LXML Provides Support Technical Equipment to the Department of Geology and Mines
November 07, 2025
Lane Xang Minerals Limited Company (LXML) has strengthened its support for the Lao Government’s mining management and oversight by donating a complete set of underground laser scanning equipment, valued at US$39,500, to the Department of Geology and Mines under the Ministry of Industry and Commerce.
The handover ceremony took place on 6 November 2025 at the Department of Geology and Mines, Ministry of Industry and Commerce, in Vientiane Capital. The equipment was officially presented on behalf of LXML by Mr. Saman Aneka, Managing Director, and honorably received by Mr. Khaophone Souklaphan, Deputy Director-General of the Department of Geology and Mines.
This modern laser scanning system will enhance the department’s capacity to inspect and analyze underground tunneling operations, ensuring accurate and reliable data collection aligned with scientific and engineering standards.
As a high-precision technology widely used in advanced mining operations, the scanner will contribute to improving the monitoring and assessment of underground mining activities, supporting safe, efficient, and sustainable mineral resource development in the Lao PDR.

LXML ມອບອຸປະກອນຕິດຕາມບໍ່ແຮ່ໃຕ້ດິນ ໃຫ້ແກ່ ກົມທໍລະນີສາດ ແລະ ບໍ່ແຮ່
ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ຈຳກັດ ເພີ່ມທະວີການສະໜັບສະໜູນວຽກງານຄຸ້ມຄອງ ແລະ ຕິດຕາມກວດກາວຽກງານບໍ່ແຮ່ຂອງລັດຖະບານ ໂດຍການມອບອຸປະກອນຕິດຕາມກວດກາວຽກງານບໍ່ແຮ່ໃຕ້ດິນ ຈຳນວນ 1 ຊຸດຄົບເຊັດ, ມູນຄ່າ US$39,500, ໃຫ້ແກ່ ກົມທໍລະນີສາດ ແລະ ບໍ່ແຮ່, ກະຊວງອຸດສາຫະກຳ ແລະ ການຄ້າ.
ພິທີມອບ-ຮັບດັ່ງກ່າວ ຈັດຂຶ້ນທີ່ ກົມ ທໍລະນີສາດ ແລະ ບໍ່ແຮ່, ກະຊວງ ອຸດສາຫະກຳ ແລະ ການຄ້າ, ນະຄອນຫຼວງວຽງຈັນ. ເມື່ອວັນທີ 6 ພະຈິກ 2025. ຕາງໜ້າຝ່າຍບໍລິສັດ LXML ມອບໂດຍ ທ່ານ ສະໝານ ອະເນກາ, ຜູ້ອຳນວຍການໃຫຍ່ LXML ແລະ ເປັນກຽດຮັບໂດຍ ທ່ານ ຂາວພອນ ສຸກລາພັນ, ຮອງຫົວໜ້າກົມທໍລະນີສາດ ແລະ ບໍ່ແຮ່.
ອຸປະກອນສະແກນຊຸດນີ້ ເປັນເຄື່ອງມືສະເພາະທີ່ມີຄວາມທັນສະໄໝ ເຊິ່ງຈະຊ່ວຍຍົກສູງປະສິດທິພາບໃນການຕິດຕາມກວດກາ ແລະ ວິເຄາະການດຳເນີນງານບໍ່ແຮ່ໃຕ້ດິນ ເພື່ອຮັບປະກັນການເກັບກຳຂໍ້ມູນທີ່ຖືທຕ້ອງ ແລະ ໜ້າເຊື່ອຖື ເພື່ອໃຫ້ສອດຄ່ອງຕາມມາດຕະຖານດ້ານວິທະຍາສາດ ແລະ ວິສາວະກຳ.
ໃນນາມທີ່ເປັນເຄື່ອງມືເຕັກໂນໂລຊີທີ່ມີຄວາມແມ່ນຍໍາສູງ ທີ່ຖືກນໍາໃຊ້ຢ່າງກວ້າງຂວາງເຂົ້າໃນການດໍາເນີນງານຂຸດຄົ້ນບໍ່ແຮ່ຂັ້ນສູງ, ເຄື່ອງມືເຫຼົ່ານີ້ ຈະປະກອບສ່ວນເຂົ້າໃນການປັບປຸງການຕິດຕາມກວດກາ ແລະ ການປະເມີນຜົນກິດຈະກໍາການຂຸດຄົ້ນບໍ່ແຮ່ໃຕ້ດິນ, ສະໜັບສະໜູນການພັດທະນາຊັບພະຍາກອນແຮ່ທາດທີ່ມີຄວາມປອດໄພ, ມີປະສິດທິພາບ ແລະ ຄວາມຍືນຍົງໃນ ສປປ ລາວ.

