LXML Unveils Advanced Mining Jumbo to Boost Underground Operations at Sepon Mine
April 24, 2025
LXML Sepon is pleased to announce the addition of a new Sandvik jumbo drill rig to the Sepon underground mine. The introduction of this equipment will support Sepon Mine in continuously improving production efficiency, providing strong support for the production targets of 2025 and beyond.
This newly introduced jumbo drill rig is the third piece of equipment of the same model in the Sepon mining area and is expected to bring Sepon's drill rig fleet to an industry-leading equipment availability rate of 85%. The new equipment will ensure the continuous and stable operation of the mining area, thereby guaranteeing the reliability of drilling operations.
With its stability and ease of operation, this jumbo drill rig is perfectly suited to the complex working conditions of the Sepon underground mine, particularly in the water-rich environment. The new equipment is expected to significantly improve underground mining efficiency by allowing earlier access to production areas, which will, in turn, increase ore production upon commissioning and further consolidate production capacity advantages. Furthermore, this decision aligns with our fleet strategy of achieving efficient maintenance through a common model spare parts inventory, ensuring production progress while maintaining operational flexibility.
Sepon is consistently committed to ensuring the safety, efficiency, and sustainability of mining operations through modern technology and innovative practices.

LXML ເປີດຕົວຈັກເຈາະເຄື່ອງໃໝ່ ທີ່ທັນສະໄໝ ເພື່ອເພີ່ມປະສິດທິພາບໃນການດຳເນີນງານບໍ່ແຮ່ໃຕ້ດິນ ຢູ່ທີ່ ບໍ່ຄໍາ-ທອງ ເຊໂປນ
ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ຈຳກັດ (LXML) ໄດ້ນໍາເຂົ້າຈັກເຈາະທີ່ທັນສະໄໝລຸ້ນໃໝ່ ຍີ່ຫໍ້ Sandvik Jumbo ຂະໜາດໃຫຍ່ ເພື່ອເສີມເຂົ້າໃນກິດຈະກຳການຂຸດຄົ້ນບໍ່ແຮ່ໃຕ້ດິນຂອງພວກເຮົາ ຢູ່ທີ່ ບໍ່ຄໍາ-ທອງ ເຊໂປນ. ການນໍາໃຊ້ຈັກເຈາະທີ່ທັນສະໄໝນີ້ ເພື່ອມຸຸ່ງຫວັງທີ່ຈະສະໜັບສະໜູນຄວາມພະຍາຍາມຂອງ LXML ໃນການຮັກສາປະສິດທິພາບ ແລະ ເພີ່ມຜົນຜະລິດ ເພື່ອຂະຫຍາຍອາຍຸການຂອງການດໍາເນີນໂຄງການບໍ່ຄຳ-ທອງ ເຊໂປນ ໃນປີ 2025 ແລະ ອີກຫຼາຍປີຕໍ່ໜ້າ.
ເຄື່ອງຈັກເຈາະບໍ່ໃຕ້ດິນໃໝ່ນີ້ ເປັນເຄື່ອງທີ່ສາມ ຂອງປະເພດດຽວກັນທີ່ມີຢູ່ໃນ ບໍ່ຄໍາ-ທອງ ເຊໂປນ ແລະ ຄາດວ່າຈະຊ່ວຍພວກເຮົາສາມາດບັນລຸຄວາມພ້ອມໃນການໃຊ້ງານຂອງເຄື່ອງຈັກເຖິງ 85%. ອຸປະກອນໃໝ່ທີ່ທັນສະໄໝນີ້ ຈະຊ່ວຍເພີ່ມປະສິດທິພາບຂອງການດຳເນີນງານໄດ້ຢ່າງຕໍ່ເນື່ອງ, ມີຄວາມໝັ້ນຄົງ ແລະ ຮັບປະກັນວຽກງານການຂຸດເຈາະທີ່ເຊື່ອຖືໄດ້.
ເພື່ອຄວາມໝັ້ນຄົງ ແລະ ສະດວກໃນການປະຕິບັດງານ, ເຄື່ອງເຈາະບໍ່ໃຕ້ດິນລຸ້ນນີ້ ຈຶ່ງມີຄວາມແທດເໝາະຢ່າງສົມບູນກັບສະພາບແວດລ້ອມການເຮັດວຽກທີ່ມີຄວາມຊັບຊ້ອນຂອງບໍ່ແຮ່ໃຕ້ດິນຢູ່ບໍ່ຄໍາເຊໂປນ, ໂດຍສະເພາະສະພາບແວດລ້ອມທີ່ມີນ້ຳຫຼາຍ. ອຸປະກອນໃໝ່ເຫຼົ່ານີ້ຈະຊ່ວຍປັບປຸງປະສິດທິພາບການຂຸດຄົ້ນບໍ່ໃຕ້ດິນຢ່າງຫຼວງຫຼາຍ ໂດຍສາມາດເຂົ້າເຖິງແຫຼ່ງແຮ່ກ່ອນກໍານົດເວລາ, ເມື່ອນຳໃຊ້ແລ້ວຄາດວ່າຈະສາມາດເພີ່ມປະລິມານການຂຸດຄົ້ນແຮ່ຢ່າງຫຼວງຫຼາຍ, ເຊິ່ງເປັນການເສີມສ້າງຄວາມໄດ້ປຽບດ້ານກຳລັງການຜະລິດທີ່ດີຍິ່ງຂຶ້ນ. ຍິ່ງໄປກວ່ານັ້ນ, ການຕັດສິນໃຈນໍາເຂົ້າເຄື່ອງເຈາະໃໝ່ນີ້ແມ່ນມີຄວາມສອດຄ່ອງກັບຍຸດທະສາດ ການນໍາໃຊ້ເຄື່ອງຈັກຂອງພວກເຮົາ, ຊຶ່ງມີເຄື່ອງອາໄຫຼ່ທີ່ຕົງກັບລຸ້ນເພື່ອໃຊ້ໃນການບຳລຸງຮັກສາໄດ້ຢ່າງມີປະສິດທິພາບ ແລະ ຮັບປະກັນຄວາມຄືບໜ້າຂອງການຜະລິດພ້ອມທັງຮັກສາຄວາມຄ່ອງຕົວໃນການດຳເນີນງານອີກດ້ວຍ.
ຢູ່ ບໍ່ຄໍາ-ທອງ ເຊໂປນ, ພວກເຮົາຍັງຈະສືບຕໍ່ສຸມໃສ່ການນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ແລະ ການປະຕິບັດງານທີ່ເປັນນະວັດຕະກໍາ ເພື່ອຮັບປະກັນຄວາມປອດໄພ, ມີປະສິດທິພາບ ແລະ ຄວາມຍືນຍົງໃນກິດຈະກຳການຂຸດຄົ້ນບໍ່ແຮ່ຂອງພວກເຮົາ.

