LXML Pays Nearly US$9 M in Q2 2025 Royalties to Savannakhet Province

September 19, 2025

Lane Xang Minerals Limited Company (LXML) has paid royalty tax for the second quarter of 2025, totaling US$8,998,468.91 to Savannakhet Province.

The handover ceremony was held on the morning of September 15, 2025, at the Savannakhet Provincial Administration Office. The payment was officially received by Mr. Vilaythong Thammavong, Deputy Director of the Provincial Tax Department, in the presence of Mr. Bounchom Oubonpraseuth, Governor of Savannakhet Province, along with representatives from relevant provincial departments. Representing LXML, the royalty payment was handed over by Mr. Saman Aneka, Managing Director, accompanied by staff members of LXML.

On this occasion, Mr. Aneka expressed his gratitude to the Governor and provincial leaders for their continued support. He emphasized that LXML’s royalty contributions demonstrate the company’s commitment to transparency and responsibility, serving as an example for other enterprises operating in the country. Mr. Aneka also congratulated the leadership of Savannakhet Province on the successful completion of the recent Party Congress and extended his best wishes to the newly appointed executive team.

In his remarks, Governor Oubonpraseuth thanked LXML for its consistent and timely tax contributions. He highlighted that LXML has been a model of accurate and high-value payments, which have directly supported the province’s socio-economic development. He noted that Vilabouly District, home to LXML’s operations, has experienced significant growth and is now regarded as a development showcase within Savannakhet Province.

LXML ມອບ​ພາ​ສີ​ຊັບ​ພະ​ຍາ​ກອນ​ແຮ່​ທາດ ໄຕ​ມາດທີ 2 ປີ 2025 ເກືອບUS$9 ລ້ານ ໃຫ້​ແກ່​ແຂວງ​ສະ​ຫວັນ​ນະ​ເຂດ

 ໃນຕອນເຊົ້າຂອງວັນທີ 15 ກັນ​ຍາ 2025,  ຢູ່​ທີ່ຫ້ອງ​ວ່າ​ການ​ປົກ​ຄອງ ແຂ​ວງ​ສະ​ຫວັນ​ນະ​ເຂດ ບໍ​ລິ​ສັດ ລ້ານ​ຊ້າງ ມີ​ເນ​ໂຣນ​ສ໌ ຈຳ​ກັດ​ ໄດ້​ເຂົ້າມອບ​ພາ​ສີ​ຊັບ​ພະ​ຍາ​ກອນ​ແຮ່​ທາດ ປະ​ຈຳ​ໄຕ​ມາດ 2 ​ສົກ​ປີ 2025 ​ຈຳ​ນວນ US$8,998,468.91 ໃຫ້​ແກ່ແຂ​ວງ​ສະ​ຫວັນ​ນະ​ເຂດ.

ໃຫ້ກຽດຮັບໂດຍ ທ່ານ ​ວິ​ໄລ​ທອງ ທຳ​ມະ​ວົງ - ​ຮອງຫົວ​ໜ້າ​ພະແນກສ່ວຍ​ສາ​ອາ​ກອນ​ແຂວງ ໂດຍ​​​ໃຫ້​ກຽດເປັນ​​ສັກ​ຂີ​ພະ​ຍານ​ໃນ​ການມອບ​ໂດຍ ​ທ່ານ ​ບຸນ​ໂຈມ ອຸ​ບົນ​ປະ​ເສີດ - ​ເຈົ້າ​ແຂວງ​ສະ​ຫວັນ​ນະ​ເຂດ ​ພ້ອມ​ຄະ​ນະ​ຜູ້ຕ່າງ​ໜ້າ​​​ຈາກພະ​ແນກ​ການທີ່​​ກ່ຽວ​ຂ້ອ​ງ​ພາຍ​ໃນ​ແຂວງ​. ຝ່າຍ LXML​ ແມ່ນມອບ​ໂດຍ ທ່ານ ສະ​ໝານ ອະ​ເນ​ກາ - ຜູ້​ອຳ​ນວຍ​ການ​ໃຫ່​ຍ LXML​ ພ້ອມ​ຄະ​ນະ.

​ໃນໂອ​ກາດດັ່ງກ່າວ​ນີ້ ທ່ານ ສະ​ໝານ ອະ​ເນ​ກາ ໄດ້​​ກ່າວ​ສະ​ແດງ​ຄວາມຂອບ​ໃຈ​​​ມາ​ຍັງ​ທ່ານ​​ເຈົ້າແຂວງ ພ້ອມ​​ຄະ​ນະຕໍ່​ການມອບ​ໃນ​ຄັ້ງ​ນີ້ ເຊິ່ງເປັນການ​ປະ​ຕິ​ບັດ​ການມອບ​ພັນ​ທະ​ອາ​ກອນ​​ທີ່​ເປັນ​ຕົວ​ຢ່າງ​ໃຫ້​ແກ່​ບໍ​ລິສັດ​ອື່ນ​ໆ ແລະ ​​ໄດ້​​ກ່າວ​ສະ​ແດ​ງ​ຄວາມ​ຍິນ​ດີ​ຕໍ່​ການ​ນຳ​ແຂວງ​ສະ​ຫວັນ​ນະ​ເຂດ​ທີ່​ໄດ້​ສຳ​ເລັດ​ກອງ​ປະ​ຊຸມ​ໃຫ່​ຍ​ທີ່​ຫາກໍ່​​ຜ່ານ​ພົ້ນ​ມາ​ນິ້ ພ້ອມທັງອວຍ​ພອນ​ໃຫ້​ຄ​ະ​ນະບໍ​ລິ​ຫານ​ງານ​​ແຂວງຊຸດ​ໃໝ່​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ປະ​ຕິ​ບັດ​ໜ້າ​ທີ່.

ທ່ານ​ເຈົ້າ​ແຂວງ​ສະ​ຫວັນ​ນະ​ເຂດ ກໍ່ໄດ້​ກ່າວ​​ຂອບໃຈມາຍັງ​ທ່ານ​ຜູ້​ອຳ​ນວຍ​ການ​ໃຫຍ່ ພ້ອມ​ຄະ​ນະ ທີ່​ໄດ້​ເຂົ້າມອບ​ພາ​ສີ​ຊັບ​ພະ​ຍາ​ກອນ​ແຮ່​ທາດ​ໃນ​ຄັ້ງ​ນີ້ ທ່ານ​ຍັງ​ໄດ້​ກ່າວ​ວ່າ​​ແຂວງ​ມີ​ຄວາມ​ພາກພູມ​ໃ​ຈ​ທີ່ບໍ​ລິ​ສັດ ລ້ານ​ຊ້າງ ມີ​ເນ​ໂຣນ​ສ໌ ຈຳ​ກັດ ​ໄດ້​ເປັນ​​ແບບ​​ຢ່າງ​ໃນ​ການມອບ​ພັນ​ທະ​ອ​າ​ກອນ​ຢ່າງຖືກ​ຕ້ອງ ຕົງເວ​ລາ ​ແລະ ​ມີ​ຕົວ​ເລກ​ການມອບ​ທີ່​ສູງ ເຮັດ​ໃຫ້ແຂວງ​ສະ​ຫວັນ​ນະ​ເຂດ​ໄດ້​ມີການ​ພັດ​ທະ​ນາ​​ຫຼາຍຂຶ້ນ ພ້ອມ​ທັງ​ໄດ້​ມີ​ການ​ພັດ​ທະ​ນາ​ຊຸມ​ຊົນ ພາຍໃນ​ເມືອງວິ​ລະ​ບູ​ລີ ​ເຊິ່ງ​ເຫັນ​ໄດ້​ວ່າ​ເມືອງວິ​ລະ​ບູ​ລີ​ ໄດ້​ມີ​ການ​ພັດ​ທະ​ນາ​ຫຼາຍ​ຂຶ້ນ​ເປັນ​ໃບ​ຫນ້າ​ໃຫ້​ແກ່​ແຂວງ.