ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ຈຳກັດ ມອບພາສີຊັບພະຍາກອນແຮ່ທາດ ໄຕມາດ 4 ປີ 2025 ໃຫ້ແຂວງສະຫວັນນະເຂດ ກວ່າ 11 ລ້ານໂດລາສະຫະລັດ | LXML Pays Over US$ 11 Million in Q4 2025 Royalty Tax to Savannakhet Province
March 02, 2026
ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ຈຳກັດ (LXML) ຍັງຄົງຮັກສາບົດບາດການເປັນວິສາຫະກິດແບບຢ່າງໃນການປະຕິບັດພັນທະຕໍ່ລັດຖະບານ ໂດຍການມອບພາສີຊັບພະຍາກອນແຮ່ທາດ ປະຈຳໄຕມາດທີ 4 ສົກປີ 2025 ໃຫ້ແກ່ແຂວງສະຫວັນນະເຂດ. ພິທີມອບ-ຮັບ ໄດ້ຈັດຂຶ້ນທີ່ຫ້ອງວ່າການປົກຄອງແຂວງສະຫວັນນະເຂດ ໃນວັນທີ 27 ກຸມພາ 2026 ຕາງໜ້າໃຫ້ແກ່ບໍລິສັດ ມອບໂດຍ ທ່ານ ສະໝານ ອະເນກາ, ຜູ້ອຳນວຍການໃຫຍ່ ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ຈຳກັດ ພ້ອມດ້ວຍທີມງານ.
ມູນຄ່າພັນທະທີ່ນຳມາມອບໃນຄັ້ງນີ້ມີທັງໝົດ US$ 11,185,109.73 (ສິບເອັດລ້ານ ໜຶ່ງແສນ ແປດສິບຫ້າພັນ ໜຶ່ງຮ້ອຍເກົ້າ ໂດລາສະຫະລັດ ແລະ ເຈັດສິບສາມເຊັນ) ເຊິ່ງຕາງໜ້າຮັບໂດຍ ທ່ານ ວິໄລທອງ ທຳມະວົງ, ຮອງຫົວໜ້າສ່ວຍສາອາກອນແຂວງສະຫວັນນະເຂດ, ຮັບໂດຍ ທ່ານ ວິໄລທອງ ທຳມະວົງ - ຮອງຫົວໜ້າສວຍສາອາກອນແຂວງ ໂດຍການເປັນສັກຂີພະຍານຂອງ ທ່ານ ນາງ ດາວວອນ ໄຊສຸລຽນ - ປະທານຄະນະກຳມະການປົກຄອງແຂວງສະຫວັນນະເຂດ ພ້ອມຄະນະຜູ້ຕ່າງໜ້າຈາກພະແນກການກ່ຽວຂ້ອງພາຍໃນແຂວງ.
ພ້ອມດຽວກັນນັ້ນ, ທ່ານ ປະທານຄະນະກຳມະການປົກຄອງແຂວງສະຫວັນນະເຂດ ໄດ້ມອບໃບຍ້ອງຍໍຂອງແຂວງເພື່ອສັນລະເສີນເຖີງຄວາມດີເດັ່ນຂອງບໍລິສັດອີກດ້ວຍ, ນອກນີ້, ທ່ານຍັງໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຂອບໃຈມາຍັງຄະນະບໍລິຫານງານຂອງ ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ຈຳກັດ ທີ່ໄດ້ມີຄວາມໂປ່ງໃສ, ມີຄວາມຮັບຜິດຊອບສູງຕໍ່ພາລະບົດບາດຂອງຕົນ ໂດຍສະເພາະແມ່ນການປະຕິບັດພັນທະພາສີ ແລະ ອາກອນຕ່າງໆ ໃຫ້ແກ່ລັດຖະບານຢ່າງຖືກຕ້ອງ, ຄົບຖ້ວນ ແລະ ທັນຕາມກຳນົດເວລາທີ່ລະບຽບກົດໝາຍວາງໄວ້.
ການມອບພັນທະໃນຄັ້ງນີ້ ບໍ່ພຽງແຕ່ເປັນການຢັ້ງຢືນເຖິງຄວາມເຂັ້ມແຂງທາງດ້ານການເງິນຂອງບໍລິສັດເທົ່ານັ້ນ ແຕ່ຍັງເປັນທຶນຮອນອັນສຳຄັນໃນການນຳໄປພັດທະນາພື້ນຖານໂຄງລ່າງ ແລະ ເສດຖະກິດ-ສັງຄົມ ຂອງແຂວງສະຫວັນນະເຂດ ໃຫ້ມີຄວາມຈະເລີນຮຸ່ງເຮືອງໃນຕໍ່ໜ້າ.



Lane Xang Minerals Limited Company (LXML) has reaffirmed its commitment to fulfilling its statutory obligations by officially handing over royalty tax payments for the fourth quarter of fiscal year 2025 to Savannakhet Province.
The handover ceremony was held on 27 February 2026 at the Savannakhet Provincial Administration Office. The payment was presented by Mr. Saman Aneka, Managing Director of LXML, together with his team members.
The total royalty tax payment amounted to US$11,185,109.73. On behalf of the province, the payment was received by Mr. Vilaithong Thammavong, Deputy Head of the Savannakhet Provincial Tax Department, in the presence of Ms. Daovone Xaysoulian, Chair of the Savannakhet Provincial Administrative Committee, along with representatives from relevant provincial departments.
During the ceremony, Ms. Daovone Xaysoulian expressed her appreciation to the management and employees of LXML for their continued responsibility and strong compliance with tax and regulatory requirements. She acknowledged the company’s timely, accurate, and full payment of taxes and duties in accordance with applicable laws and regulations.
The fulfillment of these obligations not only reflects LXML’s sound financial performance and corporate governance, but also contributes significantly to provincial revenue. Such contributions play an important role in supporting infrastructure development and advancing the socio-economic growth of Savannakhet Province.

