LXML Completed Supervisor Training in People Safety Module

February 19, 2025

Recently LXML conducted Supervisor Training - People Safety Module for all LXML supervisors.  This training demonstrated LXML commitment to continually develop our supervisors and provide them with necessary skills to perform their roles. The training provided supervisors with Creating Safe Work Model, pre-start meeting and feedback skills. This module consists of a training workshop and practical logbook, which support participants to develop understanding, practise skills and guide application on the job.

The training took place between September and December 2024 in Sepon Site and Vientiane Office. 265 supervisors across departments completed the training. Participants commented that the course is relevant, practical and support them to perform supervisory roles.

We believe that investing in our supervisors is key to ensuring a safe and productive work environment. A huge thank you to everyone involved in making this training happened and completed.

At LXML, safety is our top priority. We are dedicated to upholding a high safety standard, and we encourage all employees to STOP and THINK, ensuring risk assessment and elimination to prevent incidents and safeguard the safety of our workforce.

 

LXML ສໍາເລັດການຝຶກອົບຮົມ​ຫົວ​ໜ້າ​ຄຸມ​ງານ​ໃນ​ຫົວ​ຂໍ້​ການ​ບໍ​ລິ​ຫານ​ຄວາມ​ປອດ​ໄພ

ໃນ​ໄລ​ຍະ​ຜ່ານ​ມາ LXML ໄດ້ຈັດການຝຶກອົບຮົມຫົວໜ້າຄຸມງານໃນຫົວ​ຂໍ້​ການ​ບໍ​ລິ​ຫານ​ຄວາມ​ປອດ​ໄພໃຫ້​ແກ່​ຫົວ​ໜ້າ​ຄຸມ​ງານ​​ທຸກ​ຄົນໃນທົ່ວ LXML. ການຝຶກອົບຮົມນີ້ສະແດງໃຫ້ເຫັນເຖິງຄວາມມຸ່ງ​ໝັ້ນ​ຂອງ LXML ໃນການພັດທະນາຫົວ​ໜ້າ​ຄຸມ​ງານ​ຢ່າງ​ຕໍ່​ເນື່ອງ ແລະ ສະໜອງທັກສະທີ່ຈຳເປັນເພື່ອ​ປະ​ຕິ​ບັດ​ໜ້າ​ທີ່​ຫົວ​ໜ້າ​ຄຸມ​ງານ. ການຝຶກອົບຮົມນີ້ສະ​ໜອງທັກ​ສະ​​ການ​ສ້າງໜ້າວຽກ​ໃຫ້​ມີ​ຄວາມ​ປອດ​ໄພ, ການ​ດຳ​ເນີນ​ກອງປະ​ຊຸມກ່ອນເລີ່ມວຽກ ແລະ ການໃຫ້ຄຳຄິດເຫັນ. ຫົວ​ຂໍ້​ນີ້ປະກອບມີການຝຶກອົບຮົມ ແລະ ການ​ບັນ​ທຶກ​ພາກ​ປະ​ຕິ​ບັດ​ຕົວ​ຈິງ, ເຊິ່ງຊ່ວຍໃຫ້ຜູ້ເຂົ້າຮ່ວມມີຄວາມເຂົ້າໃຈ, ໄດ້ຝຶກ​ຊ້ອມທັກສະ ແລະ ໝູນ​ໃຊ້​ເຂົ້າ​ໃນ​ໜ້າ​ວຽກ​ຕົວ​ຈິງ.

ການຝຶກອົບຮົມໄດ້ຈັດຂຶ້ນໃນລະຫວ່າງເດືອນກັນຍາຫາເດືອນທັນວາ 2024 ຢູ່ທີ່ພາກສະໜາມ ບໍ່ຄໍາ-ທອງ ເຊໂປນ ແລະ ຫ້ອງການນະຄອນຫຼວງວຽງຈັນ. ຫົວໜ້າຄຸມງານທັງໝົດ 265 ຄົນ ຈາກທຸກພະແນກໄດ້ສຳເລັດການຝຶກອົບຮົມ ເຊິ່ງຜູ້ເຂົ້າຮ່ວມໄດ້ໃຫ້ຄຳເຫັນວ່າຫຼັກສູດນີ້ກ່ຽວ​ຂ້ອງ​ກັບ​ໜ້າ​ວຽກ​, ນຳ​ໃຊ້​ໄດ້ຕົວຈິງ ແລະ ຊ່ວຍໃນການປະຕິບັດໜ້າ​ທີ່​ຂອງຫົວໜ້າຄຸມງານ.

ພວກເຮົາເຊື່ອວ່າການລົງທຶນໃນຫົວໜ້າຄຸມງານຂອງພວກເຮົາເປັນ​ສິ່ງ​ສຳຄັນໃນການຮັບປະກັນສະພາບແວດລ້ອມການເຮັດວຽກທີ່ປອດໄພ ແລະ ມີປະສິດທິຜົນ. ຂໍຂອບໃຈທຸກຄົນທີ່ມີສ່ວນຮ່ວມໃນການເຮັດໃຫ້ການຝຶກອົບຮົມນີ້ເກີດຂຶ້ນ ແລະ ດຳ​ເນີນ​ໄປດ້ວຍ​ສຳ​ເລັດ.

ຢູ່ LXML, ພວກເຮົາຖືເອົາຄວາມປອດໄພເປັນບູລິມະສິດສໍາຄັນ. ພວກເຮົາມຸ່ງໝັ້ນທີ່ຈະຮັກສາມາດຕະຖານຄວາມປອດໄພໃນລະດັບສູງ ແລະ ພວກເຮົາຊຸກຍູ້ໃຫ້ພະນັກງານທຸກຄົນ ຢຸດ ແລະ ຄິດ, ຮັບປະກັນການປະເມີນ ແລະ ກຳ​ຈັດຄວາມສ່ຽງ ເພື່ອປ້ອງກັນເຫດການອັນ​ຕະ​ລາຍ ແລະ ຮັກສາຄວາມປອດໄພຂອງພະນັກງານຂອງພວກເຮົາ.