Sepon Expands Crane Fleet to Enhance Safety, Productivity and Operational Capability

September 28, 2026

ບໍ່ຄໍາ-ທອງ ເຊໂປນ ເສີມຂະຫຍາຍກອງລົດເຄນ ເພື່ອຍົກລະດັບຄວາມປອດໄພ, ຜະລິດຕະພາບ ແລະ ຂີດຄວາມສາມາດໃນການດຳເນີນງານ

LXML ເຊໂປນ ຍົກລະດັບບາດກ້າວສຳຄັນອັນໃໝ່ ດ້ວຍການຈັດຊື້ລົດເຄນ ຍີຫໍ້ Sany ໃໝ່ ຈຳນວນ 5 ຄັນ – ຂະໜາດ 250 ໂຕນ, 160 ໂຕນ ແລະ 65 ໂຕນ (2 ຄັນ), ພ້ອມດ້ວຍລົດເຄນ Terex ຂະໜາດ 25 ໂຕນ. ການລົງທຶນໃນຄັ້ງນີ້ ໄດ້ສະທ້ອນໃຫ້ເຫັນເຖິງຄວາມມຸ່ງໝັ້ນອັນແຮງກ້າຂອງ LXML ໃນການຫັນເປັນທັນສະໄໝ ແລະ ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ກອງລົດເຄນຂອງບໍລິສັດ, ເຊິ່ງປັດຈຸບັນມີຈຳນວນລວມທັງໝົດ 9 ຄັນ.

ຈຸດປະສົງແມ່ນເພື່ອປັບປຸງຂີດຄວາມສາມາດໃນການຍົກ, ເພີ່ມຜະລິດຕະພາບ ແລະ ຍົກລະດັບຜົນການປະຕິບັດງານດ້ານຄວາມປອດໄພໃຫ້ດີຍິ່ງຂຶ້ນ ໃນທົ່ວຂົງເຂດວຽກງານບຳລຸງຮັກສາ ທັງຝ່າຍບໍ່ແຮ່ ແລະ ຝ່າຍໂຮງງານຜະລິດ ບາດກ້າວສຳຄັນນີ້ ໄດ້ເນັ້ນໜັກເຖິງຈຸດສຸມຂອງ LXML ຕໍ່ກັບການດຳເນີນງານທີ່ໜ້າເຊື່ອຖື, ການປະຕິບັດວຽກງານທີ່ປອດໄພກວ່າເກົ່າ ແລະ ການເສີມຂະຫຍາຍຂີດຄວາມສາມາດໃນໄລຍະຍາວ.

ໂອກາດໃນການຮ່ວມງານ

LXML ກຳລັງເປີດຮັບສະໝັກຜູ້ທີ່ມີຄວາມສາມາດ ໃນຕຳແໜ່ງ ພະນັກງານຂັບລົດເຄນ (Crane Operators) ແລະ ຊ່າງຕິດຕິດຕັ້ງອຸປະກອນຍົກ (Riggers) ເພື່ອມາຮ່ວມທີມກັບພວກເຮົາ ແລະ ເປັນສ່ວນໜຶ່ງຂອງການເຕີບໂຕທີ່ໜ້າຕື່ນເຕັ້ນນີ້.

ສຳລັບລາຍລະອຽດເພີ່ມເຕີມ, ຜູ້ສົນໃຈສາມາດສົ່ງໃບສະໝັກ ຫຼື ສອບຖາມຂໍ້ມູນໄດ້ທີ່ອີເມວ: Recruitment@LXML.LA

-----------------

Sepon Expands Crane Fleet to Enhance Safety, Productivity and Operational Capability

LXML Sepon is proud to announce a major upgrade to its Sepon Crane and Rigging Department with the acquisition of five new Sany cranes – 250T, 160T and 2 x 65T – together with a Terex 25T crane. This investment reflects LXML’s strong commitment to modernising and strengthening its crane fleet, which now totals 9 cranes.

The expanded fleet aims to improve lifting capability, increase productivity, and further enhance safety performance across both Mining and Process Maintenance areas. This milestone highlights LXML’s focus on reliable operations, safer work execution, and long-term capability growth.

 

Job Opportunities

LXML is searching for talented crane operators and riggers to join our team and be part of this exciting growth.

For more details, candidates are encouraged to submit their applications or enquiries to Recruitment@LXML.LA