູ້ອໍານວຍການໃຫຍ່ ບໍລິສັດ ລຊມລ ລົງນາມໃນບົດບັນທຶກຄວາມເຂົ້າໃຈຮ່ວມກັບ ທ່ານ ຄໍາສະໄຫວ ຍ່ອມມີລາວົງ ຜູ້ອໍານວຍການວິທະຍາໄລເຕັກນິກລາວ-ເຢຍລະມັນ ໂດຍການໃຫ້ກຽດເປັນສັກຂີພິຍານໂດຍທ່ານ ໜູພັນ ອຸດສາ ຫົວໜ້າກົມອາຊີວະສຶກສາ, ກະຊວງສຶກສາທິການ ແລະ ກິລາ.

ທ່ານ ສະໝານ ອະເນກາ ກ່າວວ່າ: “ຂ້າພະເຈົ້າມີຄວາມພາກພູມໃຈໃນການປະກອບສ່ວນຂອງ ລຊມລ ເພື່ອຝຶກອົບຮົມ ແລະ ພັດທະນາ ເພື່ອສ້າງຊີວິດການເປັນຢູ່ທີ່ດີຂຶ້ນຂອງຄົນຮຸ່ນໃໝ່”. ທ່ານ ກ່າວຕື່ມອີກວ່າ “ທັກສະ ແລະ ປະສົບການທີ່ນັກສຶກສາໄດ້ຮັບ ຈະປະກອບສ່ວນໃນການດໍາເນີນງານຂອງບໍ່ຄໍາ-ທອງເຊໂປນ ແລະ ປະກອບສ່ວນໃສ່ພັດທະນາ ສປປ ລາວ”.

ນັບຕັ້ງແຕ່ເລີ່ມດໍາເນີນງານໃນປີ 2003, ລຊມລ ໄດ້ລົງທຶນຫຼາຍລ້ານໂດລາສະຫະລັດ ໃສ່ການຝຶກອົບຮົມ, ໃຫ້ທຶນການສຶກສາ, ຊ່າງສີມື, ນັກຮຽນ ແລະ ນັກສຶກສາຝຶກງານ. ນັກສຶກສາຫຼາຍກວ່າ 105 ຄົນ ສໍາເລັດການສຶກສາຈາກໂຄງການນັກສຶກສາຊ່າງສີມື ແລະ 36 ຄົນ ສໍາເລັດການສຶກສາລະດັບອາຊີບຈາກຕ່າງປະເທດດ້ວຍທຶນການສຶກສາຂັ້ນສູງ.

ມາຮອດເດືອນມິຖຸນາ 2022, ລຊມລ ໄດ້ສະໜອງການຝຶກອົບຮົມໃຫ້ແກ່ພະນັກງານລາວກວ່າ 23,000 ຊົ່ວໂມງ ດ້ວຍການຝຶກອົບຮົມພາຍໃນ, ພາຍນອກ, ໃນໜ້າວຽກ ແລະ ຕ່າງປະເທດ, ໃນທ້າຍເຄິ່ງປີ 2022, ລຊມລ ຈະຟື້ນຟູຫຼັກສູດທີ່ເປັນທີ່ນິຍົມ ກໍ່ຄືໂຄງການພັດທະນາຫົວໜ້າຄຸມງານ ແລະ ການເປັນຜູ້ນໍາ ເພື່ອສະໜັບສະໜູນນັກວິຊາການຂຸດຄົ້ນແຮ່ມືອາຊີບຮຸ່ນໃໝ່ຂອງ ສປປ ລາວ.

ບໍລິສັດ ລຊມລ ເປັນບໍລິສັດດໍາເນີນການຂຸດຄົ້ນແຮ່ ໜຶ່ງດຽວໃນ ສປປ ລາວ ທີ່ໄດ້ຮັບ​ການ​ຈັດ​ອັນ​ດັບ ປະ​ເພດ A+ ຢ່າງ​ຕໍ່​ເນື່ອງ ​ຊຶ່ງ​ອອກ​ໃຫ້ໂດຍກະ​ຊວງ​ພະ​ລັງ​ງານ ແລະ ບໍ່​ແຮ່​ ສຳ​ລັບຄວາມ​ມຸ່ງ​ໝັ້ນ​ໃນ​ການ​ປະ​ກອບ​ສ່ວນຕໍ່​ການ​ພັດ​ທະ​ນາ​ເສດ​ຖ​ະ​ກິດ ແລະ ສັງ​ຄົມ, ສຸ​ຂະ​ພາບ ແລະ ຄວາມ​ປອດ​ໄພ, ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ ແລະ ຮັກ​ສາ​ມາດ​ຕະ​ຖານ​ການ​ດຳ​ເນີນ​ງານ​ໃນ​ລະ​ດັບ​ສາ​ກົນ.

ນັບ​ຕັ້ງ​ແຕ່​ເລີ່ມ​ການ​ຜະ​ລິດ​ໃນ​ປີ 2003, ບໍ່​ຄຳ-ທອງ​ເຊ​ໂປນ ປະ​ກອບ​ສ່ວນ​ເປັນ​ລາຍ​ຮັບ​ໂດຍ​ກົງ​ໃຫ້​ແກ່​ລັດ​ຖະ​ບານ​ລາວກວ່າ US$1.6 ຕື້ ຈາກ​ການ​ຈ່າຍ​ອາ​ກອນ​ຕ່າງໆ, ພາ​ສີ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ເງິນ​ປັນ​ຜົນ, ນອກ​ຈາກນັ້ນ​ຍັງ​ປະ​ກອບ​ສ່ວນຫຼາຍ​ຮ້ອຍ​ລ້ານ​ໂດ​ລາ​ສະ​ຫະ​ລັດ ຈາກ​ການ​ສ້າງວຽກ​ເຮັດ​ງານ​ທຳ, ການ​ຝຶກ​ອົບ​ຮົມ, ການ​ພັດ​ທະ​ນາ​ຊຸມ​ຊົນ ແລະ ທຸ​ລະ​ກິດ​ທ້ອງ​ຖິ່ນ. ບໍ່​ຄຳ-ທອງ​ເຊ​ໂປນ ສ້າງວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ຄົນ​ທ້ອງ​ຖິ່ນຫຼາຍກວ່າ 5000 ຄົນ.