LXML Celebrates Pi Mai Lao with Unity and Cultural Spirit Across Operations
April 23, 2026
LXML ໄດ້ຈັດງານສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2569 ຢ່າງຟົດຟື້ນ ໃນທົ່ວອົງກອນ. ໂດຍສະເພາະຢູ່ພາກສະໜາມ ບໍ່ຄຳ-ທອງ ເຊໂປນ, ບັນດາພະນັກງານໄດ້ຮ່ວມກັນສ້າງສັນບັນຍາກາດອັນອົບອຸ່ນ ແບບລຽບງ່າຍ ທີ່ເຕັມໄປດ້ວຍຄວາມໝາຍຕາມຮີດຄອງປະເພນີອັນດີງາມຂອງຊາດ.
ພາຍໃນງານໄດ້ມີກິດຈະກຳການຫົດສົງນ້ຳອວຍພອນກັນ ແລະ ກັນ ແລະ ພິທີບາສີສູ່ຂວັນ ເພື່ອເປັນການເຕົ້າໂຮມຈິດໃຈ ແລະ ອວຍພອນໄຊອັນປະເສີດ ໃຫ້ທຸກຄົນມີສຸຂະພາບແຂງແຮງ, ປາສະຈາກໂລກໄພໄຂ້ເຈັບ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານຕະຫຼອດປີໃໝ່. ບັນຍາກາດໂດຍລວມແມ່ນເຕັມໄປດ້ວຍຮອຍຍິ້ມ, ສຽງຫົວ ແລະ ຄວາມສາມັກຄີປອງດອງອັນເລິກເຊິ່ງລະຫວ່າງພະນັກງານ ແລະ ຜູ້ບໍລິຫານ.
ໃນໂອກາດອັນສະຫງ່າລາສີນີ້, ທ່ານ ກວາງຮຸຍ ຈ້າວ (Guanghui Zhao), ຜູ້ຈັດການໃຫຍ່ຂອງ LXML ໄດ້ກ່າວອວຍພອນປີໃໝ່ ພ້ອມທັງສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຂອບໃຈມາຍັງພະນັກງານທຸກຄົນ ທີ່ມີຄວາມອຸທິດຕົນຕໍ່ການປະຕິບັດງານຢ່າງຫ້າວຫັນໃນໄລຍະຜ່ານມາ. ພ້ອມກັນນັ້ນ, ທ່ານໄດ້ເນັ້ນໜັກໃຫ້ທຸກຄົນສືບຕໍ່ຍົກສູງສະຕິລະວັງຕົວໃນການເຮັດວຽກໃຫ້ມີຄວາມປອດໄພສູງສຸດ ແລະ ໃຫ້ການຊ່ວຍເຫຼືອສະໜັບສະໜູນເຊິ່ງກັນ ແລະ ກັນ ເພື່ອສ້າງຜົນງານໃໝ່ທີ່ດີກວ່າເກົ່າໃນປີຕໍ່ໜ້າ.
ການຈັດງານບຸນປີໃໝ່ລາວ ຂອງ LXML ໃນຄັ້ງນີ້ ບໍ່ພຽງແຕ່ແມ່ນເທສະການທາງວັດທະນະທຳທີ່ສຳຄັນຂອງລາວ ເທົ່ານັ້ນ, ແຕ່ຍັງເປັນການໃຫ້ຄວາມເຄົາລົບຕໍ່ຮີດຄອງປະເພນີ ແລະ ຄຸນຄ່າຂອງທ້ອງຖິ່ນຢ່າງສະເໝີຕົ້ນສະເໝີປາຍ. ນອກຈາກນີ້, ຍັງເປັນໂອກາດດີໃຫ້ພະນັກງານໄດ້ຜ່ອນຄາຍຄວາມອິດເມື່ອຍ, ເສີມສ້າງສາຍພົວພັນໃຫ້ແໜ້ນແຟ້ນ ແລະ ສ້າງຈິດໃຈການເຮັດວຽກເປັນທີມໃຫ້ເຂັ້ມແຂງຍິ່ງໆຂຶ້ນໄປ.
LXML Celebrates Pi Mai Lao with Unity and Cultural Spirit Across Operations
Lane Xang Minerals Limited Company (LXML) celebrated Pi Mai Lao, with staff across the company, creating a warm and enjoyable atmosphere to mark this special occasion.
At the Sepon Mine site, employees came together to celebrate in a simple but meaningful way. Activities included traditional water splashing and a Baci ceremony, where everyone shared good wishes for health, happiness, and success in the year ahead. The event was filled with smiles, laughter, and a strong sense of togetherness.
On the occasion, LXML General Manager, Mr. Guanghui Zhao, shared his New Year message, expressing appreciation to all employees for their dedication and encouraging everyone to continue working safely and supporting one another in the year ahead.
Pi Mai Lao is an important cultural festival in Lao PDR, and the celebration at LXML reflects the company’s respect for local traditions and values. It also provided a good opportunity for staff to relax, connect with each other, and build stronger team spirit.

