LXML Donates Firefighting Equipment to Vilabouly District

September 10, 2025

Lane Xang Minerals Limited Company (LXML) has strengthened its commitment to community safety by donating firefighting equipment to the Vilabouly District Fire Prevention Unit on September 8, 2025.

The donation, comprising 12 fire hoses and 8 fire nozzles, will support the district’s capacity to respond to emergencies and safeguard local communities.

At the handover ceremony, LXML was represented by Mr. Vilaphone Virachit, Superintendent – Community Development & Engagement; Ms. Kongsamay Charlet, Superintendent – OHS & ER; and Mr. Chanthaly Syvongkhamchan, Supervisor – Emergency Response. The equipment was received by Lieutenant Colonel Chonephachan Inphidan, Member of the Party Committee, Deputy Head of the Police Department in charge of the Traffic and Firefighting Unit, along with his delegation.

“LXML places the highest importance on community safety. We are pleased to support the Vilabouly District Fire Prevention Unit with equipment that will help protect lives and property,” said Mr. Vilaphone Virachit.

This contribution is part of LXML’s approved community development plan and reflects the company’s ongoing commitment to strengthening safety, resilience, and well-being in Vilabouly District and Savannakhet Province.

....................

LXML ມອບອຸປະກອນດັບເພີງໃຫ້ໜ່ວຍງານສະກັດກັ້ນອັກຄີໄພ ເມືອງວິລະບູລີ

ເມື່ອວັນທີ 8 ກັນຍາ 2025, ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ຈຳກັດ (LXML) ໄດ້ມອບອຸປະກອນນຳໃຊ້ເພື່ອມອດໄຟ ຈຳນວນໜຶ່ງໃຫ້ແກ່ໜ່ວຍງານສະກັດກັ້ນອັກຄີໄພ ເມືອງວິລະບູລີ, ແຂວງສະຫວັນນະເຂດ.

ການມອບຄັ້ງນີ້ ແມ່ນເພື່ອປະກອບສ່ວນຊ່ວຍເຫຼືອ ແລະ ເສີມສ້າງຄວາມປອດໄພໃຫ້ແກ່ຊຸມຊົນອ້ອມຂ້າງ. ອຸປະກອນທີ່ມອບໃຫ້ປະກອບມີ: ສາຍທໍ່ນໍ້າດັບເພີງ ຈຳນວນ 12 ອັນ ແລະ ຫົວສີດນໍ້າດັບເພີງ ຈຳນວນ 8 ອັນ.

ເຂົ້າຮ່ວມມອບໂດຍຕາງໜ້າຈາກ LXML ນໍາໂດຍທ່ານ ວິລະພອນ ວິຣະຈິດ, ຫົວໜ້າໜ່ວຍງານພັດທະນາຊຸມຊົນຂອງ LXML, ທ່ານ ນາງ ກອງສະໄໝ ຊາເລດ, ຫົວໜ້າໜ່ວຍງານຄວາມປອດໄພ ສຸຂະພາບແຮງງານ ແລະ ຕອບສະໜອງຕໍ່ເຫດສຸກເສີນ ແລະ ທ່ານ ຈັນທະລີ ສີວົງຄໍາຈັນ, ຫົວໜ້າຄຸມງານການຕອບສະໜອງຕໍ່ເຫດສຸກເສີນ, ຮັບໂດຍທ່ານ ພັທ ຈອນພະຈັນ ອິນພິດານ ຄະນະພັກຮາກຖານ ຮອງພະແນກຕໍາຫຼວດ ຊີ້ນໍາໜ່ວຍງານຈາລະຈອນດັບເພີງ ພ້ອມດ້ວຍຄະນະ.

ທ່ານ ວິລະພອນ ວິຣະຈິດ, ຫົວໜ້າສາຍງານພັດທະນາຊຸມຊົນຂອງ LXML ໄດ້ກ່າວມີຄໍາເຫັນບາງຕອນວ່າ: "ບໍລິສັດຂອງພວກເຮົາໃຫ້ຄວາມສຳຄັນກັບຄວາມປອດໄພຂອງຊຸມຊົນເປັນອັນດັບທຳອິດ. ພວກເຮົາມີຄວາມຍິນດີທີ່ໄດ້ມອບອຸປະກອນເຫຼົ່ານີ້ ເພື່ອໃຫ້ໜ່ວຍງານສະກັດກັ້ນອັກຄີໄພ ນຳໄປນຳໃຊ້ໃຫ້ເກີດປະໂຫຍດສູງສຸດ".

ການມອບອຸປະກອນໃນຄັ້ງນີ້ ແມ່ນນອນໃນແຜນງານການປະກອບສ່ວນພັດທະນາຊຸມຊົນຂອງ LXML ໂດຍໄດ້ຮັບການເຫັນດີເຫັນພ້ອມຈາກຄະນະບໍລິຫານງານ, ເຊິ່ງສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງ ພວກເຮົາ ຕໍ່ການຊ່ວຍເຫຼືອ ແລະ ການພັດທະນາຊຸມຊົນ. LXML ຫວັງວ່າອຸປະກອນດັ່ງກ່າວຈະຖືກນໍາໃຊ້ເພື່ອປົກປ້ອງຊີວິດ ແລະ ຊັບສິນຂອງປະຊາຊົນໃຫ້ມີຄວາມປອດໄພ.