LXML Pays 2024 Profit Tax and Q4 Royalty Fee to the Lao Government
April 24, 2025
Lane Xang Minerals Limited Company (LXML) recently paid the 2024 profit tax and fourth-quarter royalty to Savannakhet Province at US$51,604,829.99 (Fifty-one million, six hundred four thousand, eight hundred twenty-nine dollars and ninety-nine cents) in total.
Tax and Royalty paid were received by Mr. Phetdala Keosaly, Head of the Provincial Tax Department, the event witnessed by Dr. Phongsamouth Khemala, Deputy Head of the Savannakhet Provincial Administrative Office, and the Deputy Head of the Provincial Finance Department. The handover of Tax represented by Mr. Saman Aneka, Managing Director LXML, Mr. Ounkeo Pathammavong, Senior Superintendent Community Relations and Development, and team. Additionally, the Savannakhet Province has also issued a certificate of appreciation recognising LXML as the best Taxpayer for year 2024.
At the event, Mr. Saman Aneka has sincerely expressed his gratitude to the provincial leaders for their ongoing support to LXML and Sepon Project emphasized that the company is proud to contributing its financial obligation to Savannakhet province through the profit tax and royalty, remarkably that the amount of 2024 Profit Tax is more than the one in previous year. In addition to that, LXML will also pay the dividend at US$6,000,000 (Six million dollars) to the central government too.
The Deputy Head of the Provincial Administrative Office has conveyed the Best Lao New Year wishes to LXML's Management for happiness and great success in professional mining able to consistently contribute to the country’s and Savannakhet provincial development.

LMXL ມອບອາກອນກຳໄລ ປີ 2024 ແລະ ຄ່າຊັບພະຍາກອນແຮ່ທາດ ໄຕມາດທີ 4 ປີ 2024 ໃຫ້ແກ່ລັດຖະບານ
ເມື່ອບໍ່ດົນມານີ້, ທີ່ຫ້ອງວ່າການປົກຄອງ ແຂວງສະຫວັນນະເຂດ ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ຈຳກັດ (LXML) ໄດ້ມອບອາກອນກຳໄລ ສົກປີ 2024 ແລະ ພາສີຊັບພະຍາກອນແຮ່ທາດ ປະຈຳໄຕມາດທີ 4 ສົກປີ 2024 ຈຳນວນ US$ 51.604.829,99 (ຫ້າສິບເອັດລ້ານ ຫົກແສນ ສີ່ພັນ ແປດຮ້ອຍຊາວເກົ້າ ໂດລາສະຫະລັດ) ໃຫ້ແກ່ແຂວງສະຫວັນນະເຂດ ເຊິ່ງຮັບໂດຍ ທ່ານ ເພັດດາລາ ແກ້ວສາລີ - ຫົວໜ້າຫ້ອງການສ່ວຍສາອາກອນແຂວງສະຫວັນນະເຂດ. ຝ່າຍບໍລິສັດ ແມ່ນມອບໂດຍ ທ່ານ ສະໝານ ອະເນກາ - ຜູ້ອຳນວຍການໃຫ່ຍ LXML ແລະ ທ່ານ ອຸ່ນແກ້ວ ປະຖັມມະວົງ - ຮອງຜູ້ຈັດການ ຜູ້ຊົງຄຸນວຸດທິ ດ້ານການພົວພັນ ແລະ ພັດທະນາຊຸມຊົນ ພ້ອມຄະນະ, ເປັນກຽດເຂົ້າຮ່ວມເປັນສັກຂີພະຍານໂດຍ ທ່ານ ປອ ຟອງສະໝຸດ ເຂັມມາລາ - ຮອງຫົວໜ້າຫ້ອງວ່າການແຂວງສະຫວັນນະເຂດ ແລະ ທ່ານຮອງຫົວໜ້າພະແນກການເງິນແຂວງ, ພ້ອມກັນນີ້ ທາງແຂວງສະຫວັນນະເຂດ ກໍ່ໄດ້ມອບໃບຍ້ອງຍໍ ໃຫ້ແກ່ LXML ໃນການປະຕິບັດ ການມອບພັນທະອາກອນປະຈຳປີ 2024 ທີ່ດີເດັ່ນອີກດ້ວຍ.
ໃນໂອກາດດັ່ງກ່າວນີ້, ທ່ານ ສະໝານ ອະເນກາ ກໍ່ໄດ້ກ່າວຂອບໃຈມາຍັງການນຳແຂວງສະຫວັັນະເຂດ ທີ່ໄດ້ໃຫ້ການສະໜັບສະໜູນບໍລິສັດ ແລະ ໂຄງການຂຸດຄົ້ນບໍ່ຄໍາ-ທອງ ເຊໂປນ ດ້ວຍດີຕະຫຼອດມາ ຊຶ່ງທາງບໍລິສັດ ກໍ່ມີຄວາມພູມໃຈທີ່ໄດ້ມອບພັນທະອາກອນດັ່ງກ່າວ ໃຫ້ແກ່ແຂວງສະຫວັນນະເຂດ. ອາກອນກຳໄລໃນສົກປີ 2024 ນີ້ ແມ່ນໄດ້ມີຈຳນວນທີ່ເພີ່ມຂຶ້ນຈາກປີ 2023. ນອກຈາກນີ້ແລ້ວ LXML ກໍ່ຍັງຈະໄດ້ມອບເງິນປັນຜົນ ຈຳນວນ US$6,000,000 (ຫົກລ້ານ ໂດລາສະຫະລັດ) ໃຫ້ແກ່ລັດຖະບານສູນກາງ ນຳອີກດ້ວຍ.
ທ່ານຮອງຫົວໜ້າຫ້ອງວ່າການແຂວງສະຫວັນນະເຂດ ກໍ່ໄດ້ກ່າວຄຳອວຍພອນປີໃໝ່ມາຍັງຄະນະບໍລິຫານ LXML ໃຫ້ມີຄວາມສຸກສະບາຍ ແລະ ມີຜົນສຳເລັດໃນທຸລະກິດບໍ່ແຮ່ ທີ່ເປັນມືອາຊີບ, ຂອບໃຈມາຍັງບໍລິສັດ ທີ່ໄດ້ມອບພັນທະຕ່າງໆ ໃຫ້ແກ່ລັດຖະບານ ພ້ອມທັງໄດ້ໃຫ້ການສະໜັບສະໜູນແຂວງສະຫວັນນະເຂດ ໄດ້ເປັນຢ່າງດີ ຕະຫຼອດມາ.

