LXML ມອບອາກອນກໍາໄລກວ່າ 2 ພັນຕື້ກີບ ຕອກຢໍ້າການເປັນຜູ້ນຳດ້ານບໍ່ແຮ່ທີ່ມີຄວາມຮັບຜິດຊອບ | LXML Pays Over LAK 2 Trillion in Profit Tax, Reinforcing Leadership in Responsible Mining
May 04, 2026
LXML ມອບອາກອນກໍາໄລກວ່າ 2 ພັນຕື້ກີບ ຕອກຢໍ້າການເປັນຜູ້ນຳດ້ານບໍ່ແຮ່ທີ່ມີຄວາມຮັບຜິດຊອບ
ໃນວັນທີ 30 ເມສາ 2026, ທີ່ກົມສ່ວຍສາອາກອນ ກະຊວງການເງິນ ໄດ້ມີພິທີມອບ-ຮັບ ພັນທະອາກອນກຳໄລ ປະຈຳປີ 2025 ຈາກບໍລິສັດ ລ້ານຊ້າງ ມີເນໂຣນສ໌ ຈຳກັດ (LXML) ໃຫ້ແກ່ລັດຖະບານລາວ ເປັນມູນຄ່າທັງໝົດ 2,200,952,209,498 ກີບ ຫຼື 102,374,631.82 ໂດລາສະຫະລັດ. ການມອບພັນທະໃນຄັ້ງນີ້ ຕາງໜ້າບໍລິສັດມອບໂດຍ ທ່ານ ສະໝານ ອະເນກາ, ຜູ້ອຳນວຍການໃຫຍ່ LXML ແລະ ຮັບໂດຍ ທ່ານ ຄຳພັນ ພັນທຸລັກ, ວ່າການຫົວໜ້າກົມສ່ວຍສາອາກອນ, ໂດຍມີບັນດາພະນັກງານລັດຖະບານຈາກກົມກອງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ແລະ ພະນັກງານວິຊາການຈາກບໍລິສັດເຂົ້າຮ່ວມເປັນສັກຂີພິຍານຢ່າງພ້ອມພຽງ.
ໃນໂອກາດດັ່ງກ່າວ, ທ່ານ ສະໝານ ອະເນກາ ໄດ້ກ່າວມີຄຳເຫັນບາງຕອນວ່າ “ການມອບພາສີອາກອນໃນຄັ້ງນີ້ ແມ່ນສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ ແລະ ຄວາມມຸ່ງໝັ້ນຂອງບໍລິສັດ ທີ່ຍາມໃດກໍຍືດໝັ້ນໃນການດຳເນີນງານພາຍໃຕ້ຄວາມຮັບຜິດຊອບ ແລະ ສອດຄ່ອງກັບລະບຽບກົດໝາຍຂອງ ສປປ ລາວ ຢ່າງເຄັ່ງຄັດ.
ໂດຍສະເພາະແມ່ນການປະຕິບັດພັນທະຕ່າງໆ ຜ່ານການຈ່າຍພາສີອາກອນຢ່າງໂປ່ງໃສ ເຊິ່ງຖືເປັນການສ້າງຜົນປະໂຫຍດ ແລະ ສ້າງລາຍຮັບທັງທາງກົງ ແລະ ທາງອ້ອມໃຫ້ແກ່ລັດຖະບານ ເພື່ອນຳໄປໃຊ້ເຂົ້າໃນການພັດທະນາປະເທດຊາດ.
ຄວາມສຳເລັດດັ່ງກ່າວຍັງສະທ້ອນໃຫ້ເຫັນເຖິງມາດຕະຖານການດໍາເນີນງານທີ່ດີຢ້ຽມຂອງບໍລິສັດ ທີ່ໄດ້ຮັບການຢັ້ງຢືນໃນລະດັບ A+ ຈາກລັດຖະບານມາໂດຍຕະຫຼອດ ທັງໃນດ້ານການປະກອບສ່ວນພັດທະນາເສດຖະກິດມະຫາພາກ ແລະ ການເອົາໃຈໃສ່ພັດທະນາຊີວິດການເປັນຢູ່ຂອງຊຸມຊົນໃນທ້ອງຖິ່ນຢ່າງຈິງຈັງ.” ທ່ານ ຍັງໄດ້ກ່າວອີກວ່າ: ບໍລິສັດໄດ້ນຳໃຊ້ເຕັກໂນໂລຊີອັນທັນສະໄໝເຂົ້າໃນການສະກັດແຮ່ຄຳຄຸນະພາບຕ່ຳ ເຊິ່ງເປັນປັດໄຈສຳຄັນທີ່ຊ່ວຍຕໍ່ຍອດອາຍຸການຂຸດຄົ້ນ ແລະ ສາມາດຮັກສາລະດັບການຜະລິດໄດ້ຢ່າງສະໝໍ່າສະເໝີຢູ່ທີ່ 5 ໂຕນຕໍ່ປີ, ທັງເປັນການຍົກເລີກແຜນການປິດບໍ່ແຮ່ທີ່ເຄີຍກຳນົດໄວ້ໃນປີ 2023 ໃຫ້ສືບຕໍ່ດຳເນີນການຜະລິດໄດ້ຢ່າງມີປະສິດທິພາບ.
ຕະຫຼອດໄລຍະເວລາກວ່າສອງທົດສະວັດ ທີ່ LXML ໄດ້ດຳເນີນງານໂຄງການ ບໍ່ຄຳ-ທອງ ເຊໂປນ ຢູ່ແຂວງສະຫວັນນະເຂດ, LXML ບໍ່ພຽງແຕ່ເປັນຜູ້ນຳໃນຂະແໜງການຂຸດຄົ້ນແຮ່ທາດເທົ່ານັ້ນ ແຕ່ຍັງໄດ້ວາງມາດຕະຖານສູງສຸດໃນການຂຸດຄົ້ນບໍ່ແຮ່ຢ່າງມີຄວາມຮັບຜິດຊອບ ໂດຍສະເພາະແມ່ນການຄຸ້ມຄອງສິ່ງແວດລ້ອມທີ່ມີປະສິດທິພາບ ຕະຫຼອດຮອດການລົງທຶນໃສ່ໂຄງລ່າງພື້ນຖານ, ການສຶກສາ ແລະ ສາທາລະນະສຸກ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນອ້ອມຂ້າງ. ຜ່ານການປະກອບສ່ວນຢ່າງຫຼວງຫຼາຍຕໍ່ເສດຖະກິດ-ສັງຄົມໃນທຸກລະດັບ, LXML ຍັງສືບຕໍ່ມຸ່ງໝັ້ນທີ່ຈະສົ່ງເສີມການປະຕິບັດງານດ້ານບໍ່ແຮ່ແບບຍືນຍົງ ໃຫ້ສອດຄ່ອງກັບຫຼັກການສາກົນ ເພື່ອເສີມສ້າງບົດບາດຂອງ ສປປ ລາວ ໃນການກຳນົດອະນາຄົດຂອງຂະແໜງແຮ່ທາດໃນພາກພື້ນ ໃຫ້ມີຄວາມຮຸ່ງເຮືອງ ແລະ ຍືນຍົງຕະຫຼອດໄປ.
ໃນຂະນະດຽວກັນ, ທ່ານ ຄຳພັນ ພັນທຸລັກ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນງານຂອງບໍລິສັດ ໂດຍຖືເປັນວິສາຫະກິດແບບຢ່າງທີ່ດຳເນີນທຸລະກິດຖືກຕ້ອງຕາມລະບຽບກົດໝາຍ ແລະ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກການນຳຂັ້ນສູງຕະຫຼອດໄລຍະຫຼາຍປີທີ່ຜ່ານມາ. ພ້ອມທັງໄດ້ສະແດງຄວາມຂອບໃຈເປັນຢ່າງຍິ່ງທີ່ບໍລິສັດໄດ້ໃຫ້ການອູ້ມຊູ ແລະ ຮ່ວມມືກັບລັດຖະບານຢ່າງໃກ້ຊິດ ໂດຍສະເພາະການເສຍສະຫຼະມອບອາກອນລ່ວງໜ້າໃນຍາມທີ່ປະເທດຊາດປະສົບກັບຄວາມຫຍຸ້ງຍາກດ້ານງົບປະມານ. ທັງນີ້, ພາກລັດໄດ້ໃຫ້ຄຳໝັ້ນສັນຍາວ່າຈະສືບຕໍ່ໃຫ້ການສະໜັບສະໜູນ, ພ້ອມຮັບຟັງທຸກຂໍ້ສະເໜີແນະ ແລະ ຈະປະສານງານກັນຢ່າງກົມກຽວໃນການຄຸ້ມຄອງວຽກງານຕ່າງໆ ໂດຍສະເພາະການວາງແຜນໄລ່ລຽງ ແລະ ການກະກຽມປິດບໍ່ແຮ່ໃນອະນາຄົດໃຫ້ຖືກຕ້ອງຕາມລະບຽບການ ເພື່ອຮັບປະກັນຜົນປະໂຫຍດຮ່ວມກັນຂອງທັງສອງຝ່າຍຢ່າງຍືນຍົງ.
ການມອບພັນທະອາກອນອັນຫຼວງຫຼາຍໃນຄັ້ງນີ້ ສະທ້ອນໃຫ້ເຫັນວ່າ LXML ບໍ່ໄດ້ເບິ່ງພຽງແຕ່ວ່າການຂຸດຄົ້ນແຮ່ທາດແມ່ນການຕັກຕວງຊັບພະຍາກອນ, ແຕ່ແມ່ນ "ການປ່ຽນຊັບພະຍາກອນໃຫ້ເປັນທຶນມະນຸດ ແລະ ຄວາມຍືນຍົງ". LXML ຍັງຄົງມຸ່ງໝັ້ນທີ່ຈະດຳເນີນງານໂດຍສອດຄ່ອງກັບຫຼັກການສາກົນ ເພື່ອຮັບປະກັນວ່າ ອະນາຄົດຂອງຂະແໜງບໍ່ແຮ່ລາວ ຈະເຕີບໂຕໄປພ້ອມກັບຄວາມສົມດຸນຂອງທຳມະຊາດ ແລະ ສັງຄົມຢ່າງແທ້ຈິງ.
-----------------------------------------------------------------------------------------------
LXML Pays Over LAK 2 Trillion in Profit Tax, Reinforcing Leadership in Responsible Mining
Vientiane Capital, 30 April 2026 – Lane Xang Minerals Limited Company (LXML) has fulfilled its 2025 profit tax obligation to the Government of the Lao PDR with a total payment of LAK 2,200,952,209,498 (approximately USD 102.37 million). The official handover ceremony took place at the Tax Department, Ministry of Finance.
The payment was formally handed over by Mr. Saman Aneka, Managing Director of LXML and received by Mr. Khamphan Phanthoulack, Acting Director General of the Tax Department. The ceremony was attended by representatives from relevant government agencies, stakeholders, and LXML technical staff.
In his remarks, Mr. Aneka emphasized that the tax payment reflects the LXML’s continued commitment to responsible operations and strict compliance with the laws and regulations of the Lao PDR. He noted that transparent and timely tax contributions play a vital role in supporting national development through both direct and indirect economic benefits. Mr. Saman stated:
“This achievement also underscores LXML’s strong operational performance, consistently recognized with an A+ rating by the Government. Beyond economic contributions, we remain deeply committed to improving the livelihoods of local communities and supporting sustainable development.”
Mr. Saman further highlighted that LXML has successfully applied modern technologies to process low-grade gold ore, enabling the extension of mine life and sustaining production at approximately five tonnes of gold per year. This advancement has allowed LXML to defer its previously planned mine closure in 2023 and continue efficient operations.
Over more than two decades of operating the Sepon Gold and Copper Mine in Savannakhet Province, LXML has established itself as a leader in the mining sector and a benchmark for responsible mining practices. This includes strong environmental management and significant investments in infrastructure, education, and public health to strengthen surrounding communities.
Through its substantial contributions to the national socio-economic development, LXML remains committed to advancing sustainable mining practices in line with international standards, supporting the Lao PDR’s growing role in the regional mining industry.
In response, Mr. Khamphan commended LXML for its outstanding performance, recognizing the Company as a model enterprise that consistently operates in compliance with laws and regulations and has earned the trust of government leadership over many years. He expressed appreciation for LXML’s continued cooperation, particularly its support during periods of national fiscal constraint.
He further affirmed the government’s commitment to maintaining close coordination with LXML, including support for future operational planning and eventual mine closure in accordance with regulatory requirements, ensuring long-term mutual benefits.
This significant tax contribution demonstrates that LXML views mining not merely as resource extraction, but as a pathway to transforming natural resources into long-term socio-economic value. LXML remains dedicated to ensuring that mining development in the Lao PDR progresses in balance with environmental stewardship and community well-being.

