LXML ມອບໂຄງການກໍ່ສ້າງຫໍປະດິດສະຖານ ພຣະຄູໂພນສະເມັກ ແລະ ປັບປຸງພື້ນຖານໂຄງລ່າງ ເພື່ອພັດທະນາຊຸມຊົນ ຢູ່ເມືອງວິລະບູລີ | LXML Hands Over Phra Khu Phon Samek Shrine and Community Infrastructure Projects in Vilabouly District
March 04, 2026
ເມືອງວິລະບູລີ, ແຂວງສະຫວັນນະເຂດ – ໃນວັນທີ 24 ກຸມພາ 2026, ບໍລິສັດ ລ້ານຊ້າງ ມິເນໂຣນສ໌ ຈຳກັດ (LXML) ໄດ້ຈັດມອບໂຄງການສະໜັບສະໜູນຊຸມຊົນທ້ອງຖິ່ນ ທີ່ວັດພຣະທາດນາງລາວ, ບ້ານທາດ, ເມືອງວິລະບູລີ. ໂດຍມີພຣະອາຈານ ແຍງ ແສງອຸໄທ ຄະນະປະຈຳຫ້ອງການ ອພສ ແຂວງ, ທ່ານ ວາລິຍະ ສີຈັນທອງທິບ, ກໍາມະການປະຈໍາພັກແຂວງ, ເລຂາພັກນະຄອນໄກສອນພົມວິຫານ, ທ່ານ ພູວະນາດ ບຸນສີພົມ, ຮອງເລຂາພັກເມືອງ, ປະທານຄະນະກໍາມະການປົກຄອງເມືອງ ພ້ອມດ້ວຍ ທ່ານ ສະໝານ ອາເນກາ, ຜູ້ອໍານວຍການໃຫຍ່ ບໍລິສັດ ລ້ານຊ້າງ ມິເນໂຣນສ໌ ຈໍາກັດ, ຄະນະຫ້ອງການອ້ອມຂ້າງເມືອງ ແລະ ພໍ່ແມ່ປະຊາຊົນທ້ອງຖິ່ນເຂົ້າຮ່ວມຢ່າງພ້ອມພຽງ.
ໂຄງການສະໜັບສະໜູນດັ່ງກ່າວນີ້ ປະກອບມີການສົ່ງເສີມວັດທະນະທຳ ແລະ ສາສະໜາ ໂດຍການກໍ່ສ້າງຫໍປະດິດສະຖານ ພຣະຄູໂພນສະເມັກ ທີ່ມີຂະໜາດກວ້າງ 2,5 ແມັດ, ຍາວ 2,5 ແມັດ ແລະ ສູງ 3,8 ແມັດ ລວມທັງການບູລະນະປັບປຸງນ້ຳສ້າງແກ້ວ ທີ່ວັດພຣະທາດນາງລາວ ເຊິ່ງມີມູນຄ່າການກໍ່ສ້າງທັງໝົດ 11,084.46 ໂດລາສະຫະລັດ. ນອກຈາກນັ້ນ, ບໍລິສັດ ຍັງໄດ້ສືບຕໍ່ມອບໂຄງການພັດທະນາພື້ນຖານໂຄງລ່າງແບບມີສ່ວນຮ່ວມ ເຊິ່ງແມ່ນການສ້ອມແປງເສັ້ນທາງແຕ່ໃຈກາງບ້ານນາຊຽງແລ ຫາ ຖໍ້າພຣະຜາແປນ ທີ່ມີຄວາມຍາວ 3,5 ກິໂລແມັດ ພ້ອມທັງກໍ່ສ້າງຂົວຈົມໃນເຂດວັງສະຫງວນຂອງບ້ານ ລວມມູນຄ່າ 125,500,000 ກີບ ເພື່ອອຳນວຍຄວາມສະດວກໃນການສັນຈອນ ແລະ ປົກປັກຮັກສາລະບົບນິເວດໃນທ້ອງຖິ່ນ.
ບໍລິສັດ ລ້ານຊ້າງ ມິເນໂຣນສ໌ ຈຳກັດ ຍາມໃດກໍຍຶດໝັ້ນ ແລະ ມຸ່ງໝັ້ນທີ່ຈະເປັນສ່ວນໜຶ່ງໃນການຊ່ວຍເຫຼືອພັດທະນາຊຸມຊົນທ້ອງຖິ່ນໃຫ້ມີຄວາມເຂັ້ມແຂງ ໂດຍເນັ້ນໃສ່ການປັບປຸງພື້ນຖານໂຄງລ່າງ, ການສົ່ງເສີມເສດຖະກິດ-ສັງຄົມ ແລະ ການອະນຸລັກຮັກສາຮີດຄອງປະເພນີອັນດີງາມຂອງຊາດ ເພື່ອສ້າງຜົນປະໂຫຍດ ແລະ ການພັດທະນາທີ່ຍືນຍົງຮ່ວມກັບປະຊາຊົນໃນເຂດໂຄງການຕະຫຼອດໄປ.


Vilabouly District, Savannakhet Province — On February 24, 2026, Lane Xang Minerals Limited Company (LXML) held a handover ceremony for community development projects at Phrathat Nang Lao Temple in That Village, Vilabouly District.
The ceremony was attended by Venerable Yaeng Saengouthai, Standing Committee Member of the Provincial Lao Buddhist Fellowship Organization; Mr. Valiya Sichanthongthip, Member of the Provincial Party Standing Committee and Party Secretary of Kaysone Phomvihane City; Mr. Phouvanath Bounsiphom, Deputy District Party Secretary; and Mr. Saman Aneka, Managing Director of LXML, together with representatives from district authorities and local community members.
The projects include the construction of the Phra Khu Phon Samek Shrine, measuring 2.5 meters in width and length and 3.8 meters in height, as well as the restoration of the “Nam Sang Keo” (Sacred Well) at Phrathat Nang Lao Temple, with a total construction value of US$11,084.46. These initiatives aim to preserve and promote the cultural and religious heritage of the local community.
In addition, LXML handed over community infrastructure improvements, including the repair of a 3.5-kilometer road connecting the center of Na Xieng Lae Village to Phra Pha Paen Cave, and the construction of a submersible bridge in the village’s fish conservation zone, with a total value of 125,500,000 LAK. These improvements are intended to enhance local transportation while supporting environmental protection and sustainable resource management.
Lane Xang Minerals Limited Company remains committed to supporting local communities through infrastructure development, socio-economic initiatives, and the preservation of cultural traditions, contributing to long-term benefits and sustainable development for communities in the project area.

