Lane Xang Minerals Limited Supports the Lao Government to Purchase COVID-19 Vaccines
27 April 2021
Lane Xang Minerals Limited (LXML Sepon) donated US$100,000 to the Prime Minister of the Lao PDR, Dr Phankham Viphavanh, to support the Lao Government’s response to the latest outbreak of COVID-19.
“I am proud to confirm our donation to purchase vaccines to prevent the spread of COVID-19 in Lao PDR,” said Paul Harris, General Manager, LXML Sepon. “LXML stands strongly committed to the Lao Government’s COVID-19 restrictions and lockdown procedures to ensure the safety of employees and communities.”
LXML employs approximately 2,000 employees and 1,700 contract partners, 95 per cent of which are Lao nationals from Vilabouly District and Savannakhet Province.
LXML Sepon has introduced strict controls, including quarantine and testing, before employees are able to access Sepon mine.
LXML is encouraging all employees and their families to be vaccinated against COVID-19.
Mr Paul Harris, General Manager, LXML Sepon (left) called on H.E Dr Phankham Viphavanh, Prime Minister of the Lao PDR (right) to donate $100,000 for the Lao Government to purchase COVID-19 vaccines.
ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ລິມິເຕັດ ບໍ່ຄຳ-ທອງ ເຊໂປນ ສະໜັບສະໜູນລັດຖະບານລາວ ໃນການຈັດຊື້ ວັກຊີນປ້ອງກັນ COVID-19
27 ເມສາ 2021
ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ລິມິເຕັດ (ລຊມລ) ບໍ່ຄຳ-ທອງ ເຊໂປນ ໄດ້ປະກອບສ່ວນ $100,000 ໂດລາສະຫະລັດ ໃຫ້ແກ່ ພະນະທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເພື່ອສະໜັບສະໜູນ ລັດຖະບານລາວ ໃນການຮັບມືການແຜ່ລະບາດຂອງ ເຊື້ອພະຍາດ COVID-19.
ທ່ານ ພໍ ແຮຣີສ, ຜູ້ຈັດການໃຫຍ່ ບໍລິສັດ ລຊມລ ກ່າວວ່າ: “ຂ້າພະເຈົ້າມີຄວາມພາກພູມໃຈ ໃນການປະກອບສ່ວນຊື້ວັກຊີນ ເພື່ອປ້ອງກັນການແຜ່ລະບາດຂອງພະຍາດ COVID-19”.
ທ່ານກ່າວຕື່ມອີກວ່າ: “ບໍລິສັດ ລຊມລ ຍຶດໝັ້ນຕໍ່ມາດຕະການສະກັດກັ້ນ COVID-19 ແລະ ລ໋ອກດາວຂອງລັດຖະບານລາວ ເພື່ອຮັບປະກັນ ຄວາມປອດໄພຂອງພະນັກງານ ແລະ ຊຸມຊົນ”
ບໍລິສັດ ລຊມລ ມີພະນັກງານຫຼາຍກວ່າ 2,000 ຄົນ ແລະ ຜູ້ຮັບເໝົາຫຼາຍກວ່າ 1,700 ຄົນ ຊຶ່ງໃນນັ້ນ 95 ສ່ວນຮ້ອຍ ແມ່ນຄົນລາວ ມາຈາກທ້ອງຖິ່ນເມືອງວິລະບູລີ ແລະ ແຂວງສະຫວັນນະເຂດ.
ບໍລິສັດ ລຊມລ ໄດ້ຈັດຕັ້ງປະຕິບັດມາດຕະການ ຄວບຄຸມຢ່າງເຄັ່ງຄັດ, ລວມທັງການຈຳກັດບໍລິເວນ ແລະ ການກວດຫາເຊື້ອພະຍາດ ກ່ອນພະນັກງານຈະສາມາດເດີນທາງເຂົ້າພາກສະໜາມ ໂຄງການຄຳ-ທອງ ເຊໂປນ ໄດ້.
ບໍລິສັດ ລຊມລ ຊຸກຍູ້ໃຫ້ພະນັກງານທຸກຄົນ ແລະ ຄອບຄົວຂອງເຂົາເຈົ້າເຂົ້າຮັບວັກຊີນປ້ອງກັນ COVID-19.