LXML Contributes US$3,000 to Renovate Na Xieng Lae Primary School, Creating a Safer Learning Environment

September 18, 2026

LXML ສະໜັບສະໜູນ ການສ້ອມແປງໂຮງຮຽນປະຖົມບ້ານນາຊຽງແລ ມູນຄ່າກວ່າ 3 ພັນໂດລ້າສະຫະລັດ ສ້າງສະພາບແວດລ້ອມການຮຽນຮູ້ທີ່ປອດໄພ

ວັນທີ 17 ກັນຍາ 2026 ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ຈຳກັດ (LXML) ຮ່ວມມືກັບທ້ອງຖິ່ນ ໃນການ ຍົກລະດັບພື້ນຖານໂຄງລ່າງດ້ານການສຶກສາ ດ້ວຍການມອບໂຄງການສ້ອມແປງອາຄານຮຽນ ໂຮງຮຽນປະຖົມບ້ານນາຊຽງແລ, ເມືອງວິລະບູລີ, ແຂວງສະຫວັນນະເຂດ ເພື່ອໃຫ້ໂຮງຮຽນເປັນການຮຽນຮູ້ທີ່ມີຄວາມສົມບູນ, ສວຍງາມ ແລະ ປອດໄພຍິ່ງຂຶ້ນ.

ຝ່າຍບໍລິສັດມອບ ໂດຍ ທ່ານ ສະໝານ ອະເນກາ, ຜູ້ອຳນວຍການໃຫຍ່ ພ້ອມດ້ວຍຄະນະ; ທ່ານ ສີພະຈັນ ກອງທອງມາ, ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງວິລະບູລີ, ມີຄະນະພັດທະນາບ້ານ, ຄູ-ອາຈານ, ນ້ອງໆນັກຮຽນ ແລະ ພໍ່ແມ່ປະຊາຊົນບ້ານນາຊຽງແລ ເຂົ້າຮ່ວມຢ່າງພ້ອມພຽງ.

ໂຄງການສ້ອມແປງອາຄານຮຽນດັ່ງກ່າວ ເປັນການຮ່ວມແຮງຮ່ວມໃຈຂອງຫຼາຍພາກສ່ວນ ໂດຍທາງ ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ຈຳກັດ ໄດ້ສະໜັບສະໜູນອຸປະກອນການສ້ອມແປງ ເປັນມູນຄ່າ 68,410,000 ກີບ (ທຽບເທົ່າ 3,000 ໂດລາສະຫະລັດ), ສົມທົບກັບການປະກອບສ່ວນຈາກພໍ່ແມ່ປະຊາຊົນພາຍໃນບ້ານນາ ແລະ ທາງໂຮງຮຽນປະຖົມບ້ານນາຊຽງແລ.

ການປະກອບສ່ວນໃນຄັ້ງນີ້ ຖືເປັນຕົວແບບອັນດີເດັ່ນຂອງການຮ່ວມແຮງຮ່ວມໃຈລະຫວ່າງພາກເອກະຊົນ, ພາກລັດ ແລະ ຊຸມຊົນ ໃນການສ້າງສະພາບແວດລ້ອມການຮຽນ-ການສອນ ໃຫ້ມີຄວາມປອດໄພ ແລະ ເອື້ອອຳນວຍຕໍ່ການສຶກສາຢ່າງແທ້ຈິງ. ພ້ອມກັນນັ້ນ ຍັງສະທ້ອນໃຫ້ເຫັນຢ່າງຈະແຈ້ງເຖິງຄວາມມຸ່ງໝັ້ນອັນໜັກແໜ້ນຂອງ LXML ທີ່ມີຕໍ່ການພັດທະນາຊຸມຊົນທ້ອງຖິ່ນອ້ອມຂ້າງ ໂຄງການ ບໍ່ຄຳ-ທອງ ເຊໂປນ ໂດຍສະເພາະແມ່ນການຊຸກຍູ້ສົ່ງເສີມຂະແໜງການສຶກສາ ເຊິ່ງຖືເປັນໜຶ່ງໃນເສົາຄ້ຳຍຸດທະສາດຫຼັກຂອງບໍລິສັດ ໃນການສ້າງຮາກຖານຄວາມຮູ້, ພັດທະນາຊັບພະຍາກອນມະນຸດ ແລະ ຍົກລະດັບຄຸນນະພາບຊີວິດຂອງລູກຫຼານໃນທ້ອງຖິ່ນ ໃຫ້ກ້າວໄປສູ່ອະນາຄົດທີ່ເຕີບໃຫຍ່ ແລະ ຍືນຍົງ.

-----------------------------

LXML Contributes US$3,000 to Renovate Na Xieng Lae Primary School, Creating a Safer Learning Environment

Lane Xang Minerals Limited Company (LXML), working in partnership with local authorities and the community, officially handed over the newly renovated classroom building at Na Xieng Lae Primary School in Vilabouly District, Savannakhet Province, on September 17, 2026. The renovation gives local children a safer, more modern, and more inspiring place to learn.

The handover ceremony was attended by Mr. Saman Aneka, Managing Director of LXML, and company representatives; Mr. Siphachan Kongthongma, Head of the Vilabouly District Education and Sports Office; and members of the Village Development Committee, together with teachers, students, and residents of Na Xieng Lae Village.

The project was made possible through close tripartite cooperation and shared investment. LXML contributed construction and renovation materials valued at LAK 68,410,000 (approximately US$3,000), while the Na Xieng Lae Village community and the school also contributed to the project.

The initiative stands as a strong example of how the private sector, local authorities, and communities can work together to create a safe, supportive, and conducive learning environment. It also reflects LXML’s long-term commitment to the sustainable development of communities surrounding its Sepon Operation. Education remains one of the company’s core community development pillars, focused on building local human capital and empowering future generations to shape a prosperous and resilient future.