LXML Reaffirms Commitment through Executive VVIP Membership with LNCCI

October 06, 2025

Vientiane, Lao PDR – 30 September 2025 – Lane Xang Minerals Limited Company (LXML), represented by its Managing Director Mr. Saman Aneka, has presented the Executive VVIP Membership Registration Fee of LAK 100 million to the Lao National Chamber of Commerce and Industry (LNCCI). The contribution was received by Mr. Daovone Phachanthavong, Vice President of LNCCI, and members of the LNCCI Board.

The Executive VVIP Membership is the highest honorary position within LNCCI and highlights LXML’s longstanding support of over ten years in strengthening business capacity and promoting private sector growth in Laos.

During the ceremony, Mr. Saman Aneka reaffirmed LXML’s commitment to socio-economic development and closer cooperation with LNCCI in advancing potential business sectors.

Mr. Daovone Phachanthavong expressed appreciation for LXML’s consistent partnership and pledged LNCCI’s continued support to LXML in fostering sustainable business development.

Over the years, LXML has been one of the largest contributors to the Lao economy through revenue, investment, and local enterprise development. LXML’s efforts extend beyond mining, with long-term investments in infrastructure, education, healthcare, agriculture, and vocational training to strengthen community livelihoods. At the same time, LXML remains committed to sustainable mining and environmental protection to promote that its operations deliver lasting value for Laos and its people.

This partnership with LNCCI further demonstrates LXML’s vision of aligning business growth with national development priorities and effort to benefit the Lao people.

LXML ສືບຕໍ່ໃຫ້ການສະໜັບສະໜູນ LNCCI ໃນນາມສະມາຊິກຜູ້ຊົງຄຸນວຸດທິ

ນະຄອນຫຼວງວຽງຈັນ, ວັນທີ 30 ກັນຍາ 2025, ບໍລິສັດ ລ້ານຊ້າງ ມິເນໂຣນສ໌ ຈຳກັດ (LXML), ຕາງໜ້າໂດຍ ທ່ານ ສະໝານ ອະເນກາ, ຜູ້ອຳນວຍການໃຫຍ່ LXML, ໄດ້ມອບຄ່າທຳນຽມໃນນາມສະມາຊິກຜູ້ຊົງຄຸນວຸດທິ (VVIP) ຈຳນວນ 100 ລ້ານກີບ ໃຫ້ແກ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ). ຮັບໂດຍ ທ່ານ ດາວວອນ ພະຈັນທະວົງ, ຮອງປະທານ ສຄອຊ, ພ້ອມດ້ວຍທິມງານ ສຄອຊ.

ໃນນາມສະມາຊິກຜູ້ຊົງຄຸນວຸດທິ ບໍລິສັດຖືວ່າເປັນກຽດຢ່າງສູງໃນນາມທີ່ເປັນສະມາຊີກຂອງ ສຄອຊ ແລະ ເປັນການເນັ້ນຢໍ້າເຖິງການສະໜັບສະໜູນອັນຍາວນານຫຼາຍກວ່າສິບປີຂອງ LXML ໃນການເສີມສ້າງຄວາມເຂັ້ມແຂງ ແລະ ຂີດຄວາມສາມາດທາງດ້ານທຸລະກິດ ແລະ ການສົ່ງເສີມການເຕີບໂຕຂອງພາກທຸລະກິດເອກະຊົນໃນ ສປປ ລາວ.

ໃນວາລະດັ່ງກ່າວ, ທ່ານ ສະໝານ ອະເນກາ ໄດ້ຢືນຢັນເຖິງຄໍາໝັ້ນສັນຍາຂອງ LXML ຕໍ່ການພັດທະນາເສດຖະກິດ-ສັງຄົມ ແລະ ການຮ່ວມມືຢ່າງໃກ້ຊິດກັບ ສຄອຊ ໃນການຊຸກຍູ້ຂະແໜງທຸລະກິດທີ່ມີທ່າແຮງ.

ທ່ານ ດາວວອນ ພະຈັນທະວົງ ໄດ້ສະແດງຄວາມຂອບໃຈຕໍ່ການຮ່ວມມືຢ່າງສະໝໍ່າສະເໝີຂອງ LXML ຕະຫຼອດມາ ຊຶ່ງ ສຄອຊ ຈະສືບຕໍ່ໃຫ້ການສະໜັບສະໜູນ LXML ໃນການສົ່ງເສີມການພັດທະນາທຸລະກິດແບບຍືນຍົງ.

ຕະຫຼອດຫຼາຍປີທີ່ຜ່ານມາ, LXML ເປັນໜຶ່ງໃນບັນດາຜູ້ປະກອບສ່ວນທີ່ໃຫຍ່ທີ່ສຸດຕໍ່ເສດຖະກິດລາວ ໂດຍຜ່ານການສ້າງລາຍຮັບ, ການລົງທຶນ ແລະ ການພັດທະນາທຸລະກິດທ້ອງຖິ່ນ. ຄວາມມຸ້ງໝັ້ນຂອງ LXML ໄດ້ເຕີບໃຫຍ່ຂະຫຍາຍຕົວເກີນກວ່າການດໍາເນີນວຽກງານການຂຸດຄົ້ນບໍ່ແຮ່ແຕ່ພຽງຢ່າງດຽວ, ໂດຍມີການລົງທຶນໄລຍະຍາວໃນດ້ານໂຄງລ່າງພື້ນຖານ, ການສຶກສາ, ສາທາລະນະສຸກ, ກະສິກໍາ ແລະ ການຝຶກອົບຮົມວິຊາຊີບ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຊີວິດການເປັນຢູ່ທີ່ດີຂອງຊຸມຊົນ. ພ້ອມດຽວກັນນັ້ນ, LXML ຍັງຄົງສືບຕໍ່ພາລະກິດການຂຸດຄົ້ນບໍ່ແຮ່ແບບຍືນຍົງ ແລະ ຄຽງຄູ່ໄປກັບການປົກປັກຮັກສາສິ່ງແວດລ້ອມ ເພື່ອສົ່ງເສີມການດໍາເນີນງານຂອງຕົນໃນການສ້າງມູນຄ່າອັນຍາວນານໃຫ້ແກ່ ສປປ ລາວ ແລະ ປະຊາຊົນລາວ.

ການຮ່ວມມືກັບ ສຄອຊ ໃນຄັ້ງນີ້ ເປັນການຢໍ້າໃຫ້ເຫັນຕື່ມອີກເຖິງວິໄສທັດຂອງ LXML ໃນຄວາມສອດຄ່ອງກັບການເຕີບໂຕທາງທຸລະກິດທີ່ເປັນບຸລິມະສິດໃນການພັດທະນາປະເທດຊາດ ແລະ ພະຍາຍາມສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນລາວ.