LXML Contributes Funding for the 10th Savannakhet Provincial Party Congress

September 03, 2025

Savannakhet, August 24, 2025 – Lane Xang Minerals Limited Company (LXML) has reaffirmed its support for provincial development by contributing 100,000,000 LAK to assist in the preparations and organization of the 10th Savannakhet Provincial Party Congress, scheduled to be held in early September 2025.

The official handover ceremony was presided over by Mr. Bounchome Oubonpraseuth, Governor of Savannakhet Province, who received the contribution on behalf of the provincial authorities. Representing LXML was Ms. Ladsany Sisane, Superintendent – Savannakhet Office. The event was attended by representatives from various provincial departments along with entrepreneurs from other companies.

This contribution underscores LXML’s role as a trusted development partner of Savannakhet Province. It highlights the company’s ongoing commitment to advancing the social, economic, and community well-being of the region. As part of its broader Corporate Social Responsibility initiatives, LXML continues to support significant local programs and events, reflecting its dedication to sustainable and responsible business practices.

..............

LXML ຊຸກຍູ້ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ແຂວງສະຫວັນນະເຂດ ຄັ້ງທີ X

ສະຫວັນນະເຂດ, ວັນທີ 24 ສິງຫາ 2025 – ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ຈຳກັດ (LXML) ໄດ້ປະກອບສ່ວນສະໜັບສະໜູນວຽກງານສຳຄັນຂອງແຂວງ ໂດຍມອບເງິນຈຳນວນ 100,000,000 ກີບ ເຂົ້າໃນການກະກຽມ ແລະ ຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ແຂວງສະຫວັນນະເຂດ ຄັ້ງທີ X, ເຊິ່ງຈະຈັດຂຶ້ນໃນຕົ້ນເດືອນກັນຍາ 2025 ນີ້.

ພິທີມອບ-ຮັບທຶນດັ່ງກ່າວໄດ້ຈັດຂຶ້ນຢູ່ທີ່ແຂວງສະຫວັນນະເຂດ ໂດຍມີທ່ານ ບຸນໂຈມ ອຸບົນປະເສີດ, ເຈົ້າແຂວງສະຫວັນນະເຂດ, ເປັນຜູ້ໃຫ້ກຽດຮັບມອບ. ສ່ວນຝ່າຍ LXML ນຳໂດຍທ່ານ ນາງ ລັດສະນີ ສີສານ, ຫົວໜ້າຫ້ອງການບໍລິສັດສາຂາແຂວງສະຫວັນນະເຂດ. ພິທີດັ່ງກ່າວມີການເຂົ້າຮ່ວມເປັນສັກຂີພະຍານຈາກບັນດາທ່ານໃນຫລາຍພະແນກການອ້ອມຂ້າງແຂວງ ແລະ ບັນດາແຂກຈາກບໍລິສັດຕ່າງໆ ທີ່ໄດ້ເຂົ້າຮ່ວມໃນໂອກາດນີ້.

ການມອບທຶນໃນຄັ້ງນີ້ສະແດງໃຫ້ເຫັນເຖິງການເປັນຄູ່ຮ່ວມພັດທະນາທີ່ດີຂອງ LXML, ໂດຍສະເພາະການມີສ່ວນຮ່ວມກັບການພັດທະນາທາງດ້ານເສດຖະກິດ-ສັງຄົມ ແລະ ການເມືອງຂອງແຂວງສະຫວັນນະເຂດ. ການປະກອບສ່ວນດັ່ງກ່າວແມ່ນເປັນສ່ວນໜຶ່ງຂອງຄຳໝັ້ນສັນຍາຂອງບໍລິສັດໃນການເປັນຜູ້ປະກອບການທີ່ມີຄວາມຮັບຜິດຊອບຕໍ່ສັງຄົມ, ພ້ອມທີ່ຈະສະໜັບສະໜູນກິດຈະກຳຕ່າງໆ ທີ່ສຳຄັນຂອງທ້ອງຖິ່ນຢ່າງຕໍ່ເນື່ອງ.