LXML Supports Volunteer Medical Staff with Over LAK 222 million, Strengthening Community Healthcare

April 23, 2026

LXML ມອບງົບກວ່າ 222 ລ້ານກີບ ຊຸກຍູ້ແພດອາສາທ້ອງຖິ່ນ ຕອກຢ້ຳຍຸດທະສາດການພັດທະນາສາທາລະນະສຸກແບບຍືນຍົງ

ເມືອງວິລະບູລີວັນທີ 09 ເມສາ 2026 – ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ຈຳກັດ (LXML) ໄດ້ຈັດພິທີມອບ-ຮັບ ງົບປະມານອຸດໜູນເບ້ຍລ້ຽງໃຫ້ແກ່ແພດອາສາສະໝັກ ທີ່ປະຈຳການຢູ່ສຸກສາລາ 4 ແຫ່ງ ໃນເຂດຫ່າງໄກສອກຫຼີກອ້ອມຂ້າງໂຄງການຂຸດຄົ້ນ ຄຳ-ທອງ ເຊໂປນ ລວມມູນຄ່າທັງໝົດ 222,940,000 ກີບ.

ການສະໜັບສະໜູນໃນຄັ້ງນີ້ ແມ່ນໜຶ່ງໃນແຜນງານບູລິມະສິດທີ່ສຳຄັນ ພາຍໃຕ້ ຍຸດທະສາດ 3 ເສົາຄໍ້າ ໃນການພັດທະນາຊຸມຊົນຂອງບໍລິສັດ, ຊຶ່ງນອນຢູ່ໃນ ເສົາຄໍ້າທີສອງ: ການສົ່ງເສີມ ແລະ ພັດທະນາດ້ານສາທາລະນະສຸກ. ຈຸດປະສົງຫຼັກແມ່ນເພື່ອຍົກລະດັບຂີດຄວາມສາມາດໃນການບໍລິການປິ່ນປົວ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ຂະແໜ່ງສາທາລະນະສຸກຂັ້ນຮາກຖານ ໃຫ້ສາມາດຕອບສະໜອງຄວາມຕ້ອງການຂອງພໍ່ແມ່ປະຊາຊົນໄດ້ຢ່າງມີປະສິດທິພາບ.

ຕາງໜ້າທີມແພດອາສາສະໝັກ ທ່ານ ໄຊນະຄອນ ສິງໄຊຍະສອນ ໄດ້ສະແດງຄວາມຂອບໃຈຕໍ່ການສະໜັບສະໜູນດັ່ງກ່າວ, ພ້ອມທັງກ່າວວ່າ ການຊ່ວຍເຫຼືອໃນຄັ້ງນີ້ ຈະຊ່ວຍໃຫ້ພວກເຮົາສາມາດສືບຕໍ່ປະຕິບັດໜ້າທີ່ ດ້ວຍຄວາມໝັ້ນໃຈ ແລະ ຄວາມອຸທິດຕົນຫຼາຍຂຶ້ນກວ່າເກົ່າ ໃນການບໍລິການຮັບໃຊ້ປະຊາຊົນ ຢູ່ເຂດຫ່າງໄກສອກຫຼີກ ເຊິ່ງເປັນພື້ນທີ່ທີ່ການເຂົ້າເຖິງການບໍລິການດ້ານສາທາລະນະສຸກ ຍັງຄົງມີຄວາມຈຳກັດ ແລະ ຫຍຸ້ງຍາກ.

ນອກຈາກນີ້, ກິດຈະກໍາດັ່ງກ່າວຍັງຕິດພັນໂດຍກົງກັບແຜນງານການພັດທະນາ ໂຄງການປະເມີນຜົນກະທົບດ້ານສຸຂະພາບ (HIA) ຂອງບໍລິສັດ. LXML ໄດ້ໃຫ້ຄວາມສຳຄັນ ແລະ ຈັດຕັ້ງປະຕິບັດວຽກງານ HIA ຢ່າງສະເໝີຕົ້ນສະເໝີປາຍ ເພື່ອຕິດຕາມ, ປ້ອງກັນ ແລະ ສົ່ງເສີມສຸຂະພາບບວກຂອງປະຊາຊົນໃນເຂດໂຄງການ. ການມອບງົບປະມານອຸດໜູນແພດອາສາສະໝັກໃນຄັ້ງນີ້ ຈຶ່ງເປັນການຢືນຢັນເຖິງຄວາມຮັບຜິດຊອບຕໍ່ສັງຄົມ ທີ່ບໍ່ພຽງແຕ່ເນັ້ນການຊ່ວຍເຫຼືອແບບໄລຍະສັ້ນ, ແຕ່ແມ່ນການວາງຮາກຖານດ້ານສຸຂະອະນາໄມທີ່ຍືນຍົງ.

ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ຈຳກັດ ຍັງຄົງມຸ່ງໝັ້ນດຳເນີນທຸລະກິດດ້ວຍຄວາມຮັບຜິດຊອບສູງ, ສືບຕໍ່ຜັນຂະຫຍາຍຍຸດທະສາດການພັດທະນາຊຸມຊົນໃຫ້ເປັນຮູບປະທຳ ເພື່ອສ້າງຄຸນຄ່າຮ່ວມກັນ ແລະ ຍົກລະດັບຄຸນນະພາບຊີວິດຂອງປະຊາຊົນລາວໃຫ້ດີຂຶ້ນເລື້ອຍໆ.


Vilabouly District, April 9, 2026 – Lane Xang Minerals Limited Company (LXML) has provided a total of LAK 222,940,000 to support volunteer medical staff serving at four health centers in remote communities surrounding the Sepon Mine.

The support was formally handed over during a small ceremony attended by local authorities and health representatives. The funding will help ease the financial burden of volunteer staff and enable them to continue delivering essential healthcare services to local communities.

A representative of the volunteer medical staff, Mr. Xaynakhone Singxayasone expressed appreciation for the support, noting that the assistance would help them continue their work with greater confidence and dedication in serving people in remote areas where access to healthcare remains limited.

This initiative forms part of LXML’s Community Development Strategy, under its focus on public health promotion and development. It aims to strengthen basic healthcare services at the grassroots level and improve access to quality treatment for people living in remote areas.

The program is also aligned with the Company’s ongoing Health Impact Assessment (HIA), which focuses on monitoring community health, preventing risks, and promoting well-being across the project area.

Through this support, LXML reaffirms its commitment to responsible mining and long-term community development. The Company continues to work closely with local stakeholders to enhance healthcare services and contribute to improving the overall quality of life in surrounding communities.