LXML Pays Q1 2025 Royalty Tax to Savan-nakhet Province
June 09, 2025
On May 29, 2025, at the Savannakhet Provincial Administration’s Office, Lane Xang Minerals Limited Company (LXML) presented its royalty tax payment for the first quarter of 2025, amounting to US$7,551,380.84 (seven million five hundred fifty-one thousand three hundred eighty US dollars and eighty-four cents), to Savannakhet Province. The handover was conducted by Mr. Saman Aneka, Managing Director of LXML, and received by Mr. Phet Dala Keosaly, Director of the Provincial Tax Department.
The ceremony was attended by Vice Governor Mr. Phosay Khaikhamphithoune, along with representatives from relevant provincial departments and staff from LXML.
During the event, Mr. Saman Aneka expressed appreciation to the Vice Governor and attendees for their presence. He highlighted the company’s commitment to operating in compliance with legal requirements, including the payment of royalty tax, corporate income tax, and other obligations. He also noted LXML’s contributions to community development through the Community Trust Fund, financial support, and various initiatives aimed at local development.
Vice Governor Mr. Khaikhamphithoune also conveyed his gratitude to LXML’s management for the presentation of the royalty payment. He recognized this as an important contribution to the provincial budget and appreciated the company’s ongoing support in fostering development within the province, districts, and local communities. The Vice Governor extended his best wishes for continued success to LXML’s management and staff.
LXML ມອບພາສີຊັບພະຍາກອນແຮ່ທາດ ປະຈຳໄຕມາດທີ 1 ສົກປີ 2025 ໃຫ້ແກ່ແຂວງສະຫວັນນະເຂດ
ໃນວັນທີ 29 ພຶດສະພາ 2025, ທີ່ຫ້ອງວ່າການປົກຄອງ ແຂວງສະຫວັນນະເຂດ ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ຈຳກັດ (LXML) ໄດ້ເຂົ້າມອບພາສີຊັບພະຍາກອນແຮ່ທາດ ປະຈຳໄຕມາດ 1 ສົກປີ 2025 ຈຳນວນ US$ 7,551,380.84, ໃຫ້ແກ່ແຂວງສະຫວັນນະເຂດ ຕາງໜ້າຈາກ ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ຈຳກັດ ມອບໂດຍ ທ່ານ ສະໝານ ອະເນກາ - ຜູ້ອຳນວຍການໃຫ່ຍ ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ຈຳກັດ ຮັບໂດຍ ທ່ານ ເພັດດາລາ ແກ້ວສາລີ - ຫົວໜ້າສວຍສາອາກອນແຂວງ ໃຫ້ກຽດເປັນສັກຂີພະຍານໃນການມອບໂດຍ ທ່ານ ໂພໄຊ ໄຂຄຳພິທູນ - ຮອງເຈົ້າແຂວງສະຫວັນນະເຂດ ພ້ອມຄະນະຜູ້ຕ່າງໜ້າຈາກພະແນກການກ່ຽວຂ້ອງພາຍໃນແຂວງ ແລະ ພະນັກງານບໍລິສັດ LXML ເຂົ້າຮ່ວມ.
ໃນໂອກາດນີ້ ທ່ານ ສະໝານ ອະເນກາ ໄດ້ກ່າວສະແດງຄວາມຂອບໃຈມາຍັງທ່ານຮອງເຈົ້າແຂວງ ພ້ອມດ້ວຍຄະນະທີ່ໄດ້ສະລະເວລາເຂົ້າຮ່ວມໃນການມອບ-ຮັບເງິນພາສີຊັບພະຍາກອນແຮ່ທາດໃນຄັ້ງນີ້ ແລະ ທ່ານ ຍັງໄດ້ກ່າວເຖິງຄວາມພາກພູມໃຈຂອງບໍລິສັດທີ່ໄດ້ສ້າງກິດຈະກຳຖືກຕ້ອງ ແລະ ໄດ້ເສຍພັນທະຕ່າງໆຕາມກົດໝາຍ ເຊັ່ນ: ພາສີຊັບພະຍາກອນແຮ່ທາດ, ອາກອນກຳໄລ ແລະ ອື່ນໆ ນອກນັ້ນຍັງມີກອງທຶນພັດທະນາທ້ອງຖິ່ນ, ເງິນຊ່ວຍເຫຼືອ, ການປະກອບສ່ວນອື່ນໆ ແລະ ທຶນພັດທະນາຕ່າງໆ.
ໃນໂອກາດນີ້ ທ່ານຮອງເຈົ້າແຂວງສະຫວັນນະເຂດ ກໍ່ໄດ້ກ່າວຂອບໃຈມາຍັງທ່ານຜູ້ອຳນວຍການໃຫຍ່ LXML ພ້ອມຄະນະ ທີ່ໄດ້ເຂົ້າມອບພາສີຊັບພະຍາກອນແຮ່ທາດໃນຄັ້ງນີ້ ເຊິ່ງຖືວ່າເປັນການປະກອບສ່ວນເຂົ້າໃນງົບປະມານຂອງແຂວງສະຫວັນນະເຂດ ຊຶ່ງເປັນງົບປະມານທີ່ຫລາຍສົມຄວນ. ນອກນນີ້, ທ່ານຮອງເຈົ້າແຂວງຍັງໄດ້ກ່າວຂອບໃຈມາຍັງບໍລິສັດທີ່ໄດ້ໃຫ້ການສະໜັບສະໜູນ, ປະກອບສ່ວນປະຕິບັດພັນທະຕ່າງໆ ເປັນຕົ້ນແມ່ນການຊ່ວຍພັດທະນາແຂວງ, ເມືອງ ແລະ ຊຸມຊົນທ້ອງຖິ່ນ ທ່ານຍັງໄດ້ອວຍພອນໄຊໃຫ້ແກ່ຄະນະຜູ້ບໍລິຫານບໍລິສັດ ລ້ານຊ້າງ ມີເນໂຣນສ໌ ຈຳກັດ ພ້ອມພະນັກງານໃຫ້ຈົງປະສົບສໍາເລັດໃນໜ້າທີການງານ.